Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 23:5 - ພຣະຄຳພີສັກສິ

5 ດັ່ງນັ້ນ ດາວິດ​ກັບ​ຄົນ​ຂອງ​ເພິ່ນ​ຈຶ່ງ​ໄດ້​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ທີ່​ເມືອງ​ເກອີລາ. ພວກເຂົາ​ໄດ້​ຂ້າ​ພວກ​ຟີລິດສະຕິນ​ຫລາຍ​ຄົນ ແລະ​ຢຶດເອົາ​ສັດ​ລ້ຽງ​ຂອງ​ພວກເຂົາ. ດັ່ງນັ້ນ ດາວິດ​ຈຶ່ງ​ຊ່ວຍ​ກອບກູ້​ເອົາ​ຊາວ​ເມືອງ​ເກອີລາ​ໃຫ້​ພົ້ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 23:5
6 Jak'a apnaqawi uñst'ayäwi  

ພຣະອົງ​ໃຫ້​ຂ້ານ້ອຍ​ມີ​ແຮງ​ໃນ​ການ​ສູ້ຮົບ ແລະ​ໃຫ້​ຄວາມມີໄຊ​ໄດ້​ຕໍ່ໜ້າ​ເຫຼົ່າ​ສັດຕູ.


ຂ້ານ້ອຍ​ຕີ​ພວກເຂົາ​ໃຫ້​ລົ້ມ​ຈົນ​ພວກເຂົາ​ລຸກ​ຂຶ້ນ​ບໍ່ໄດ້ ແລະ​ເຫັນ​ພວກເຂົາ​ຕາຍ​ຕໍ່ໜ້າ​ຢ່າງ​ພ່າຍແພ້.


ພວກ​ທີ່​ເຮັດ​ການຊົ່ວ​ເພື່ອ​ຕອບ​ແທນ​ການດີ ພວກເຂົາ​ກໍ​ຕໍ່ຕ້ານ​ການດີ​ທີ່​ຂ້ານ້ອຍ​ພະຍາຍາມ​ເຮັດ​ນັ້ນ.


ຕໍ່ມາ ເສິກ​ກັບ​ພວກ​ຟີລິດສະຕິນ​ໄດ້​ເກີດຂຶ້ນ​ອີກ. ດາວິດ​ໄດ້​ບຸກໂຈມຕີ​ພວກເຂົາ​ໃຫ້​ແຕກ​ໜີ​ແລະ​ພ່າຍແພ້​ໄປ​ຢ່າງ​ສິ້ນເຊີງ.


ສະນັ້ນ ດາວິດ​ຈຶ່ງ​ໄດ້​ປຶກສາ​ນຳ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ກໍ​ຕອບ​ດາວິດ​ວ່າ, “ໄປ​ໂຈມຕີ​ເມືອງ​ເກອີລາ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກ​ຟີລິດສະຕິນ.”


ເມື່ອ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ ໄດ້​ປົບໜີ​ໄປ​ອາໄສ​ຢູ່​ນຳ​ດາວິດ​ທີ່​ເມືອງ​ເກອີລາ​ນັ້ນ ລາວ​ໄດ້​ເອົາ​ເອໂຟດ​ໄປ​ນຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka