2 ສະນັ້ນ ລາວຈຶ່ງຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນຈະໄປໂຈມຕີພວກຟີລິດສະຕິນຫລືບໍ່?” ພຣະເຈົ້າຢາເວຕອບດາວິດວ່າ, “ຄວນໄປ ໂຈມຕີພວກເຂົາແລະຊ່ວຍເອົາເມືອງເກອີລາໄວ້.”
ຫລັງຈາກນັ້ນແລ້ວ ດາວິດກໍຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນໄປຢຶດເອົາເມືອງໜຶ່ງໃນຢູດາຍຫລືບໍ່?” ພຣະເຈົ້າຢາເວຕອບເພິ່ນວ່າ, “ໄປຢຶດເອົາ.” ດາວິດຖາມວ່າ, “ເມືອງໃດ?” ພຣະອົງກ່າວວ່າ, “ເມືອງເຮັບໂຣນ.”
ກະສັດດາວິດຖາມພຣະເຈົ້າຢາເວວ່າ, “ໃຫ້ຂ້ານ້ອຍໄປໂຈມຕີພວກຟີລິດສະຕິນຫລືບໍ່? ພຣະອົງຈະໃຫ້ຂ້ານ້ອຍຮົບຊະນະພວກເຂົາຫລືບໍ່?” ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງໄປໂຈມຕີພວກເຂົາ ເຮົາຈະໃຫ້ເຈົ້າຮົບຊະນະ.”
ກະສັດດາວິດຈຶ່ງຖາມພຣະເຈົ້າຢາເວຕື່ມ ແລະພຣະອົງຕອບວ່າ, “ຢ່າໂຈມຕີພວກເຂົາໃນບ່ອນນີ້ ແຕ່ໃຫ້ອ້ອມໄປໂຈມຕີພວກເຂົາທາງດ້ານຫລັງຢູ່ໃກ້ກັບຕົ້ນມອນ.
ກະສັດດາວິດໄດ້ທູນຖາມພຣະເຈົ້າວ່າ, “ຂ້ານ້ອຍຄວນຈະເຂົ້າໂຈມຕີພວກຟີລິດສະຕິນຫລືບໍ່? ພຣະອົງຈະໃຫ້ຂ້ານ້ອຍໄຊຊະນະເໜືອພວກເຂົາຫລືບໍ່?” ພຣະເຈົ້າຢາເວຕອບວ່າ, “ຈົ່ງຂຶ້ນໄປ ເຮົາຈະໃຫ້ເຈົ້າມີໄຊເໜືອພວກເຂົາ.”
“ເຮົາຈະສອນເຈົ້າໃຫ້ຮູ້ຈັກທາງທີ່ເຈົ້າຄວນໄປ ເຮົາຈະໃຫ້ຄຳແນະນຳແລະແອບສອນເຈົ້າ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮູ້ວ່າ ຊີວິດຂອງມະນຸດບໍ່ໄດ້ຢູ່ທີ່ຕົວເຂົາ ບໍ່ມີຜູ້ໃດຄວບຄຸມຊີວິດຂອງຕົນເອງໄດ້.
ລາວຈະເພິ່ງປະໂຣຫິດເອເລອາຊາ ຜູ້ທີ່ຈະຮຽນຮູ້ຄວາມປະສົງຂອງເຮົາ ໂດຍໃຊ້ອຸຣິມແລະທຸມມິມ ຕໍ່ໜ້າພຣະເຈົ້າຢາເວ ອັນນີ້ຈະແມ່ນວິທີທີ່ເອເລອາຊາ ນຳພາໂຢຊວຍ ແລະຊຸມຊົນອິດສະຣາເອນ ໃນວຽກການທັງໝົດຂອງພວກເຂົາ.”
ຊາວອິດສະຣາເອນໄດ້ຊີມອາຫານບາງສ່ວນຂອງພວກເຂົາ ແຕ່ບໍ່ໄດ້ຂໍຄຳແນະນຳຈາກພຣະເຈົ້າຢາເວກ່ຽວກັບເລື່ອງນີ້.
ຫລັງຈາກທີ່ໂຢຊວຍໄດ້ຕາຍໄປແລ້ວ ຊາວອິດສະຣາເອນກໍໄດ້ຖາມພຣະເຈົ້າຢາເວວ່າ, “ໃນພວກຂ້ານ້ອຍ ແມ່ນເຜົ່າໃດທີ່ຈະເປັນພວກທຳອິດໄປໂຈມຕີພວກການາອານກ່ອນ?”
ພວກເຂົາຈຶ່ງທູນຖາມພຣະເຈົ້າຢາເວວ່າ, “ຍັງມີຄົນອື່ນອີກບໍ?” ພຣະເຈົ້າຢາເວຈຶ່ງຕອບວ່າ, “ໂຊນຢູ່ຫັ້ນເດ ພວມລີ້ຢູ່ທາງຫລັງເຄື່ອງຂອງ.”
ດັ່ງນັ້ນ ກະສັດໂຊນຈຶ່ງຖາມພຣະເຈົ້າວ່າ, “ພຣະອົງຈະໃຫ້ພວກຂ້ານ້ອຍໄປສູ້ຮົບພວກຟີລິດສະຕິນຫລືບໍ່? ພຣະອົງຈະໃຫ້ພວກຂ້ານ້ອຍຮົບຊະນະພວກເຂົາຫລືບໍ່?” ແຕ່ໃນມື້ນັ້ນ ພຣະອົງບໍ່ໄດ້ຕອບເພິ່ນ.
ແຕ່ຄົນຂອງດາວິດເວົ້າກັບລາວວ່າ, “ໃນຢູດາຍນີ້ ພວກເຮົາກໍຢ້ານກົວຢູ່ແລ້ວ ຖ້າພວກເຮົາໄປໂຈມຕີກອງທັບຂອງພວກຟີລິດສະຕິນທີ່ເມືອງເກອີລາ ກໍຍິ່ງເປັນໜ້າຢ້ານກົວໃຫຍ່!”
ສະນັ້ນ ດາວິດຈຶ່ງໄດ້ປຶກສານຳພຣະເຈົ້າຢາເວອີກ ແລະພຣະເຈົ້າຢາເວກໍຕອບດາວິດວ່າ, “ໄປໂຈມຕີເມືອງເກອີລາ ແລະເຮົາຈະໃຫ້ເຈົ້າມີໄຊຊະນະເໜືອພວກຟີລິດສະຕິນ.”
ເມື່ອອາບີອາທາລູກຊາຍຂອງອາຮີເມເຫຼັກ ໄດ້ປົບໜີໄປອາໄສຢູ່ນຳດາວິດທີ່ເມືອງເກອີລານັ້ນ ລາວໄດ້ເອົາເອໂຟດໄປນຳ.
ດາວິດຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນຈະໄລ່ຕິດຕາມພວກນັກປຸ້ນຫລືບໍ່? ຂ້ານ້ອຍຈະຕາມທັນພວກເຂົາຫລືບໍ່?” ພຣະອົງຕອບວ່າ, “ຈົ່ງໄລ່ຕິດຕາມພວກເຂົາໄປ ແລະເຈົ້າຈະຕາມທັນ ພ້ອມທັງຈະຊ່ວຍກອບກູ້ເອົາທຸກສິ່ງນັ້ນກັບຄືນມາ.”