12 ດາວິດຮູ້ສຶກເຖິງອັນຕະລາຍຂອງຄຳເວົ້າເຫຼົ່ານີ້ ແລະລາວກໍຢ້ານກົວເຈົ້າອາກີເຊທີ່ສຸດ.
ເມື່ອຜູ້ຊາຍຊາວເມືອງຖາມກ່ຽວກັບເມຍຂອງເພິ່ນ ເພິ່ນກໍຕອບພວກເຂົາວ່າ ນາງເປັນນ້ອງສາວ. ເພິ່ນບໍ່ກ້າເວົ້າວ່ານາງເປັນເມຍຂອງຕົນ ເພາະຢ້ານພວກຜູ້ຊາຍຊາວເມືອງນີ້ຂ້າເພິ່ນ ແລະເອົານາງເຣເບກາຜູ້ເປັນຍິງສວຍງາມນີ້ໄປ.
ຂ້ານ້ອຍຖືຮັກສາຖ້ອຍຄຳຂອງພຣະອົງໄວ້ຢູ່ໃນຈິດໃຈ ເພື່ອວ່າຈະບໍ່ໄດ້ເຮັດບາບຕໍ່ສູ້ພຣະອົງ.
ຂ້ານ້ອຍພາວັນນາອະທິຖານຫາພຣະເຈົ້າຢາເວ ແລະຄຳຕອບກໍມີມາ ຊົງປົດປ່ອຍຂ້ານ້ອຍຈາກຄວາມຢ້ານທັງສິ້ນ.
ໂອ ພຣະຜູ້ຊົງຣິດອຳນາດອົງສູງສຸດເອີຍ ເມື່ອຢ້ານກົວຂ້ານ້ອຍກໍໄວ້ວາງໃຈໃນພຣະອົງ.
ຝ່າຍມາຣີກໍຈົດຈຳເລື່ອງເຫຼົ່ານີ້ທັງໝົດໄວ້ ແລະຄິດຮໍ່າເພີງຢູ່ໃນໃຈ.
ແລ້ວພຣະກຸມມານເຢຊູ ຈຶ່ງລົງເມືອກັບພວກເພິ່ນສູ່ເມືອງນາຊາເຣັດ ແລະອ່ອນນ້ອມຍອມຟັງພວກເພິ່ນ ຝ່າຍແມ່ກໍເກັບກຳເລື່ອງທັງໝົດນີ້ໄວ້ໃນໃຈ.
ໃນການສະເຫລີມສະຫລອງຄັ້ງນີ້ ພວກຜູ້ຍິງໄດ້ຮ້ອງເພງວ່າ, “ໂຊນໄດ້ຂ້າສັດຕູຫລາຍພັນຄົນ, ແຕ່ດາວິດນັ້ນໄດ້ຂ້າສັດຕູຫລາຍໝື່ນຄົນ.”
ສະນັ້ນ ດາວິດຈຶ່ງຈາກໄປໂດຍປົບໜີຈາກກະສັດໂຊນ ແລະໄດ້ໄປຫາເຈົ້າອາກີເຊແຫ່ງເມືອງກາດ.
ດັ່ງນັ້ນ ເມື່ອໃດທີ່ດາວິດຢູ່ໃກ້ຄົນເຫຼົ່ານີ້; ລາວຈຶ່ງທຳທ່າເປັນຄົນເສຍຈິດ ແລະເຮັດຄືຄົນເປັນບ້າໂດຍຂີດຂຽນຕາມປະຕູເມືອງ ແລະໃຫ້ນໍ້າລາຍເຫີຍລົງໃສ່ໜວດ