Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 21:4 - ພຣະຄຳພີສັກສິ

4 ປະໂຣຫິດ​ຕອບ​ວ່າ, “ຂ້າພະເຈົ້າ​ບໍ່ມີ​ເຂົ້າຈີ່​ທຳມະດາ ມີ​ແຕ່​ເຂົ້າຈີ່​ບໍຣິສຸດ​ສັກສິດ​ເທົ່ານັ້ນ. ຖ້າ​ຄົນ​ຂອງທ່ານ​ບໍ່ໄດ້​ຮ່ວມເພດ​ກັບ​ຜູ້ຍິງ​ມາ​ກ່ອນ​ໃນ​ໄລຍະ​ນີ້ ຂໍ​ທ່ານ​ຈົ່ງ​ເອົາ​ໄປ​ໂລດ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 21:4
9 Jak'a apnaqawi uñst'ayäwi  

ແລະ​ໂມເຊ​ບອກ​ພວກເຂົາ​ຕື່ມ​ວ່າ, “ໃນ​ມື້​ທີ​ສາມ ຈົ່ງ​ພາກັນ​ຕຽມພ້ອມ​ໃຫ້​ດີ ແລະ​ຢ່າ​ສົມສູ່​ກັນ​ທາງ​ເພດ​ເປັນ​ເດັດຂາດ.”


ຈົ່ງ​ວາງ​ໂຕະ​ໄວ້​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ ແລະ​ທີ່​ເທິງ​ໂຕະ​ນັ້ນ ຈົ່ງ​ວາງ​ເຂົ້າຈີ່​ທີ່​ຖວາຍບູຊາ​ແກ່​ເຮົາ​ຕະຫລອດໄປ.


ຫລັງຈາກ​ສົມສູ່​ກັນ​ແລ້ວ ທັງ​ຜູ້ຊາຍ​ແລະ​ຜູ້ຍິງ​ຕ້ອງ​ອາບນໍ້າ ແລະ​ທັງສອງ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ.


ແລະ​ເພື່ອ​ຖາມ​ບັນດາ​ປະໂຣຫິດ​ຕະຫລອດ​ທັງ​ຜູ້ທຳນວາຍ​ວ່າ: “ພວກ​ຂ້ານ້ອຍ​ທັງຫລາຍ​ຈະ​ຕ້ອງ​ສືບຕໍ່​ໄວ້ທຸກ​ແລະ​ຖືສິນ​ອົດອາຫານ ເພາະ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຖືກ​ທຳລາຍ​ໃນ​ເດືອນ​ທີ​ຫ້າ ຕາມ​ທີ່​ພວກ​ຂ້ານ້ອຍ​ເຄີຍ​ປະຕິບັດ​ມາ​ເປັນ​ເວລາ​ຫລາຍ​ປີ​ນັ້ນ​ບໍ?”


ຢ່າ​ປະຕິເສດ​ການ​ຢູ່​ຮ່ວມ​ກັນ ນອກຈາກ​ໄດ້​ຕົກລົງ​ກັນ​ກ່ອນ​ເປັນ​ການ​ຊົ່ວຄາວ ເພື່ອ​ອຸທິດ​ຕົນ​ໃນ​ການ​ພາວັນນາ​ອະທິຖານ ແຕ່​ຫລັງຈາກ​ນັ້ນ​ແລ້ວ ຈົ່ງ​ມາ​ຢູ່​ຮ່ວມ​ກັນ​ອີກ. ເພື່ອ​ພວກເຈົ້າ​ຈະ​ຮັກສາ​ຕົວ​ໄວ້ ບໍ່​ໃຫ້​ມານຊາຕານ​ຊັກຈູງ​ໃຫ້​ຫລົງ​ເຮັດ​ຜິດ ເພາະ​ຄວບຄຸມ​ຕົນເອງ​ບໍ່ໄດ້.


ທ່ານ​ມີ​ອາຫານ​ກິນ​ບໍ? ຂ້າພະເຈົ້າ​ຂໍ​ເຂົ້າຈີ່​ແດ່​ຈັກ​ຫ້າ​ກ້ອນ ຫລື​ອັນໃດ​ກໍໄດ້​ຕາມ​ທີ່​ທ່ານ​ມີຢູ່.”


ດັ່ງນັ້ນ ປະໂຣຫິດ​ຈຶ່ງ​ເອົາ​ເຂົ້າຈີ່​ບໍຣິສຸດ​ສັກສິດ​ນັ້ນ​ໃຫ້​ດາວິດ ເພາະ​ເພິ່ນ​ມີ​ແຕ່​ເຂົ້າຈີ່​ທີ່​ໄດ້​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ແລ້ວ​ເທົ່ານັ້ນ ຊຶ່ງ​ໄດ້​ເອົາ​ມາ​ຈາກ​ໂຕະ​ສັກສິດ ແລະ​ເອົາ​ເຂົ້າຈີ່​ໃໝ່​ມາ​ວາງ​ໄວ້​ແທນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka