3 ແຕ່ຄົນຂອງດາວິດເວົ້າກັບລາວວ່າ, “ໃນຢູດາຍນີ້ ພວກເຮົາກໍຢ້ານກົວຢູ່ແລ້ວ ຖ້າພວກເຮົາໄປໂຈມຕີກອງທັບຂອງພວກຟີລິດສະຕິນທີ່ເມືອງເກອີລາ ກໍຍິ່ງເປັນໜ້າຢ້ານກົວໃຫຍ່!”
ຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ ເພື່ອຄວາມປອດໄພ ເຫດໃດໜໍຈຶ່ງເວົ້າໃຫ້ຂ້ອຍວ່າ, “ຈົ່ງໜີໄປລີ້ທີ່ພູເຂົາເໝືອນດັ່ງນົກ
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຖ້າເຈົ້າເມື່ອຍແລ່ນແຂ່ງກັບຄົນ ເຮັດຈັ່ງໃດເຈົ້າຈະແລ່ນແຂ່ງກັບໂຕມ້າໄດ້? ຖ້າຢືນຢູ່ໃນເມືອງທີ່ເປີດແປນບໍ່ໄດ້ ເຈົ້າຈະບຸປ່າທີ່ລຸ່ມແມ່ນໍ້າຈໍແດນໄດ້ຈັ່ງໃດ?
ດາວິດຮູ້ດີວ່າ ກະສັດໂຊນໄດ້ອອກຕາມຫາເພື່ອຈະຂ້າຕົນ. ດາວິດໄດ້ອາໄສຢູ່ທີ່ເມືອງໂຮເຣັດໃນຖິ່ນແຫ້ງແລ້ງກັນດານ ໃກ້ກັບເມືອງຊີເຟ.
ສະນັ້ນ ລາວຈຶ່ງຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນຈະໄປໂຈມຕີພວກຟີລິດສະຕິນຫລືບໍ່?” ພຣະເຈົ້າຢາເວຕອບດາວິດວ່າ, “ຄວນໄປ ໂຈມຕີພວກເຂົາແລະຊ່ວຍເອົາເມືອງເກອີລາໄວ້.”
ສະນັ້ນ ຈົ່ງໄປສືບເບິ່ງຢ່າງຄັກແນ່ວ່າມັນຢູ່ບ່ອນໃດແທ້ໆ ແລະໃຫ້ນຳເອົາລາຍລະອຽດຕ່າງໆມາລາຍງານເຮົາທັນທີ ແລ້ວເຮົາຈະໄປກັບພວກເຈົ້າ. ຖ້າມັນຍັງຢູ່ໃນເຂດນັ້ນ ເຮົາຈະຕາມໄປຂ້າມັນ. ເຖິງແມ່ນວ່າເຮົາຈະຕ້ອງຊອກຄົ້ນຫາມັນທົ່ວທັງດິນແດນຢູດາຍກໍຕາມ.”
ກະສັດໂຊນກັບທະຫານຂອງຕົນຢູ່ທາງພູເບື້ອງໜຶ່ງ ສ່ວນດາວິດກັບຄົນທັງຫລາຍຂອງເພິ່ນກໍຢູ່ທາງພູເບື້ອງໜຶ່ງອີກ. ໃນຂະນະທີ່ດາວິດກັບຄົນທັງຫລາຍຂອງຕົນກຳລັງປົບໜີຈາກກະສັດໂຊນກັບທະຫານຂອງເພິ່ນ ຊຶ່ງພວມໄລ່ຕາມມາເກືອບຈະຈັບພວກເພິ່ນໄດ້ນັ້ນ
ສະນັ້ນ ດາວິດຈຶ່ງໄດ້ປຶກສານຳພຣະເຈົ້າຢາເວອີກ ແລະພຣະເຈົ້າຢາເວກໍຕອບດາວິດວ່າ, “ໄປໂຈມຕີເມືອງເກອີລາ ແລະເຮົາຈະໃຫ້ເຈົ້າມີໄຊຊະນະເໜືອພວກຟີລິດສະຕິນ.”