Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 23:1 - ພຣະຄຳພີສັກສິ

1 ດາວິດ​ໄດ້ຍິນ​ວ່າ​ຊາວ​ຟີລິດສະຕິນ​ກຳລັງ​ຕີ​ເອົາ​ເມືອງ​ເກອີລາ ແລະ​ປຸ້ນສະດົມ​ເອົາ​ເຂົ້າ​ທີ່​ຫາ​ກໍ​ເກັບກ່ຽວ​ໃໝ່.

Uka jalj uñjjattʼäta Copia luraña




1 ຊາມູເອນ 23:1
9 Jak'a apnaqawi uñst'ayäwi  

ແລ້ວ​ໃນ​ທັນໃດນັ້ນ ສ່ວນ​ທີ່​ເປັນ​ເຫຼັກ, ເປັນ​ດິນ​ໜຽວ, ເປັນ​ທອງສຳຣິດ, ເປັນ​ເງິນ​ແລະ​ເປັນ​ຄຳ ກໍໄດ້​ແຕກ​ຄື​ແກບ​ທີ່​ລານ​ໃນ​ລະດູ​ຟາດ​ເຂົ້າ. ລົມ​ໄດ້​ພັດ​ເອົາ​ສິ່ງ​ທັງໝົດ​ນັ້ນ​ໄປ​ໄກ ໂດຍ​ບໍ່ມີ​ຮ່ອງຮອຍ​ໃຫ້​ພົບເຫັນ​ອີກ​ເລີຍ. ແຕ່​ກ້ອນຫີນ​ນັ້ນ​ໄດ້​ໃຫຍ່​ຂຶ້ນ​ກາຍເປັນ​ພູເຂົາ​ເຕັມ​ໝົດ​ແຜ່ນດິນ​ໂລກ.


ເຮົາ​ຈະ​ລົງໂທດ​ພວກເຈົ້າ. ເຮົາ​ຈະ​ນຳ​ໄພ​ອັນຕະລາຍ​ມາ​ສູ່​ພວກເຈົ້າ ຄື: ພະຍາດ​ຊໍ້າເຮື້ອ​ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ນາໆ​ປະການ ອັນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຕາບອດ ແລະ​ຕາຍ​ຖິ້ມ​ໄປ​ລ້າໆ; ພວກເຈົ້າ​ຈະ​ປູກ​ພືດ​ນາໆ​ຊະນິດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ກິນ​ຜົນ​ຂອງ​ມັນ ຍ້ອນ​ວ່າ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຈະ​ເຂົ້າ​ມາ​ຢຶດຄອງ ແລະ​ກິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ລົງ​ແຮງ​ປູກຝັງ​ນັ້ນ.


ພວກເຈົ້າ​ຈະ​ຫວ່ານ​ເມັດພືດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເກັບກ່ຽວ. ພວກເຈົ້າ​ຈະ​ບີບ​ເອົາ​ນໍ້າມັນ​ຈາກ​ໝາກກອກເທດ​ແຕ່​ຈະ​ບໍ່ໄດ້​ໃຊ້​ມັນ. ພວກເຈົ້າ​ຈະ​ເຮັດ​ເຫຼົ້າ​ອະງຸ່ນ​ແຕ່​ຈະ​ບໍ່ໄດ້​ດື່ມ​ມັນ.


ຊົນຊາດ​ຕ່າງດ້າວ​ຈະ​ມາ​ຢຶດເອົາ​ພືດຜົນ ທີ່​ພວກເຈົ້າ​ໄດ້​ປູກຝັງ​ໄວ້​ດ້ວຍ​ຄວາມຍາກ​ລຳບາກ ໄປ​ຈົນ​ໝົດກ້ຽງ, ແຕ່​ພວກເຈົ້າ​ບໍ່ໄດ້​ຫຍັງ​ໝົດ ຊໍ້າບໍ່ໜຳ​ຍັງ​ຖືກ​ກົດຂີ່ ແລະ​ຖືກ​ຂົ່ມເຫັງ​ຢ່າງ​ທາລຸນ.


ພວກເຂົາ​ຈະ​ກິນ​ງົວ​ໃນ​ຝູງ​ຂອງ​ພວກເຈົ້າ ແລະ​ພືດຜົນ​ຂອງ​ພວກເຈົ້າ ສ່ວນ​ພວກເຈົ້າ​ນັ້ນ ກໍ​ຈະ​ພາກັນ​ອຶດ​ຕາຍ. ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ງົວ, ແກະ ແລະ​ພືດຜົນ​ຕ່າງໆ​ຈະ​ບໍ່ມີ​ເຫຼືອ​ໄວ້​ໃຫ້​ເລີຍ ແລະ ພວກເຈົ້າ​ຈະ​ພາກັນ​ຕາຍ.


ເກອີລາ, ອັກຊິບ ແລະ​ມາເຣຊາ. ລວມ​ທັງໝົດ​ມີ 9 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ໃນ​ບ້ານ​ໂອຟະຣາ ນັ່ງ​ຢູ່​ໃຕ້​ຕົ້ນໂອກ​ຊຶ່ງ​ເປັນ​ຂອງ​ໂຢອາດ ຄົນ​ໃນ​ຕະກຸນ​ອາບີເອເຊ. ກີເດໂອນ​ລູກຊາຍ​ຂອງ​ໂຢອາດ ກຳລັງ​ລີ້​ຟາດເຂົ້າ​ຢູ່​ໃນ​ບ່ອນ​ທີ່​ບີບ​ນໍ້າ​ໝາກອະງຸ່ນ ເພື່ອ​ບໍ່​ໃຫ້​ຊາວ​ມີດີອານ​ເຫັນ.


ພວກ​ເຫຼົ່ານີ້​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃນ​ດິນແດນ​ນັ້ນ ແລະ​ທຳລາຍ​ຜົນລະປູກ​ຕ່າງໆ​ທີ່​ທາງທິດໃຕ້ ຈົນເຖິງ​ເຂດ​ອ້ອມແອ້ມ​ຂອງ​ເມືອງ​ກາຊາ. ພວກເຂົາ​ໄດ້​ຢຶດ​ສັດ​ທັງໝົດ​ໄປ​ເຊັ່ນ: ແກະ, ງົວ ແລະ​ລໍ ໂດຍ​ບໍ່ໄດ້​ປະ​ສິ່ງໃດ​ເຫຼືອ​ໄວ້​ໃຫ້​ຊາວ​ອິດສະຣາເອນ​ໄວ້​ລ້ຽງຊີບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka