1 ຊາມູເອນ 22:13 - ພຣະຄຳພີສັກສິ13 ກະສັດໂຊນໄດ້ຖາມລາວວ່າ, “ເປັນຫຍັງເຈົ້າກັບດາວິດຈຶ່ງຮ່ວມໃຈກັນກະບົດຕໍ່ເຮົາ? ເປັນຫຍັງເຈົ້າຈຶ່ງເອົາເຂົ້າຈີ່ແລະມອບດາບໃຫ້ແກ່ມັນ ແລ້ວທັງທູນຖາມພຣະເຈົ້າໃຫ້ມັນດ້ວຍ? ດຽວນີ້ມັນໄດ້ຫັນມາຕໍ່ສູ້ເຮົາແລະລໍຫາໂອກາດທີ່ຈະຂ້າເຮົາຢູ່.” Uka jalj uñjjattʼäta |
ດ້ວຍເຫດນັ້ນບໍ ພວກເຈົ້າຈຶ່ງພວມກະບົດຕໍ່ເຮົາ? ໃນພວກເຈົ້າບໍ່ມີຜູ້ໃດເລີຍບອກເຮົາວ່າ ລູກຊາຍຂອງເຮົາເອງໄດ້ເຮັດສັນຍາມິດຕະພາບກັບດາວິດ. ບໍ່ມີຜູ້ໃດເລີຍສົນໃຈບອກເຮົາວ່າ ດາວິດຜູ້ຮັບໃຊ້ຂອງເຮົາເອງກຳລັງຊອກຫາຊ່ອງທາງທີ່ຈະຂ້າເຮົາ ແລະລູກຊາຍຂອງເຮົາເອງເປັນຜູ້ໃຫ້ກຳລັງໃຈ ແລະສະໜັບສະໜູນລາວ.”