Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 22:4 - ພຣະຄຳພີສັກສິ

4 ແລ້ວ​ດາວິດ​ກໍໄດ້​ພາ​ພໍ່​ແມ່​ໄປ​ປະ​ໄວ້​ກັບ​ກະສັດ​ແຫ່ງ​ໂມອາບ. ພໍ່​ແມ່​ຂອງ​ດາວິດ​ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ ຕະຫລອດ​ຊົ່ວ​ເວລາ​ທີ່​ດາວິດ​ຍັງ​ລີ້ໄພ​ຢູ່​ໃນ​ຖໍ້າ.

Uka jalj uñjjattʼäta Copia luraña




1 ຊາມູເອນ 22:4
15 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ກາດ​ຜູ້ທຳນວາຍ​ປະຈຳຕົວ​ຂອງ​ກະສັດ​ດາວິດ​ວ່າ, “ຈົ່ງ​ໄປ​ບອກ​ດາວິດ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ໃຫ້​ລາວ​ເລືອກ​ເອົາ​ຢ່າງໜຶ່ງ​ໃນ​ສາມຢ່າງ ແລະ​ເຮົາ​ຈະ​ເຮັດ​ຕາມ​ທີ່​ລາວ​ໄດ້​ເລືອກເອົາ​ນັ້ນ.” ດັ່ງນັ້ນ ໃນ​ເຊົ້າ​ຂອງ​ວັນ​ຕໍ່ມາ ຫລັງຈາກ​ກະສັດ​ດາວິດ​ຕື່ນ​ແຕ່​ນອນ​ແລ້ວ


ແລ້ວ​ເພິ່ນ​ກໍ​ເອົາ​ຊະນະ​ຊາວ​ໂມອາບ. ເພິ່ນ​ໄດ້​ບັງຄັບ​ພວກ​ຊະເລີຍເສິກ​ໃຫ້​ນອນ​ລົງ​ດິນ ແລະ​ຂ້າ​ສອງ​ໃນ​ສາມ​ຄົນ​ຖິ້ມ. ດັ່ງນັ້ນ ຊາວ​ໂມອາບ​ຈຶ່ງ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ ແລະ​ພວກເຂົາ​ກໍ​ຍອມ​ເສຍສ່ວຍ​ໃຫ້​ເພິ່ນ.


ໃນ​ເວລາ​ນັ້ນ ກະສັດ​ດາວິດ​ໄດ້​ພັກ​ຢູ່​ໃນ​ປ້ອມ​ປ້ອງກັນ​ທີ່​ເທິງ​ເນີນພູ ແລະ​ພວກ​ຟີລິດສະຕິນ​ໝວດ​ໜຶ່ງ​ຢຶດເອົາ​ເມືອງ​ເບັດເລເຮັມ​ໄດ້.


ຄັ້ງໜຶ່ງ ມີ​ທະຫານ​ໜຶ່ງ​ໝວດ​ຈາກ​ເຜົ່າ​ເບັນຢາມິນ​ແລະ​ເຜົ່າຢູດາ ໄດ້​ອອກ​ໄປ​ຫາ​ດາວິດ​ທີ່​ປ້ອມ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ກາດ ຜູ້ທຳນວາຍ​ປະຈຳ​ກະສັດ​ດາວິດ​ວ່າ,


ປະຫວັດ​ຂອງ​ກະສັດ​ດາວິດ ແຕ່ຕົ້ນ​ຈົນ​ຈົບ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້ ໃນ​ບົດ​ບັນທຶກ​ຂອງ​ຜູ້ທຳນວາຍ​ສາມ​ຄົນ ດັ່ງນີ້: ຊາມູເອນ, ນາທານ ແລະ​ກາດ.


ກະສັດ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ກະສັດ​ດາວິດ​ໂດຍ​ຜ່ານ​ທາງ​ກາດ ຜູ້ທຳນວາຍ​ຂອງ​ກະສັດ ແລະ​ຜ່ານ​ທາງ​ຜູ້ທຳນວາຍ​ນາທານ; ເພິ່ນ​ໄດ້​ໃຫ້​ຊາວ​ເລວີ​ປະຈຳ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໂດຍ​ໃຫ້​ມີ​ພິນ​ແລະ​ມີ​ແສ່ງ


ຂ້າພະເຈົ້າ​ຕອບ​ວ່າ, “ຂ້ອຍ​ບໍ່ແມ່ນ​ຄົນ​ຊະນິດ​ທີ່​ຈະ​ແລ່ນ​ໜີ ແລະ​ໄປ​ລີ້ຕົວ​ຢູ່. ເຈົ້າ​ຄິດ​ວ່າ​ຂ້ອຍ​ຈະ​ເອົາ​ຊີວິດ​ລອດ ໂດຍ​ໄປ​ລີ້​ຢູ່​ໃນ​ພຣະວິຫານ​ຊັ້ນບໍ? ຂ້ອຍ​ຈະ​ບໍ່​ເຮັດ​ເຊັ່ນນັ້ນ​ດອກ.”


ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ເພື່ອ​ຄວາມ​ປອດໄພ ເຫດໃດ​ໜໍ​ຈຶ່ງ​ເວົ້າ​ໃຫ້​ຂ້ອຍ​ວ່າ, “ຈົ່ງ​ໜີໄປ​ລີ້​ທີ່​ພູເຂົາ​ເໝືອນ​ດັ່ງ​ນົກ


ເມື່ອ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ​ໃນ​ເມືອງ​ໜຶ່ງ ຈົ່ງ​ໜີໄປ​ທີ່​ເມືອງ​ອື່ນ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ທັນ​ໄປ​ໃນ​ທົ່ວ​ທຸກ​ເມືອງ​ຂອງ​ຊາດ​ອິດສະຣາເອນ ກ່ອນ​ທີ່​ບຸດ​ມະນຸດ​ມາ.”


ຕໍ່ມາ ດາວິດ​ໄດ້​ອອກ​ຈາກ​ບ່ອນ​ນີ້​ໄປ​ທີ່​ເມືອງ​ມີຊະປາ​ໃນ​ດິນແດນ​ໂມອາບ. ເພິ່ນ​ໄດ້​ກ່າວ​ແກ່​ກະສັດ​ແຫ່ງ​ໂມອາບ​ວ່າ, “ຂໍໂຜດ​ໃຫ້​ພໍ່​ແມ່​ຂອງ​ຂ້ານ້ອຍ​ມາ​ຢູ່​ກັບ​ທ່ານ​ຊົ່ວຄາວ ຈົນກວ່າ​ຂ້ານ້ອຍ​ຈະ​ຮູ້ຈັກ​ວ່າ ພຣະເຈົ້າ​ຈະ​ກະທຳການ​ຢ່າງໃດ​ສຳລັບ​ຂ້ານ້ອຍ​ແທ້.”


ແລ້ວ​ຜູ້ທຳນວາຍ​ທີ່​ຊື່​ວ່າ​ກາດ ກໍໄດ້​ມາ​ຫາ​ດາວິດ​ແລະ​ບອກ​ເພິ່ນ​ວ່າ, “ໃຫ້​ໜີໄປ​ຈາກ​ດິນແດນ​ຢູດາຍ​ນີ້​ສາ ຢ່າ​ຢູ່​ໃນ​ບ່ອນນີ້​ຕໍ່ໄປ.” ດັ່ງນັ້ນ ດາວິດ​ຈຶ່ງ​ໄດ້​ໜີໄປ​ຢູ່​ປ່າ​ເຮເຣັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka