Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 21:8 - ພຣະຄຳພີສັກສິ

8 ດາວິດ​ຖາມ​ອາຮີເມເຫຼັກ​ວ່າ, “ທ່ານ​ມີ​ຫອກ​ຫລື​ດາບ ພໍ​ທີ່​ຈະ​ເອົາ​ໃຫ້​ຂ້າພະເຈົ້າ​ໃຊ້​ແດ່​ບໍ? ກະສັດ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ອອກ​ມາ​ຢ່າງຟ້າວຟັ່ງ​ໂພດ ເລີຍ​ບໍ່ມີ​ເວລາ​ພໍ​ທີ່​ຈະ​ເອົາ​ດາບ​ຫລື​ອາວຸດ​ໃດໆ​ຕິດຕົວ​ມາ​ນຳ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 21:8
6 Jak'a apnaqawi uñst'ayäwi  

ຕາມ​ຄຳສັ່ງ​ຂອງ​ກະສັດ ພວກ​ສົ່ງຂ່າວ​ໄດ້​ຂີ່​ມ້າ​ອອກ​ໄປ​ຢ່າງ​ວ່ອງໄວ. ຄຳສັ່ງ​ນີ້​ໄດ້​ຖືກ​ແຈ້ງ​ໃຫ້​ຄົນ​ທີ່​ເມືອງ​ເອກຊູຊາ​ຮູ້​ຄືກັນ.


ຢ່າ​ຖື​ຖົງ​ເງິນ ຫລື​ຖື​ຖົງເຄື່ອງ ຫລື​ຖື​ເກີບ​ໄປ​ນຳ ຢ່າ​ຢຸດ​ຄຳນັບ​ຜູ້ໃດ​ຕາມ​ທາງ.


ໃນ​ມື້​ນັ້ນ ໂດເອັກ ຄົນ​ເອໂດມ​ຫົວໜ້າ​ຄົນລ້ຽງແກະ​ຂອງ​ກະສັດ​ໂຊນ​ກໍ​ຢູ່​ໃນ​ທີ່ນັ້ນ ເພື່ອ​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະເຈົ້າຢາເວ.


ອາຮີເມເຫຼັກ​ຕອບ​ວ່າ, “ມີ ແມ່ນ​ດາບ​ຂອງ​ໂກລີອາດ​ຄົນ​ຟີລິດສະຕິນ ຜູ້​ທີ່​ທ່ານ​ໄດ້​ຂ້າ​ໃນ​ຮ່ອມພູ​ເອລາ​ນັ້ນ. ມັນ​ຢູ່​ທາງ​ຫລັງ​ຂອງ​ເອໂຟດ ແລະ​ມີ​ຜ້າ​ພັນ​ໄວ້. ມັນ​ເປັນ​ອາວຸດ​ຢ່າງ​ດຽວ​ເທົ່ານັ້ນ​ທີ່​ມີ​ຢູ່​ໃນ​ທີ່​ນີ້ ຖ້າ​ທ່ານ​ຢາກ​ໄດ້​ກໍ​ເຊີນ​ເອົາ​ໄປ​ໂລດ.” ດາວິດ​ເວົ້າ​ວ່າ, “ຈົ່ງ​ເອົາ​ໃຫ້​ຂ້າພະເຈົ້າ​ເຖີດ ບໍ່ມີ​ດາບ​ດວງ​ໃດ​ຈະ​ດີ​ໄປ​ກວ່າ​ດາບ​ດວງ​ນີ້.”


ດາວິດ​ຈຶ່ງ​ເວົ້າ​ຕໍ່​ອາບີອາທາ​ວ່າ, “ເມື່ອ​ຂ້ອຍ​ເຫັນ​ໂດເອັກ​ໃນ​ວັນ​ນັ້ນ ຂ້ອຍ​ກໍ​ຮູ້​ໂລດ​ວ່າ​ລາວ​ຕ້ອງ​ໄປ​ບອກ​ໂຊນ​ເປັນ​ແນ່. ສະນັ້ນ ຂ້ອຍ​ຈຶ່ງ​ຂໍ​ຮັບຜິດຊອບ ຕໍ່​ການ​ຕາຍ​ຂອງ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ​ທຸກຄົນ​ໃນຄັ້ງນີ້.


ໂດເອັກ​ຄົນ​ເອໂດມ​ທີ່​ຢືນ​ຢູ່​ກັບ​ພວກ​ຂ້າຣາຊການ​ຂອງ​ກະສັດ​ໂຊນ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ດາວິດ​ໄປ​ທີ່​ເມືອງ​ໂນບ ຫາ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາຮີຕຸບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka