12 ດາວິດຖາມອີກວ່າ, “ຊາວເມືອງເກອີລາຈະມອບທະຫານຂອງຂ້ານ້ອຍກັບຂ້ານ້ອຍເອງ ໃຫ້ກະສັດໂຊນຫລືບໍ່?” ພຣະເຈົ້າຢາເວຕອບວ່າ, “ພວກເຂົາຈະມອບ”.
ການໄວ້ວາງໃຈໃນພຣະເຈົ້າຢາເວເປັນການດີ ດີກວ່າທີ່ຈະເພິ່ງພາອາໄສມະນຸດ.
ທຸກໆເຊົ້າໂຜດເຕືອນເຖິງຄວາມຮັກອັນໝັ້ນຄົງ ເພາະຂ້ານ້ອຍໄວ້ວາງໃຈໃນພຣະອົງແລ້ວ. ຄຳພາວັນນາອະທິຖານຂອງຂ້ານ້ອຍກໍຂຶ້ນໄປຮອດພຣະອົງ ໂຜດຊີ້ທາງແກ່ຂ້ານ້ອຍເພື່ອກ້າວເດີນໄປດ້ວຍ.
ພຣະອົງບໍ່ໄດ້ມອບຂ້ານ້ອຍໄວ້ໃນມືຂອງພວກສັດຕູ ແຕ່ໃຫ້ຂ້ານ້ອຍມີອິດສະຫລະໄປທີ່ໃດກໍໄດ້.
ຂ້ານ້ອຍລໍຄອຍດ້ວຍຄວາມອົດທົນຢ່າງຈົດຈໍ່ໃຫ້ພຣະເຈົ້າຊ່ວຍໃຫ້ພົ້ນໄພ ແລະເພິ່ງພາອາໄສພຣະອົງແຕ່ອົງດຽວເທົ່ານັ້ນ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກທີ່ຊອກປິດບັງແຜນການຂອງພວກຕົນໄວ້ຈາກພຣະເຈົ້າຢາເວ. ພວກເຂົາເຮັດຕາມແຜນການຂອງຕົນເອງໃນທີ່ລັບລີ້ ແລະຄິດວ່າບໍ່ມີຜູ້ໃດຮູ້ເຫັນພວກຕົນກຳລັງເຮັດຢູ່.
ພຣະເຈົ້າຢາເວໄດ້ແຈ້ງໃຫ້ຂ້າພະເຈົ້າຮູ້ເຖິງແຜນການທີ່ເຫຼົ່າສັດຕູກຳລັງວາງໄວ້ຕໍ່ສູ້ຂ້າພະເຈົ້າ.
ແລະໃນທຸກສິ່ງທີ່ໄດ້ຖືກສ້າງຂຶ້ນນັ້ນ ບໍ່ມີສິ່ງໃດຖືກບັງລັບໄວ້ຈາກພຣະພັກພຣະອົງໄດ້ ແຕ່ທຸກສິ່ງໄດ້ປາກົດແຈ້ງຕໍ່ສາຍຕາຂອງພຣະອົງ ຜູ້ທີ່ເຮົາຈະຕ້ອງໃຫ້ການນັ້ນ.
ຊາວຢູດາຈຶ່ງຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງມາໂຈມຕີພວກຂ້ອຍ?” ພວກເຂົາຕອບວ່າ, “ພວກຂ້ອຍມາຈັບແຊມຊັນໄປຂັງຄຸກ ແລະຈະເຮັດຕໍ່ລາວດັ່ງທີ່ລາວໄດ້ເຮັດຕໍ່ພວກຂ້ອຍ.”
ຊາວເມືອງເກອີລາຈະມອບຂ້ານ້ອຍໃຫ້ກະສັດໂຊນຫລືບໍ່? ເພິ່ນຈະມາແທ້ຕາມທີ່ຂ້ານ້ອຍໄດ້ຍິນນີ້ບໍ? ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ໂຜດຕອບຂ້ານ້ອຍດ້ວຍເຖີດ.” ພຣະເຈົ້າຢາເວຕອບວ່າ, “ໂຊນຈະມາແທ້.”
ພວກຂ້ານ້ອຍຮູ້ດີວ່າ ທ່ານຕ້ອງການຕົວຂອງດາວິດຫລາຍເທົ່າໃດ. ສະນັ້ນ ຂໍເຊີນທ່ານໄປທີ່ເຂດແດນຂອງພວກຂ້ານ້ອຍ ແລະພວກຂ້ານ້ອຍຈະມອບລາວໃຫ້ທ່ານ.”
ຕໍ່ມາ ໄດ້ມີຄົນມາບອກກະສັດໂຊນວ່າດາວິດຢູ່ທີ່ເມືອງເກອີລາ ແລະເພິ່ນກໍເວົ້າວ່າ, “ພຣະເຈົ້າມອບດາວິດໄວ້ໃນກຳມືຂອງເຮົາແລ້ວ. ລາວຫ້າງແຮ້ວໃສ່ຕົນເອງທີ່ເຂົ້າໄປຢູ່ໃນເມືອງທີ່ມີກຳແພງອ້ອມ ແລະທັງມີປະຕູອັນແໜ້ນໜາອີກດ້ວຍ.”