3 ທ່ານມີອາຫານກິນບໍ? ຂ້າພະເຈົ້າຂໍເຂົ້າຈີ່ແດ່ຈັກຫ້າກ້ອນ ຫລືອັນໃດກໍໄດ້ຕາມທີ່ທ່ານມີຢູ່.”
ເມື່ອເວລານັ້ນມາເຖິງ ສະມາຊິກໃນຕະກຸນໜຶ່ງຈະເລືອກເອົາຜູ້ໜຶ່ງໃນພວກເຂົາ ແລະເວົ້າກັບລາວວ່າ, “ຢ່າງໜ້ອຍເຈົ້າກໍມີເຄື່ອງນຸ່ງຫົ່ມບາງໂຕ; ສະນັ້ນ ໃນເວລາທີ່ເດືອດຮ້ອນຢ່າງນີ້ ຈົ່ງເປັນຜູ້ນຳຂອງພວກເຮົາເຖີດ.”
ຖ້າຂ້ອຍໄດ້ເປັນຜູ້ຮັບໃຊ້ຂອງເມືອງນີ້ ຂ້ອຍຈະກຳຈັດອາບີເມເຫຼັກໃຫ້ສິ້ນໄປ ຂ້ອຍຈະຕ້ອງກ່າວທ້າທາຍ ລາວໂລດວ່າ ‘ຈົ່ງຮວບຮວມເອົາກຳລັງຂອງເຈົ້າອອກມາ ແລະສູ້ຮົບກັນເບິ່ງ.”’
ດາວິດຕອບວ່າ, “ຂ້າພະເຈົ້າມາກ່ຽວກັບທຸລະຂອງກະສັດ ເພິ່ນສັ່ງຂ້າພະເຈົ້າວ່າ ຢ່າບອກໃຫ້ຜູ້ໃດຮູ້ເຖິງເລື່ອງທີ່ເພິ່ນໃຊ້ຂ້າພະເຈົ້າມານີ້. ຂ້າພະເຈົ້າໄດ້ນັດໃຫ້ຄົນຂອງຂ້າພະເຈົ້າ ໄປພົບກັບຂ້າພະເຈົ້າຢູ່ໃນບ່ອນໜຶ່ງຕ່າງຫາກ.
ປະໂຣຫິດຕອບວ່າ, “ຂ້າພະເຈົ້າບໍ່ມີເຂົ້າຈີ່ທຳມະດາ ມີແຕ່ເຂົ້າຈີ່ບໍຣິສຸດສັກສິດເທົ່ານັ້ນ. ຖ້າຄົນຂອງທ່ານບໍ່ໄດ້ຮ່ວມເພດກັບຜູ້ຍິງມາກ່ອນໃນໄລຍະນີ້ ຂໍທ່ານຈົ່ງເອົາໄປໂລດ.”