16 ໂຢນາທານໄດ້ໄປຫາດາວິດທີ່ນັ້ນ ແລະໃຫ້ກຳລັງໃຈເພິ່ນດ້ວຍຄວາມເຊື່ອໝັ້ນວ່າ ພຣະເຈົ້າຢາເວຈະເປັນຜູ້ປົກປັກຮັກສາ
ແລ້ວຂ້າພະເຈົ້າກໍໄດ້ບອກພວກເຂົາວ່າ ພຣະເຈົ້າສະຖິດຢູ່ນຳຂ້າພະເຈົ້າ ແລະຊ່ວຍຊູຂ້າພະເຈົ້າຢ່າງໃດ ແລະກະສັດໄດ້ເວົ້າກັບຂ້າພະເຈົ້າຢ່າງໃດອີກດ້ວຍ. ພວກເຂົາຕອບວ່າ, “ໃຫ້ພວກເຮົາລົງມືສ້າງເມືອງຂຶ້ນໃໝ່ສາ” ແລ້ວພວກເຂົາກໍຕຽມພ້ອມທີ່ຈະລົງມືເຮັດວຽກ.
ຂ້ອຍຈະເຮັດໃຫ້ພວກເຈົ້າເຂັ້ມແຂງດ້ວຍຄຳແນະນຳ ແລະສືບຕໍ່ເລົ້າໂລມໃຈດ້ວຍຄຳເວົ້າຕ່າງໆ.
ເຫຼັກຝົນເຫຼັກໃຫ້ຄົມສັນໃດ ການຮຽນຮູ້ຈາກຜູ້ອື່ນກໍຝົນຕົນໃຫ້ສຽບແຫລມສັນນັ້ນ.
ເຄື່ອງສຳອາງແລະນໍ້າຫອມໃຫ້ຈິດໃຈສົດຊື່ນ, ແຕ່ຄວາມລຳບາກໃຫ້ຈິດໃຈລະທົມ.
ດ້ວຍການຕົວະຂອງພວກເຈົ້ານັ້ນ ພວກເຈົ້າເຮັດໃຫ້ຄົນຊອບທຳໝົດກຳລັງໃຈ ຄືຄົນທີ່ເຮົາບໍ່ຕ້ອງການທຳຮ້າຍ. ພວກເຈົ້າປ້ອງກັນຄົນຊົ່ວໄວ້ບໍ່ໃຫ້ພວກເຂົາປະຖິ້ມຄວາມຊົ່ວ ແລະຊ່ວຍເອົາຊີວິດຂອງພວກເຂົາໄວ້.
ແຕ່ເຮົາໄດ້ພາວັນນາອະທິຖານສຳລັບເຈົ້າ ເພື່ອຄວາມເຊື່ອຂອງເຈົ້າຈະບໍ່ຂາດໄປ ເມື່ອເຈົ້າກັບຄືນມາຫາເຮົາແລ້ວ ເຈົ້າຕ້ອງຊູແຮງບັນດາພີ່ນ້ອງຂອງເຈົ້າໄວ້.”
ແລ້ວມີເທວະດາຕົນໜຶ່ງ ຈາກສະຫວັນມາປາກົດແກ່ພຣະອົງ ຊູກຳລັງພຣະອົງຂຶ້ນ.
ສຸດທ້າຍນີ້ ຂໍໃຫ້ພວກເຈົ້າຈົ່ງມີກຳລັງເພີ່ມຂຶ້ນໃນອົງພຣະຜູ້ເປັນເຈົ້າ ແລະໃນຣິດເດດອັນແກ່ກ້າຂອງພຣະອົງ.
ເຈົ້າຈົ່ງແນະນຳໂຢຊວຍແລະໃຫ້ກຳລັງໃຈລາວ ໃຫ້ເດັດດ່ຽວກ້າຫານຫລາຍຍິ່ງຂຶ້ນ ເພາະລາວຈະຕ້ອງເປັນຜູ້ນຳພາປະຊາຊົນຂ້າມແມ່ນໍ້າຈໍແດນ ເຂົ້າໄປຢຶດຄອງດິນແດນທີ່ເຈົ້າເຫັນຢູ່ນີ້.’
ເຫດສະນັ້ນ ລູກຂອງເຮົາເອີຍ ຈົ່ງເຂັ້ມແຂງຂຶ້ນໂດຍພຣະຄຸນ ທີ່ພວກເຮົາມີໃນພຣະຄຣິດເຈົ້າເຢຊູ.
ດາວິດຮູ້ດີວ່າ ກະສັດໂຊນໄດ້ອອກຕາມຫາເພື່ອຈະຂ້າຕົນ. ດາວິດໄດ້ອາໄສຢູ່ທີ່ເມືອງໂຮເຣັດໃນຖິ່ນແຫ້ງແລ້ງກັນດານ ໃກ້ກັບເມືອງຊີເຟ.
ບັດນີ້ ດາວິດເປັນທຸກໃຈຫລາຍທີ່ສຸດ ກໍເພາະຄົນທັງຫລາຍຂອງເພິ່ນເກີດມີຄວາມຂົມຂື່ນ ຍ້ອນພວກເຂົາສູນເສຍລູກເມຍ ແລະພວກເຂົາຕ່າງກໍຂູ່ວ່າຈະແກວ່ງກ້ອນຫີນໃສ່ດາວິດ, ແຕ່ດາວິດໄດ້ຊູກຳລັງໃຈຂຶ້ນໃນພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.