Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 23:4 - ພຣະຄຳພີສັກສິ

4 ສະນັ້ນ ດາວິດ​ຈຶ່ງ​ໄດ້​ປຶກສາ​ນຳ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ກໍ​ຕອບ​ດາວິດ​ວ່າ, “ໄປ​ໂຈມຕີ​ເມືອງ​ເກອີລາ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກ​ຟີລິດສະຕິນ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 23:4
14 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ​ແລ້ວ ດາວິດ​ກໍ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ໄປ​ຢຶດເອົາ​ເມືອງ​ໜຶ່ງ​ໃນ​ຢູດາຍ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ເພິ່ນ​ວ່າ, “ໄປ​ຢຶດເອົາ.” ດາວິດ​ຖາມ​ວ່າ, “ເມືອງໃດ?” ພຣະອົງ​ກ່າວ​ວ່າ, “ເມືອງ​ເຮັບໂຣນ.”


ກະສັດ​ດາວິດ​ຖາມ​ພຣະເຈົ້າຢາເວ​ວ່າ, “ໃຫ້​ຂ້ານ້ອຍ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່? ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ຮົບ​ຊະນະ​ພວກເຂົາ​ຫລື​ບໍ່?” ພຣະເຈົ້າຢາເວ​ໄດ້ຕອບ​ວ່າ, “ຈົ່ງ​ໄປ​ໂຈມຕີ​ພວກເຂົາ ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ.”


ເອລີຊາ​ກ່າວ​ຕໍ່ໄປ​ວ່າ, “ພຣະເຈົ້າຢາເວ​ກະທຳການ​ນີ້​ໄດ້​ຢ່າງ​ງ່າຍດາຍ ແລະ​ພຣະອົງ​ຈະ​ໃຫ້​ພວກທ່ານ​ຮົບ​ຊະນະ​ພວກ​ໂມອາບ.


ກະສັດ​ດາວິດ​ໄດ້​ທູນ​ຖາມ​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ເຂົ້າ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່? ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ໄຊຊະນະ​ເໜືອ​ພວກເຂົາ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ຂຶ້ນ​ໄປ ເຮົາ​ຈະ​ໃຫ້​ເຈົ້າ​ມີໄຊ​ເໜືອ​ພວກເຂົາ.”


ແລ້ວ​ໃຫ້​ພວກເຈົ້າ​ອອກ​ມາ​ຈາກ​ບ່ອນ​ລີ້ ແລະ​ເຂົ້າ​ຢຶດຄອງ​ຕົວເມືອງ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຍົກ​ເມືອງ​ນີ້​ໃຫ້​ພວກເຈົ້າ.


ລາວ​ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຢ່າ​ໂກດຮ້າຍ​ຂ້ານ້ອຍ​ເລີຍ ຂ້ານ້ອຍ​ຂໍ​ເວົ້າ​ອີກ​ເປັນ​ເທື່ອ​ສຸດທ້າຍ ຄື​ຂ້ານ້ອຍ​ຂໍ​ທົດລອງ​ເບິ່ງ​ຂົນແກະ​ອີກເທື່ອໜຶ່ງ. ໃນຄັ້ງນີ້​ຂໍ​ໃຫ້​ຂົນແກະ​ແຫ້ງ ແຕ່​ໃຫ້​ນໍ້າ​ໝອກ​ຕົກ​ໃສ່​ແຕ່​ດິນ​ເທົ່ານັ້ນ.”


ພຣະເຈົ້າຢາເວ​ຈຶ່ງ​ບອກ​ກີເດໂອນ​ວ່າ, “ເຮົາ​ຈະ​ຊ່ວຍ​ກູ້​ເອົາ​ເຈົ້າ​ແລະ​ໃຫ້​ເຈົ້າ​ຮົບ​ຊະນະ​ຊາວ​ມີດີອານ​ດ້ວຍ​ຈຳນວນ​ສາມຮ້ອຍ​ຄົນ​ທີ່​ກອບ​ນໍ້າ​ຂຶ້ນ​ມາ​ເລຍ​ກິນ. ແລ້ວ​ຈົ່ງ​ບອກ​ພວກ​ທີ່​ເຫຼືອ​ນັ້ນ​ໃຫ້​ກັບຄືນ​ເມືອໝົດ.”


ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ໄດ້​ສັ່ງ​ກີເດໂອນ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ໄປ​ບຸກໂຈມຕີ​ທີ່ໝັ້ນ​ຂອງ​ພວກເຂົາ; ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກເຂົາ.


ພວກເຂົາ​ຈຶ່ງ​ທູນ​ຖາມ​ພຣະເຈົ້າຢາເວ​ວ່າ, “ຍັງ​ມີ​ຄົນອື່ນ​ອີກ​ບໍ?” ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ໂຊນ​ຢູ່​ຫັ້ນ​ເດ ພວມ​ລີ້​ຢູ່​ທາງຫລັງ​ເຄື່ອງ​ຂອງ.”


ສະນັ້ນ ລາວ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ດາວິດ​ວ່າ, “ຄວນໄປ ໂຈມຕີ​ພວກເຂົາ​ແລະ​ຊ່ວຍ​ເອົາ​ເມືອງ​ເກອີລາ​ໄວ້.”


ແຕ່​ຄົນ​ຂອງ​ດາວິດ​ເວົ້າ​ກັບ​ລາວ​ວ່າ, “ໃນ​ຢູດາຍ​ນີ້ ພວກເຮົາ​ກໍ​ຢ້ານກົວ​ຢູ່​ແລ້ວ ຖ້າ​ພວກເຮົາ​ໄປ​ໂຈມຕີ​ກອງທັບ​ຂອງ​ພວກ​ຟີລິດສະຕິນ​ທີ່​ເມືອງ​ເກອີລາ ກໍ​ຍິ່ງ​ເປັນ​ໜ້າຢ້ານກົວ​ໃຫຍ່!”


ດັ່ງນັ້ນ ດາວິດ​ກັບ​ຄົນ​ຂອງ​ເພິ່ນ​ຈຶ່ງ​ໄດ້​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ທີ່​ເມືອງ​ເກອີລາ. ພວກເຂົາ​ໄດ້​ຂ້າ​ພວກ​ຟີລິດສະຕິນ​ຫລາຍ​ຄົນ ແລະ​ຢຶດເອົາ​ສັດ​ລ້ຽງ​ຂອງ​ພວກເຂົາ. ດັ່ງນັ້ນ ດາວິດ​ຈຶ່ງ​ຊ່ວຍ​ກອບກູ້​ເອົາ​ຊາວ​ເມືອງ​ເກອີລາ​ໃຫ້​ພົ້ນ.


ສະນັ້ນ ເພິ່ນ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ, ແຕ່​ພຣະເຈົ້າຢາເວ​ບໍ່​ຕອບ​ເພິ່ນ​ຢ່າງໃດ​ໝົດ ບໍ່​ວ່າ​ທາງ​ຄວາມຝັນ ຫລື​ທາງ​ອຸຣິມ​ແລະ​ທຸມມິມ ຫລື​ທາງ​ຜູ້ທຳນວາຍ.


ດາວິດ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ໄລ່​ຕິດຕາມ​ພວກ​ນັກປຸ້ນ​ຫລື​ບໍ່? ຂ້ານ້ອຍ​ຈະ​ຕາມ​ທັນ​ພວກເຂົາ​ຫລື​ບໍ່?” ພຣະອົງ​ຕອບ​ວ່າ, “ຈົ່ງ​ໄລ່​ຕິດຕາມ​ພວກເຂົາ​ໄປ ແລະ​ເຈົ້າ​ຈະ​ຕາມ​ທັນ ພ້ອມ​ທັງ​ຈະ​ຊ່ວຍ​ກອບກູ້​ເອົາ​ທຸກສິ່ງ​ນັ້ນ​ກັບຄືນ​ມາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka