10 ສະນັ້ນ ດາວິດຈຶ່ງຈາກໄປໂດຍປົບໜີຈາກກະສັດໂຊນ ແລະໄດ້ໄປຫາເຈົ້າອາກີເຊແຫ່ງເມືອງກາດ.
ເອລີຢາເກີດຢ້ານກົວຫລາຍ ຈຶ່ງໜີເອົາຊີວິດລອດ ເພິ່ນໄດ້ເອົາຄົນຮັບໃຊ້ຂອງເພິ່ນໄປທີ່ເມືອງເບເອນເຊບາໃນອານາຈັກຢູດາຍ. ແລ້ວເອລີຢາກໍໄດ້ປະຄົນຮັບໃຊ້ຂອງຕົນໄວ້ຢູ່ໃນເມືອງນີ້
ຂ້າແດ່ພຣະເຈົ້າ ຂໍຊົງໂຜດເມດຕາຂ້ານ້ອຍ ເພາະຖືກສັດຕູໂຈມຕີແລະຖືກຂົ່ມເຫັງເລື້ອຍມາ.
ເມື່ອກະສັດເຢໂຮຍອາກິມກັບທະຫານ ພ້ອມຂ້າຣາຊການຂອງເພິ່ນໄດ້ຍິນສິ່ງທີ່ອຸຣິຢາໄດ້ກ່າວນັ້ນ ກະສັດກໍໄດ້ພະຍາຍາມສັງຫານລາວ, ແຕ່ອຸຣິຢາໄດ້ຮູ້ເລື່ອງກ່ອນ; ສະນັ້ນ ລາວຈຶ່ງໜີໄປຢ່າງຕົກໃຈກົວ ແລະໂຕນໄປຢູ່ປະເທດເອຢິບ.
ສ່ວນກະສັດໂຊນແລະຊາວອິດສະຣາເອນນັ້ນກໍໄດ້ເຕົ້າໂຮມກັນ ແລະຕັ້ງຄ້າຍຢູ່ທີ່ຮ່ອມພູເອລາ, ແລ້ວພວກເຂົາກໍຕຽມພ້ອມທີ່ຈະສູ້ຮົບພວກຟີລິດສະຕິນໃນທີ່ນັ້ນ.
ດາວິດແລ່ນເຂົ້າໄປຫາໂກລີອາດຢຽບໂຕລາວໄວ້, ຖອດເອົາດາບຂອງໂກລີອາດອອກມາຈາກຝັກ ແລະໃຊ້ດາບນັ້ນຕັດຫົວຂອງລາວ. ເມື່ອພວກຟີລິດສະຕິນເຫັນວ່າ ຜູ້ເກັ່ງກ້າຂອງພວກຕົນຕາຍໄປແລ້ວ ພວກເຂົາຈຶ່ງພາກັນແລ່ນປົບໜີໄປ.
ອາຮີເມເຫຼັກໄດ້ຖາມພຣະເຈົ້າຢາເວໃຫ້ລາວວ່າ ລາວຄວນຈະເຮັດຢ່າງໃດ. ນອກຈາກນັ້ນ ເພິ່ນຍັງເອົາອາຫານແລະດາບຂອງໂກລີອາດ ຊາວຟີລິດສະຕິນໃຫ້ລາວດ້ວຍ.”