1 ຊາມູເອນ 22:2 - ພຣະຄຳພີສັກສິ2 ນອກຈາກນີ້ແລ້ວຍັງມີປະມານ 400 ຄົນທີ່ໄດ້ໄປຫາດາວິດ ເປັນພວກທີ່ຖືກກົດຂີ່ຂົ່ມເຫັງ, ເປັນໜີ້ສິນ ແລະມີຄວາມຂັດຂ້ອງໝອງໃຈ. ແລ້ວດາວິດກໍໄດ້ກາຍເປັນຫົວໜ້າຂອງພວກເຂົາ. Uka jalj uñjjattʼäta |
ມີແມ່ໝ້າຍຜູ້ໜຶ່ງທີ່ຜົວຂອງນາງຢູ່ໃນກຸ່ມຜູ້ທຳນວາຍໄດ້ໄປຫາເອລີຊາ ແລະຮ້ອງຂໍວ່າ, “ທ່ານເອີຍ ຜົວຂອງຂ້ານ້ອຍຕາຍໄປແລ້ວ ທ່ານກໍຮູ້ວ່າລາວເປັນຄົນຮັບໃຊ້ທີ່ຢຳເກງພຣະເຈົ້າຢາເວ ແຕ່ເຈົ້າໜີ້ໄດ້ມາເອົາລູກຊາຍສອງຄົນຂອງຂ້ານ້ອຍໄປເປັນທາດຮັບໃຊ້ ເພື່ອຈ່າຍຄ່າໜີ້ທີ່ຜົວຂອງຂ້ານ້ອຍຕິດນັ້ນ.”
“ມື້ອື່ນ ໃນເວລາດຽວກັນນີ້ ເຮົາຈະສົ່ງຄົນໜຶ່ງຈາກເຜົ່າເບັນຢາມິນມາຫາເຈົ້າ; ຈົ່ງເອົານໍ້າມັນສັກສິດຫົດສົງລາວໃຫ້ເປັນກະສັດ ເພື່ອປົກຄອງປະຊາຊົນອິດສະຣາເອນຂອງເຮົາ; ແລະລາວຈະຊ່ວຍກອບກູ້ເອົາພວກເຂົາໃຫ້ພົ້ນຈາກພວກຟີລິດສະຕິນ. ເຮົາໄດ້ເຫັນຄວາມທົນທຸກຂອງພວກເຂົາ ແລະໄດ້ຍິນສຽງຮ້ອງຂໍໃຫ້ຊ່ວຍເຫລືອຂອງພວກເຂົາ.”