Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 23:6 - ພຣະຄຳພີສັກສິ

6 ເມື່ອ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ ໄດ້​ປົບໜີ​ໄປ​ອາໄສ​ຢູ່​ນຳ​ດາວິດ​ທີ່​ເມືອງ​ເກອີລາ​ນັ້ນ ລາວ​ໄດ້​ເອົາ​ເອໂຟດ​ໄປ​ນຳ.

Uka jalj uñjjattʼäta Copia luraña




1 ຊາມູເອນ 23:6
12 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ກ່າວ​ຕໍ່​ປະໂຣຫິດ​ອາບີອາທາ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ເມືອງ​ອານາທົດ​ບ້ານ​ເດີມ​ຂອງ​ເຈົ້າ. ເຈົ້າ​ສົມຄວນ​ຈະ​ຕາຍ ແຕ່​ເຮົາ​ຈະ​ບໍ່​ຂ້າ​ເຈົ້າ​ໃນ​ເວລາ​ນີ້ ເພາະ​ຄາວ​ທີ່​ເຈົ້າ​ຢູ່​ກັບ​ກະສັດ​ດາວິດ​ພໍ່​ເຮົາ​ນັ້ນ ເຈົ້າ​ໄດ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລະ​ໄດ້​ຮ່ວມສຸກ​ຮ່ວມທຸກ​ກັບ​ເພິ່ນ.”


ຈົ່ງ​ໃຫ້​ພວກເຂົາ​ເຮັດ​ເສື້ອຄຸມ​ສັ້ນ​ເອໂຟດ​ນີ້​ດ້ວຍ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ, ສີແດງ, ດ້າຍ​ສີຄຳ ແລະ​ຜ້າປ່ານ​ເນື້ອລະອຽດ​ດີ ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ.


ເມື່ອ​ເປັນ​ເຊັ່ນນີ້ ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ປະໂຣຫິດ​ອາຮີຢາ​ວ່າ, “ຈົ່ງ​ເອົາ​ເອໂຟດ ມາ​ທີ່​ນີ້.” (ໃນ​ຄາວນັ້ນ​ແມ່ນ​ອາຮີຢາ​ທີ່​ເປັນ​ຜູ້​ຖື​ເອໂຟດ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.)


ສ່ວນ​ປະໂຣຫິດ​ຜູ້​ທີ່​ຖື​ເອໂຟດ​ແມ່ນ​ອາຮີຢາ ລູກຊາຍ​ຂອງ​ອາຮີຕຸບ ແລະ​ຫລານຊາຍ​ຂອງ​ອີຄາບົດ; ອີຄາບົດ​ເປັນ​ລູກຊາຍ​ຂອງ​ຟີເນຮາ​ຜູ້​ເປັນ​ຫລານຊາຍ​ຂອງ​ເອລີ ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ. ບໍ່ມີ​ຜູ້ໃດ​ໃນ​ພວກ​ທະຫານ​ຮູ້​ວ່າ ໂຢນາທານ​ໄດ້​ອອກ​ໄປ​ຈາກ​ຄ້າຍ.


ແຕ່​ອາບີອາທາ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ອາຮີເມເຫຼັກ ປົບໜີໄປ​ຫາ​ດາວິດ​ໄດ້.


ສະນັ້ນ ລາວ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ດາວິດ​ວ່າ, “ຄວນໄປ ໂຈມຕີ​ພວກເຂົາ​ແລະ​ຊ່ວຍ​ເອົາ​ເມືອງ​ເກອີລາ​ໄວ້.”


ດັ່ງນັ້ນ ດາວິດ​ກັບ​ຄົນ​ຂອງ​ເພິ່ນ​ຈຶ່ງ​ໄດ້​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ທີ່​ເມືອງ​ເກອີລາ. ພວກເຂົາ​ໄດ້​ຂ້າ​ພວກ​ຟີລິດສະຕິນ​ຫລາຍ​ຄົນ ແລະ​ຢຶດເອົາ​ສັດ​ລ້ຽງ​ຂອງ​ພວກເຂົາ. ດັ່ງນັ້ນ ດາວິດ​ຈຶ່ງ​ຊ່ວຍ​ກອບກູ້​ເອົາ​ຊາວ​ເມືອງ​ເກອີລາ​ໃຫ້​ພົ້ນ.


ຕໍ່ມາ ໄດ້​ມີ​ຄົນ​ມາ​ບອກ​ກະສັດ​ໂຊນ​ວ່າ​ດາວິດ​ຢູ່​ທີ່​ເມືອງ​ເກອີລາ ແລະ​ເພິ່ນ​ກໍ​ເວົ້າ​ວ່າ, “ພຣະເຈົ້າ​ມອບ​ດາວິດ​ໄວ້​ໃນ​ກຳມື​ຂອງເຮົາ​ແລ້ວ. ລາວ​ຫ້າງ​ແຮ້ວ​ໃສ່​ຕົນເອງ​ທີ່​ເຂົ້າ​ໄປ​ຢູ່​ໃນ​ເມືອງ​ທີ່​ມີ​ກຳແພງ​ອ້ອມ ແລະ​ທັງ​ມີ​ປະຕູ​ອັນ​ແໜ້ນໜາ​ອີກ​ດ້ວຍ.”


ເມື່ອ​ດາວິດ​ໄດ້ຍິນ​ວ່າ​ກະສັດ​ໂຊນ​ກຳລັງ​ວາງແຜນ​ໂຈມຕີ​ຕົນ ເພິ່ນ​ກໍ​ສັ່ງ​ປະໂຣຫິດ​ອາບີອາທາ​ວ່າ, “ເອົາ​ເອໂຟດ​ມາ​ພີ້.”


ດາວິດ​ເວົ້າ​ກັບ​ປະໂຣຫິດ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ​ວ່າ, “ຈົ່ງ​ເອົາ​ເອໂຟດ​ມາ​ໃຫ້​ຂ້ອຍ.” ອາບີອາທາ​ກໍ​ນຳ​ເອົາ​ມາ​ໃຫ້​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka