1 ດາວິດໄດ້ໄປຫາປະໂຣຫິດອາຮີເມເຫຼັກທີ່ເມືອງໂນບ. ອາຮີເມເຫຼັກອອກມາພົບເພິ່ນດ້ວຍຕົວສັ່ນເຊັນ ແລະຖາມວ່າ, “ເຫດໃດທ່ານຈຶ່ງມາພຽງຄົນດຽວຢ່າງນີ້?”
ອານາທົດ, ໂນບ, ອານານີຢາ,
ມື້ນີ້ສັດຕູໄດ້ມາຮອດເມືອງໂນບແລ້ວ ແລະຢູ່ໃນທີ່ນັ້ນພວກເຂົາກຳລັງຍົກກຳປັ້ນໃສ່ພູເຂົາຊີໂອນ ຄືໃສ່ນະຄອນເຢຣູຊາເລັມ.
ໃນສະໄໝນັ້ນ ແມ່ນອາບີອາທາເປັນມະຫາປະໂຣຫິດ ດາວິດໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າ ແລະກິນເຂົ້າຈີ່ທີ່ໄດ້ຖວາຍແກ່ພຣະເຈົ້າ ຊຶ່ງຕາມກົດບັນຍັດແລ້ວ ມີແຕ່ປະໂຣຫິດເທົ່ານັ້ນ ທີ່ມີສິດກິນເຂົ້າຈີ່ນີ້ໄດ້; ນອກນັ້ນຍັງປັນໃຫ້ຄົນຂອງຕົນກິນນຳດ້ວຍ.”
ສ່ວນປະໂຣຫິດຜູ້ທີ່ຖືເອໂຟດແມ່ນອາຮີຢາ ລູກຊາຍຂອງອາຮີຕຸບ ແລະຫລານຊາຍຂອງອີຄາບົດ; ອີຄາບົດເປັນລູກຊາຍຂອງຟີເນຮາຜູ້ເປັນຫລານຊາຍຂອງເອລີ ປະໂຣຫິດຂອງພຣະເຈົ້າຢາເວທີ່ເມືອງຊີໂລ. ບໍ່ມີຜູ້ໃດໃນພວກທະຫານຮູ້ວ່າ ໂຢນາທານໄດ້ອອກໄປຈາກຄ້າຍ.
ຊາມູເອນປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ເມື່ອເພິ່ນເດີນທາງໄປທີ່ເມືອງເບັດເລເຮັມ, ພວກເຖົ້າແກ່ໃນເມືອງໄດ້ອອກມາຕ້ອນຮັບເພິ່ນ ທັງຢ້ານກົວຈົນຕົວສັ່ນເຊັນ ແລະຖາມວ່າ, “ທ່ານມາຢ້ຽມຢາມພວກຂ້ານ້ອຍຢ່າງສັນຕິຫລືບໍ່?”
ທັງສອງໄດ້ເຮັດພັນທະສັນຍາຢູ່ຊ້ອງໜ້າພຣະເຈົ້າຢາເວ. ດາວິດຍັງອາໄສຢູ່ທີ່ໂຮເຣັດ ສ່ວນໂຢນາທານນັ້ນໄດ້ຄືນເມືອເຮືອນຂອງຕົນ.