Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 22:7 - ພຣະຄຳພີສັກສິ

7 ກະສັດ​ໂຊນ​ຈຶ່ງ​ຖາມ​ບັນດາ​ນາຍ​ທະຫານ​ວ່າ, “ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ຄິດ​ວ່າ​ດາວິດ​ຈະ​ເອົາ​ນາ​ກັບ​ສວນອະງຸ່ນ​ໃຫ້​ພວກເຈົ້າ​ທຸກຄົນ​ຊັ້ນບໍ? ລາວ​ຈະ​ໃຫ້​ພວກເຈົ້າ​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ລາວ​ຊັ້ນບໍ?

Uka jalj uñjjattʼäta Copia luraña




1 ຊາມູເອນ 22:7
14 Jak'a apnaqawi uñst'ayäwi  

ຢູ່​ຕໍ່ມາ ກະສັດ​ດາວິດ​ໄດ້​ທ້ອນໂຮມ​ເອົາ​ທະຫານ​ທັງໝົດ​ຂອງ​ເພິ່ນ ໂດຍ​ແບ່ງ​ພວກເຂົາ​ອອກ​ເປັນ​ກອງພັນ​ແລະ​ກອງຮ້ອຍ ແລະ​ໃຫ້​ມີ​ນາຍຮ້ອຍ​ນາຍພັນ​ເປັນ​ຜູ້​ບັນຊາການ.


ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”


ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ເຫັນ​ວ່າ​ກະສັດ​ບໍ່​ຟັງຄວາມ​ຂອງ​ພວກເຂົາ; ປະຊາຊົນ​ຈຶ່ງ​ທູນ​ຕອບ​ກະສັດ​ວ່າ, “ພວກ​ຂ້ານ້ອຍ​ມີ​ສ່ວນ​ອັນ​ໃດ​ກັບ​ດາວິດ? ພວກ​ຂ້ານ້ອຍ​ທັງຫຼາຍ​ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ໄປ​ເຕັນ​ຂອງຕົນ​ເທີ້ນ ດາວິດ​ເອີຍ ຈົ່ງ​ດູແລ​ຣາຊວົງ​ຂອງທ່ານ​ເອງ​ສາ​ເຖີດ.” ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຈາກ​ໄປ​ສູ່​ເຕັນ​ຂອງ​ພວກເຂົາ.


ຄັ້ງໜຶ່ງ ມີ​ທະຫານ​ໜຶ່ງ​ໝວດ​ຈາກ​ເຜົ່າ​ເບັນຢາມິນ​ແລະ​ເຜົ່າຢູດາ ໄດ້​ອອກ​ໄປ​ຫາ​ດາວິດ​ທີ່​ປ້ອມ.


ເຊື້ອວົງ​ຂອງ​ກະສັດ​ດາວິດ​ເປັນ​ດັ່ງ​ກົກໄມ້​ທີ່​ຖືກ​ປໍ້າ​ລົງ​ແລ້ວ, ແຕ່​ຍັງ​ມີ​ກິ່ງ​ເກີດ​ອອກ​ມາ​ຈາກ​ຕໍ​ນັ້ນ​ສັນໃດ ກໍ​ຈະ​ມີ​ກະສັດ​ອົງ​ໃໝ່ ເກີດຂຶ້ນ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ສັນນັ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ລາວ​ໄດ້​ປະຕິບັດ​ສຳເລັດ​ໜ້າທີ່​ທຸກຢ່າງ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.


ມື້​ຕໍ່ມາ ເປັນ​ມື້​ຫລັງຈາກ​ເດືອນ​ອອກ​ໃໝ່ ບ່ອນ​ນັ່ງ​ຂອງ​ດາວິດ​ກໍ​ຍັງ​ວ່າງເປົ່າ​ຢູ່​ຄືເກົ່າ. ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ຖາມ​ໂຢນາທານ​ວ່າ, “ເປັນຫຍັງ​ທັງ​ມື້ວານ​ນີ້​ແລະ​ມື້ນີ້ ດາວິດ​ຈຶ່ງ​ບໍ່​ມາ​ຮ່ວມ​ກິນ​ອາຫານ​ນຳ?”


ກະສັດ​ໂຊນ​ໂກດຮ້າຍ​ໃຫຍ່​ໃຫ້​ໂຢນາທານ ແລະ​ເວົ້າ​ໃຫ້​ລາວ​ວ່າ, “ລູກ​ໜ້າຊົ່ວ ບັດນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ເຈົ້າ​ເວົ້າ​ເຂົ້າຂ້າງ​ດາວິດ ແລະ​ເຈົ້າ​ກຳລັງ​ເຮັດ​ໃຫ້​ເຈົ້າ​ເອງ​ກັບ​ແມ່​ເຈົ້າ​ເສື່ອມເສຍ​ກຽດ.


ກະສັດ​ໂຊນ​ໄດ້ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ກັບ​ດາວິດ​ຈຶ່ງ​ຮ່ວມໃຈ​ກັນ​ກະບົດ​ຕໍ່​ເຮົາ? ເປັນຫຍັງ​ເຈົ້າ​ຈຶ່ງ​ເອົາ​ເຂົ້າຈີ່​ແລະ​ມອບ​ດາບ​ໃຫ້​ແກ່​ມັນ ແລ້ວ​ທັງ​ທູນ​ຖາມ​ພຣະເຈົ້າ​ໃຫ້​ມັນ​ດ້ວຍ? ດຽວນີ້​ມັນ​ໄດ້​ຫັນ​ມາ​ຕໍ່ສູ້​ເຮົາ​ແລະ​ລໍ​ຫາ​ໂອກາດ​ທີ່​ຈະ​ຂ້າ​ເຮົາ​ຢູ່.”


ໂດເອັກ​ຄົນ​ເອໂດມ​ທີ່​ຢືນ​ຢູ່​ກັບ​ພວກ​ຂ້າຣາຊການ​ຂອງ​ກະສັດ​ໂຊນ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ດາວິດ​ໄປ​ທີ່​ເມືອງ​ໂນບ ຫາ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາຮີຕຸບ.


ແຕ່​ນາບານ​ກໍ​ຕອບ​ຄົນຮັບໃຊ້​ຂອງ​ດາວິດ​ວ່າ, “ດາວິດ​ແມ່ນ​ຜູ້ໃດ? ລູກ​ຊາຍ​ຂອງ​ເຢຊີ​ແມ່ນ​ຜູ້​ໃດ? ມີ​ທາດຮັບໃຊ້​ເປັນ​ຈຳນວນ​ຫຼວງຫຼາຍ​ທີ່​ປົບໜີ​ຈາກ​ນາຍ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka