7 ໃນມື້ນັ້ນ ໂດເອັກ ຄົນເອໂດມຫົວໜ້າຄົນລ້ຽງແກະຂອງກະສັດໂຊນກໍຢູ່ໃນທີ່ນັ້ນ ເພື່ອປະຕິບັດໜ້າທີ່ຕໍ່ໜ້າພຣະເຈົ້າຢາເວ.
ຄົນລ້ຽງສັດຂອງຊາວເມືອງເກຣາກຈຶ່ງມາຖົກຖຽງກັນກັບຄົນລ້ຽງສັດຂອງອີຊາກວ່າ, “ບໍ່ນໍ້ານີ້ເປັນຂອງພວກເຮົາ.” ດັ່ງນັ້ນ ອີຊາກຈຶ່ງໃສ່ຊື່ບໍ່ນໍ້ານີ້ວ່າ, “ທະເລາະວິວາດ.”
ເພິ່ນໄດ້ສ້າງຫໍຄອຍທີ່ມີປ້ອມປ້ອງກັນນອກເມືອງເຊັ່ນກັນ ພ້ອມທັງໄດ້ຂຸດອ່າງເກັບນໍ້າໄວ້ດ້ວຍ ຍ້ອນເພິ່ນມີຝູງງົວຢ່າງຫລວງຫລາຍຢູ່ຕາມຈ້າຍພູແລະຕາມທົ່ງພຽງ. ຍ້ອນເພິ່ນມັກການປູກຝັງ ເພິ່ນຈຶ່ງສົ່ງເສີມປະຊາຊົນໃຫ້ປູກຕົ້ນອະງຸ່ນຕາມເມືອງພູດອຍແລະໃຫ້ເຮັດສວນຕາມດິນທີ່ອຸດົມສົມບູນ.
ສະນັ້ນ ປະຊາຊົນຂອງເຮົາຈຶ່ງຫລັ່ງໄຫລກັນມາຟັງສິ່ງທີ່ເຈົ້າຕ້ອງກ່າວ, ແຕ່ພວກເຂົາບໍ່ໄດ້ເຮັດຕາມ. ພວກເຂົາຖືຄຳເວົ້າຂອງເຈົ້ານັ້ນເປັນດັ່ງບົດເພງງ່າຍໆ ແລະພວກເຂົາຍັງສືບຕໍ່ໂລບມາກໂລພາ.
ຄົນທີ່ສືບເຊື້ອສາຍມາຈາກຄອບຄົວຂອງປະໂຣຫິດເທົ່ານັ້ນ ທີ່ຈະກິນຂອງຖວາຍອັນສັກສິດໄດ້; ນອກນັ້ນບໍ່ມີຜູ້ໃດສາມາດຈະກິນໄດ້ ແມ່ນແຕ່ຄົນທີ່ອາໄສຢູ່ນຳປະໂຣຫິດ ຫລືຄົນທີ່ປະໂຣຫິດຈ້າງມາຊ່ວຍວຽກກໍກິນບໍ່ໄດ້.
ແຕ່ລູກສາວຂອງປະໂຣຫິດທີ່ເປັນແມ່ໝ້າຍ ຫລືແມ່ຮ້າງທີ່ຍັງບໍ່ມີລູກ ແລະຜູ້ທີ່ກັບຄືນມາຢູ່ໃນຄອບຄົວພໍ່ທີ່ຢູ່ໃຕ້ຄວາມດູແລຂອງເພິ່ນ ອາດກິນອາຫານທີ່ພໍ່ຂອງຕົນໄດ້ຮັບໃນຖານະເປັນປະໂຣຫິດໄດ້. ຄົນໃນຄອບຄົວຂອງປະໂຣຫິດເທົ່ານັ້ນ ທີ່ກິນເຄື່ອງຖວາຍອັນສັກສິດໄດ້.
ຈົ່ງເອົາແປ້ງສິບສອງກິໂລກຼາມມາ ແລະປັ້ນເຮັດເຂົ້າຈີ່ສິບສອງກ້ອນ.
ທຸກວັນຊະບາໂຕ ຈົ່ງນຳເຂົ້າຈີ່ມາວາງຢູ່ຕໍ່ໜ້າພຣະເຈົ້າຢາເວທຸກຍຸກທຸກສະໄໝສືບໄປ. ອັນນີ້ໃຫ້ຖືເປັນໜ້າທີ່ຂອງຊາວອິດສະຣາເອນຕະຫລອດໄປ.
ຍັງດົນປານໃດວັນຊະບາໂຕຈະໝົດໄປ ເພື່ອວ່າພວກເຮົາຈະເລີ່ມຂາຍເຂົ້າສາລີໄດ້? ແລ້ວພວກເຮົາກໍຈະຄິດຄ່າເກີນກວ່າລາຄາ, ໃຊ້ເຄື່ອງຜອງບໍ່ຖືກຕ້ອງ ແລະດັດແປງຊິງເພື່ອສໍ້ໂກງລູກຄ້າຂອງພວກເຮົາ.
‘ຄົນເຫຼົ່ານີ້ໃຫ້ກຽດເຮົາແຕ່ປາກ ສ່ວນຈິດໃຈຫ່າງໄກຈາກເຮົາ.
ສ່ວນໂຊນນັ້ນກຳລັງຈູງງົວມາແຕ່ນາ ເພິ່ນຖາມວ່າ, “ມີຫຍັງເກີດຂຶ້ນ? ເປັນຫຍັງທຸກຄົນຈຶ່ງຮ້ອງໄຫ້?” ພວກເຂົາບອກເລື່ອງທີ່ຄົນນຳຂ່າວຈາກຢາເບັດໄດ້ມາລາຍງານນັ້ນສູ່ລາວຟັງ.
ເມື່ອໂຊນຂຶ້ນເປັນກະສັດຂອງຊາດອິດສະຣາເອນແລ້ວ ເພິ່ນໄດ້ສູ້ຮົບໃນທຸກບ່ອນກັບສັດຕູທຸກຄົນຂອງເພິ່ນເຊັ່ນ: ຊາວໂມອາບ, ຊາວອຳໂມນ, ຊາວເອໂດມ, ພວກກະສັດແຫ່ງໂຊບາ ແລະພວກຟີລິດສະຕິນ. ທຸກບ່ອນທີ່ເພິ່ນສູ້ຮົບ ເພິ່ນກໍໄດ້ຮັບໄຊຊະນະ.
ດາວິດຖາມອາຮີເມເຫຼັກວ່າ, “ທ່ານມີຫອກຫລືດາບ ພໍທີ່ຈະເອົາໃຫ້ຂ້າພະເຈົ້າໃຊ້ແດ່ບໍ? ກະສັດໄດ້ສັ່ງໃຫ້ຂ້າພະເຈົ້າອອກມາຢ່າງຟ້າວຟັ່ງໂພດ ເລີຍບໍ່ມີເວລາພໍທີ່ຈະເອົາດາບຫລືອາວຸດໃດໆຕິດຕົວມານຳ.”
ອາຮີເມເຫຼັກໄດ້ຖາມພຣະເຈົ້າຢາເວໃຫ້ລາວວ່າ ລາວຄວນຈະເຮັດຢ່າງໃດ. ນອກຈາກນັ້ນ ເພິ່ນຍັງເອົາອາຫານແລະດາບຂອງໂກລີອາດ ຊາວຟີລິດສະຕິນໃຫ້ລາວດ້ວຍ.”
ດາວິດຈຶ່ງເວົ້າຕໍ່ອາບີອາທາວ່າ, “ເມື່ອຂ້ອຍເຫັນໂດເອັກໃນວັນນັ້ນ ຂ້ອຍກໍຮູ້ໂລດວ່າລາວຕ້ອງໄປບອກໂຊນເປັນແນ່. ສະນັ້ນ ຂ້ອຍຈຶ່ງຂໍຮັບຜິດຊອບ ຕໍ່ການຕາຍຂອງຍາດຕິພີ່ນ້ອງຂອງເຈົ້າທຸກຄົນໃນຄັ້ງນີ້.
ໂດເອັກຄົນເອໂດມທີ່ຢືນຢູ່ກັບພວກຂ້າຣາຊການຂອງກະສັດໂຊນຈຶ່ງຕອບວ່າ, “ຂ້ານ້ອຍໄດ້ເຫັນດາວິດໄປທີ່ເມືອງໂນບ ຫາອາຮີເມເຫຼັກລູກຊາຍຂອງອາຮີຕຸບ.