Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 21:2 - ພຣະຄຳພີສັກສິ

2 ດາວິດ​ຕອບ​ວ່າ, “ຂ້າພະເຈົ້າ​ມາ​ກ່ຽວກັບ​ທຸລະ​ຂອງ​ກະສັດ ເພິ່ນ​ສັ່ງ​ຂ້າພະເຈົ້າ​ວ່າ ຢ່າ​ບອກ​ໃຫ້​ຜູ້ໃດ​ຮູ້​ເຖິງ​ເລື່ອງ​ທີ່​ເພິ່ນ​ໃຊ້​ຂ້າພະເຈົ້າ​ມາ​ນີ້. ຂ້າພະເຈົ້າ​ໄດ້​ນັດ​ໃຫ້​ຄົນ​ຂອງ​ຂ້າພະເຈົ້າ ໄປ​ພົບ​ກັບ​ຂ້າພະເຈົ້າ​ຢູ່​ໃນ​ບ່ອນ​ໜຶ່ງ​ຕ່າງຫາກ.

Uka jalj uñjjattʼäta Copia luraña




1 ຊາມູເອນ 21:2
13 Jak'a apnaqawi uñst'ayäwi  

ອີຊາກ​ຖາມ​ວ່າ, “ລູກ​ໄດ້​ມາ​ແຕ່​ໃສ​ໄວ​ແທ້?” ຢາໂຄບ​ຕອບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພໍ່​ຊ່ວຍ​ຫາ​ໃຫ້​ລູກ.”


ແຕ່​ເພິ່ນ​ຍັງ​ຖາມ​ຊໍ້າ​ອີກ​ວ່າ, “ເຈົ້າ​ແມ່ນ​ເອຊາວ​ແທ້​ບໍ?” ລາວ​ຕອບ​ວ່າ, “ແມ່ນແທ້.”


ແລ້ວ​ຜູ້ທຳນວາຍ​ຜູ້ເຖົ້າ​ຈາກ​ເບັດເອນ​ກໍ​ກ່າວ​ແກ່​ລາວ​ວ່າ, “ຂ້າພະເຈົ້າ​ເອງ​ກໍ​ເປັນ​ຜູ້ທຳນວາຍ​ເໝືອນກັບ​ທ່ານ ພຣະເຈົ້າຢາເວ​ສັ່ງ​ໃຫ້​ເທວະດາ​ຕົນ​ໜຶ່ງ​ມາ​ບອກ​ຂ້າພະເຈົ້າ​ໃຫ້​ພາ​ທ່ານ​ເມືອ​ເຮືອນ ເພື່ອ​ໃຫ້​ທ່ານ​ໄດ້​ກິນ​ແລະ​ດື່ມ,” ແຕ່​ຜູ້ທຳນວາຍ​ຜູ້ເຖົ້າ​ຄົນ​ນີ້​ເວົ້າ​ຕົວະ.


ອານາທົດ, ໂນບ, ອານານີຢາ,


ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ໄວ້​ບໍ່​ໃຫ້​ເດີນ​ໄປ​ໃນ​ທາງ​ຜິດ ແລະ​ດ້ວຍ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ສັ່ງສອນ​ກົດບັນຍັດ​ໃຫ້​ຂ້ານ້ອຍ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕັ້ງ​ຍາມ​ເຝົ້າ​ທີ່​ປາກ​ຂອງ​ຂ້ານ້ອຍ ໂຜດ​ໃຫ້​ມີ​ຜູ້ປ້ອງກັນ​ຍາມ​ທີ່​ປະຕູ​ປາກ​ເຖີດ.


ມື້ນີ້​ສັດຕູ​ໄດ້​ມາຮອດ​ເມືອງ​ໂນບ​ແລ້ວ ແລະ​ຢູ່​ໃນ​ທີ່ນັ້ນ​ພວກເຂົາ​ກຳລັງ​ຍົກ​ກຳປັ້ນ​ໃສ່​ພູເຂົາ​ຊີໂອນ ຄື​ໃສ່​ນະຄອນ​ເຢຣູຊາເລັມ.


ດ້ວຍວ່າ, ກ່ອນ​ທີ່​ຄົນ​ຂອງ​ຢາໂກໂບ​ໄດ້​ມາ​ເຖິງ ເປໂຕ​ໄດ້​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ ແຕ່​ພໍ​ພວກ​ເຫຼົ່ານັ້ນ​ມາ​ເຖິງ​ແລ້ວ ເພິ່ນ​ກໍ​ຖອຍ​ອອກ​ມາ ແລະ​ບໍ່​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ​ອີກ ເພາະ​ເພິ່ນ​ຢ້ານ​ພວກ​ທີ່​ຖື​ພິທີຕັດ.


ຢ່າ​ເວົ້າ​ຕົວະ​ຕໍ່​ກັນແລະກັນ ດ້ວຍວ່າ ພວກເຈົ້າ​ໄດ້​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ກັບ​ຄວາມ​ປະພຶດ​ແບບ​ເກົ່າ​ນັ້ນ​ແລ້ວ.


ກະສັດ​ໂຊນ​ຈຶ່ງ​ຖາມ​ມີການ​ວ່າ, “ເປັນຫຍັງ​ລູກ​ຈຶ່ງ​ຫລອກລວງ​ພໍ່​ເຊັ່ນນີ້ ໂດຍ​ປ່ອຍ​ໃຫ້​ສັດຕູ​ຂອງ​ພໍ່​ໜີໄປ.” ນາງ​ຕອບ​ວ່າ, “ລາວ​ວ່າ​ຈະ​ຂ້າ​ລູກ​ຖິ້ມ ຖ້າ​ລູກ​ບໍ່​ຊ່ວຍ​ລາວ​ໃຫ້​ໜີໄປ.”


ທ່ານ​ມີ​ອາຫານ​ກິນ​ບໍ? ຂ້າພະເຈົ້າ​ຂໍ​ເຂົ້າຈີ່​ແດ່​ຈັກ​ຫ້າ​ກ້ອນ ຫລື​ອັນໃດ​ກໍໄດ້​ຕາມ​ທີ່​ທ່ານ​ມີຢູ່.”


ດາວິດ​ຈຶ່ງ​ເວົ້າ​ຕໍ່​ອາບີອາທາ​ວ່າ, “ເມື່ອ​ຂ້ອຍ​ເຫັນ​ໂດເອັກ​ໃນ​ວັນ​ນັ້ນ ຂ້ອຍ​ກໍ​ຮູ້​ໂລດ​ວ່າ​ລາວ​ຕ້ອງ​ໄປ​ບອກ​ໂຊນ​ເປັນ​ແນ່. ສະນັ້ນ ຂ້ອຍ​ຈຶ່ງ​ຂໍ​ຮັບຜິດຊອບ ຕໍ່​ການ​ຕາຍ​ຂອງ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ​ທຸກຄົນ​ໃນຄັ້ງນີ້.


ໂດເອັກ​ຄົນ​ເອໂດມ​ທີ່​ຢືນ​ຢູ່​ກັບ​ພວກ​ຂ້າຣາຊການ​ຂອງ​ກະສັດ​ໂຊນ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ດາວິດ​ໄປ​ທີ່​ເມືອງ​ໂນບ ຫາ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາຮີຕຸບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka