Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 22:10 - ພຣະຄຳພີສັກສິ

10 ອາຮີເມເຫຼັກ​ໄດ້​ຖາມ​ພຣະເຈົ້າຢາເວ​ໃຫ້​ລາວ​ວ່າ ລາວ​ຄວນ​ຈະ​ເຮັດ​ຢ່າງໃດ. ນອກຈາກ​ນັ້ນ ເພິ່ນ​ຍັງ​ເອົາ​ອາຫານ​ແລະ​ດາບ​ຂອງ​ໂກລີອາດ ຊາວ​ຟີລິດສະຕິນ​ໃຫ້​ລາວ​ດ້ວຍ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 22:10
11 Jak'a apnaqawi uñst'ayäwi  

ລາວ​ຈະ​ເພິ່ງ​ປະໂຣຫິດ​ເອເລອາຊາ ຜູ້​ທີ່​ຈະ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ໂດຍ​ໃຊ້​ອຸຣິມ​ແລະ​ທຸມມິມ ຕໍ່ໜ້າ​ພຣະເຈົ້າຢາເວ ອັນ​ນີ້​ຈະ​ແມ່ນ​ວິທີ​ທີ່​ເອເລອາຊາ ນຳພາ​ໂຢຊວຍ ແລະ​ຊຸມຊົນ​ອິດສະຣາເອນ ໃນ​ວຽກ​ການ​ທັງໝົດ​ຂອງ​ພວກເຂົາ.”


ພວກເຂົາ​ຈຶ່ງ​ທູນ​ຖາມ​ພຣະເຈົ້າຢາເວ​ວ່າ, “ຍັງ​ມີ​ຄົນອື່ນ​ອີກ​ບໍ?” ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ໂຊນ​ຢູ່​ຫັ້ນ​ເດ ພວມ​ລີ້​ຢູ່​ທາງຫລັງ​ເຄື່ອງ​ຂອງ.”


ສະນັ້ນ ດາວິດ​ຈຶ່ງ​ຈາກ​ໄປ​ໂດຍ​ປົບໜີ​ຈາກ​ກະສັດ​ໂຊນ ແລະ​ໄດ້​ໄປ​ຫາ​ເຈົ້າ​ອາກີເຊ​ແຫ່ງ​ເມືອງກາດ.


ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ຄົນ​ໄປ​ນຳ​ເອົາ​ປະໂຣຫິດ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາຮີຕຸບ ພ້ອມ​ດ້ວຍ​ຍາດຕິພີ່ນ້ອງ​ຂອງ​ລາວ​ທີ່​ເປັນ​ປະໂຣຫິດ​ໃນ​ເມືອງ​ໂນບ​ນັ້ນ​ມາ​ຫາ​ຕົນ ແລະ​ພວກເຂົາ​ກໍໄດ້​ພາກັນ​ມາ​ຫາ​ເພິ່ນ.


ກະສັດ​ໂຊນ​ໄດ້ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ກັບ​ດາວິດ​ຈຶ່ງ​ຮ່ວມໃຈ​ກັນ​ກະບົດ​ຕໍ່​ເຮົາ? ເປັນຫຍັງ​ເຈົ້າ​ຈຶ່ງ​ເອົາ​ເຂົ້າຈີ່​ແລະ​ມອບ​ດາບ​ໃຫ້​ແກ່​ມັນ ແລ້ວ​ທັງ​ທູນ​ຖາມ​ພຣະເຈົ້າ​ໃຫ້​ມັນ​ດ້ວຍ? ດຽວນີ້​ມັນ​ໄດ້​ຫັນ​ມາ​ຕໍ່ສູ້​ເຮົາ​ແລະ​ລໍ​ຫາ​ໂອກາດ​ທີ່​ຈະ​ຂ້າ​ເຮົາ​ຢູ່.”


ແມ່ນແທ້ ຂ້ານ້ອຍ​ໄດ້​ຖາມ​ພຣະເຈົ້າ​ໃຫ້​ລາວ ແລະ​ຂ້ານ້ອຍ​ເຮັດ​ເຊັ່ນນັ້ນ​ກໍ​ບໍ່ແມ່ນ​ເທື່ອ​ທຳອິດ. ຂໍ​ທ່ານ​ຢ່າ​ຫາ​ວ່າ ຂ້ານ້ອຍ​ຫລື​ຜູ້ໃດ​ຜູ້ໜຶ່ງ​ໃນ​ຄອບຄົວ​ຂອງ​ຂ້ານ້ອຍ​ກະບົດ​ຕໍ່​ທ່ານ​ເລີຍ. ຂ້ານ້ອຍ​ບໍ່ໄດ້​ຮູ້​ຫຍັງ​ກ່ຽວກັບ​ເລື່ອງນີ້.”


ດາວິດ​ຖາມ​ອີກ​ວ່າ, “ຊາວ​ເມືອງ​ເກອີລາ​ຈະ​ມອບ​ທະຫານ​ຂອງ​ຂ້ານ້ອຍ​ກັບ​ຂ້ານ້ອຍ​ເອງ ໃຫ້​ກະສັດ​ໂຊນ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ວ່າ, “ພວກເຂົາ​ຈະ​ມອບ”.


ສະນັ້ນ ລາວ​ຈຶ່ງ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ດາວິດ​ວ່າ, “ຄວນໄປ ໂຈມຕີ​ພວກເຂົາ​ແລະ​ຊ່ວຍ​ເອົາ​ເມືອງ​ເກອີລາ​ໄວ້.”


ສະນັ້ນ ດາວິດ​ຈຶ່ງ​ໄດ້​ປຶກສາ​ນຳ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ກໍ​ຕອບ​ດາວິດ​ວ່າ, “ໄປ​ໂຈມຕີ​ເມືອງ​ເກອີລາ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກ​ຟີລິດສະຕິນ.”


ດາວິດ​ຖາມ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ໄລ່​ຕິດຕາມ​ພວກ​ນັກປຸ້ນ​ຫລື​ບໍ່? ຂ້ານ້ອຍ​ຈະ​ຕາມ​ທັນ​ພວກເຂົາ​ຫລື​ບໍ່?” ພຣະອົງ​ຕອບ​ວ່າ, “ຈົ່ງ​ໄລ່​ຕິດຕາມ​ພວກເຂົາ​ໄປ ແລະ​ເຈົ້າ​ຈະ​ຕາມ​ທັນ ພ້ອມ​ທັງ​ຈະ​ຊ່ວຍ​ກອບກູ້​ເອົາ​ທຸກສິ່ງ​ນັ້ນ​ກັບຄືນ​ມາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka