Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 20:8 - ພຣະຄຳພີສັກສິ

8 ຂໍ​ໃຫ້​ເຈົ້າ​ຈົ່ງ​ເຮັດ​ຕາມ​ຄຳ​ຂໍຮ້ອງ​ຂອງຂ້ອຍ​ດ້ວຍ​ເທີ້ນ ແລະ​ຈົ່ງ​ຮັກສາ​ຄຳສັນຍາ​ອັນ​ສັກສິດ​ທີ່​ເຈົ້າ​ໄດ້​ມີ​ຕໍ່​ຂ້ອຍ, ແຕ່​ຖ້າ​ຂ້ອຍ​ເປັນ​ຄົນ​ຜິດ ກໍ​ຂໍ​ໃຫ້​ເຈົ້າ​ເປັນ​ຜູ້​ຂ້າ​ຂ້ອຍ​ເອງ ແລະ​ບໍ່​ຕ້ອງ​ໃຫ້​ພໍ່​ຂອງເຈົ້າ​ລົງມື​ຂ້າ​ຂ້ອຍ​ດອກ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 20:8
16 Jak'a apnaqawi uñst'ayäwi  

ມາບັດນີ້ ຖ້າ​ພວກເຈົ້າ​ຈະ​ສະແດງ​ຄວາມ​ເມດຕາ ແລະ​ຄວາມ​ສັດຊື່​ຕໍ່​ນາຍ​ຂອງຂ້ອຍ​ແລະ​ຈິງໃຈ​ຕໍ່​ເພິ່ນ ຈົ່ງ​ບອກ​ໃຫ້​ຂ້ອຍ​ຮູ້ ຫລື​ຖ້າ​ເປັນ​ໄປ​ບໍ່ໄດ້​ກໍ​ໃຫ້​ບອກ​ມາ ແລະ​ຂ້ອຍ​ຈະ​ຕັດສິນໃຈ​ໄດ້​ວ່າ ຄວນ​ຈະ​ເຮັດ​ແນວ​ໃດ​ໃນ​ຂັ້ນ​ຕໍ່ໄປ.”


ເມື່ອ​ຢາໂຄບ​ຮູ້ສຶກ​ວ່າ​ຕົນເອງ​ໃກ້​ຈະ​ຕາຍ​ແລ້ວ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງ​ພໍ່ ແລະ​ສາບານ​ຢ່າງ​ໜັກແໜ້ນ​ວ່າ ເຈົ້າ​ຈະ​ບໍ່​ຝັງ​ພໍ່​ໄວ້​ໃນ​ປະເທດ​ເອຢິບ​ນີ້.


ອັບຊາໂລມ​ຕອບ​ວ່າ, “ກໍ​ເພາະ​ເຈົ້າ​ບໍ່​ຍອມ​ມາ ເມື່ອ​ຂ້ອຍ​ສົ່ງ​ຄົນ​ໄປ​ເອີ້ນ​ເຈົ້າ. ຂ້ອຍ​ຢາກ​ໃຫ້​ເຈົ້າ​ໄປ​ຫາ​ກະສັດ ແລະ​ຖາມ​ເພິ່ນ​ໃຫ້​ຂ້ອຍ​ວ່າ, ‘ເຫດໃດ​ຂ້ອຍ​ຈຶ່ງ​ຈາກ​ເມືອງ​ເກຊູ​ມາ​ຢູ່​ທີ່​ນີ້? ຖ້າ​ຂ້ອຍ​ຢູ່​ພຸ້ນ​ຄົງ​ຈະ​ເປັນ​ການ​ດີກວ່າ.’ ດຽວນີ້ ຂ້ອຍ​ຢາກ​ໃຫ້​ເຈົ້າ​ຫາທາງ​ໃຫ້​ຂ້ອຍ​ໄດ້​ເຂົ້າ​ໄປ​ພົບ​ກະສັດ ແລະ​ຖ້າ​ຂ້ອຍ​ເປັນ​ຄົນ​ຜິດ​ກໍ​ໃຫ້​ເພິ່ນ​ຂ້າ​ຂ້ອຍ​ເສຍ.”


ດາວິດ​ໄດ້​ອອກ​ໄປ​ພົບ​ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ພວກເຈົ້າ​ມາ​ຖານ​ມິດ​ເພື່ອ​ຊ່ວຍເຫລືອ​ເຮົາ ເຮົາ​ກໍ​ຍິນດີ​ຕ້ອນຮັບ​ພວກທ່ານ​ໄວ້​ຢູ່​ທີ່​ນີ້ ແລະ​ເຂົ້າ​ຮ່ວມ​ກັບ​ພວກເຮົາ​ໄດ້, ແຕ່​ຖ້າ​ພວກທ່ານ​ຕັ້ງໃຈ​ມາ​ເພື່ອ​ຫັກຫລັງ​ເຮົາ​ແລະ​ມອບ​ເຮົາ​ໃຫ້​ສັດຕູ ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ພະຍາຍາມ​ທຳຮ້າຍ​ພວກທ່ານ​ກໍຕາມ, ແຕ່​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ກໍ​ຈະ​ຮູ້ຈັກ​ກ່ຽວກັບ​ເລື່ອງນີ້ ແລະ​ຈະ​ລົງໂທດ​ພວກທ່ານ​ເອງ.”


ເຖິງ​ແມ່ນ​ຂ້ານ້ອຍ​ເຄີຍ​ຢ້ານ ແລະ​ເວົ້າ​ວ່າ, “ບໍ່ມີ​ຜູ້ໃດ​ເປັນ​ທີ່​ໄວ້ວາງໃຈ​ໄດ້​ເລີຍ.”


ຢ່າ​ປະຖິ້ມ​ຈັກເທື່ອ​ຄວາມ​ຈົງຮັກ​ພັກດີ ແລະ​ຄວາມສັດຊື່ ຈົ່ງ​ເອົາ​ສິ່ງ​ເຫຼົ່ານັ້ນ​ຄ້ອງ​ຄໍ​ເຈົ້າ​ໄວ້ ຈົ່ງ​ຂຽນ​ຈົດຈຳ​ໄວ້​ຢູ່​ໃນ​ຫົວໃຈ​ຂອງເຈົ້າ.


ຖ້າ​ຫາກ​ຂ້ານ້ອຍ​ໄດ້​ເຮັດ​ຜິດ ແລະ​ເຮັດ​ອັນ​ໃດ​ທີ່​ຄວນ​ຈະ​ມີ​ໂທດ​ເຖິງ​ຕາຍ ຂ້ານ້ອຍ​ກໍ​ຍອມ​ຕາຍ​ໂດຍ​ບໍ່​ຂັດຂືນ, ແຕ່​ຖ້າ​ເລື່ອງ​ທີ່​ພວກເຂົາ​ກ່າວ​ຟ້ອງ​ຂ້ານ້ອຍ​ນັ້ນ ບໍ່​ເປັນ​ຄວາມຈິງ​ແລ້ວ ບໍ່ມີ​ຜູ້ໃດ​ທີ່​ມີ​ອຳນາດ​ມອບ​ຂ້ານ້ອຍ​ໃຫ້​ພວກເຂົາ​ໄດ້, ຂ້ານ້ອຍ​ຂໍ​ອຸທອນ​ໄປ​ເຖິງ​ຈັກກະພັດ.”


ດັ່ງນັ້ນ ຊາຍ​ທັງສອງ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ເຈົ້າ​ບໍ່​ບອກ​ຜູ້ໃດ​ວ່າ ພວກຂ້ອຍ​ກຳລັງ​ມາ​ເຮັດ​ຫຍັງ, ພວກຂ້ອຍ​ກໍ​ຂໍ​ສັນຍາ​ວ່າ ເມື່ອໃດ​ທີ່​ພຣະເຈົ້າຢາເວ​ມອບ​ດິນແດນ​ນີ້​ໃຫ້​ພວກຂ້ອຍ​ແລ້ວ ພວກຂ້ອຍ​ຈະ​ປະຕິບັດ​ຕໍ່​ເຈົ້າ​ເປັນ​ຢ່າງດີ. ຖ້າ​ພວກຂ້ອຍ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ມາ​ນີ້ ຂໍ​ໃຫ້​ພຣະເຈົ້າ​ເອົາ​ຊີວິດ​ຂອງ​ພວກຂ້ອຍ​ໄປ​ເທີ້ນ.”


“ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະອົງ​ຮູ້​ວ່າ​ເຫດ​ໃດ​ພວກຂ້ອຍ​ຈຶ່ງ​ໄດ້​ກະທຳ​ເຊັ່ນນີ້ ແລະ​ພວກຂ້ອຍ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ໄດ້​ຮູ້​ເຊັ່ນດຽວ​ກັນ. ຖ້າ​ພວກຂ້ອຍ​ໄດ້​ກະບົດ ແລະ​ບໍ່ໄດ້​ສືບຕໍ່​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ຢ່າ​ໃຫ້​ພວກຂ້ອຍ​ມີ​ຊີວິດ​ຢູ່​ຕໍ່ໄປ


ນາງ​ນາໂອມີ​ໄດ້​ເວົ້າ​ກັບ​ພວກ​ລູກໃພ້​ຂອງຕົນ​ວ່າ, “ຈົ່ງ​ກັບ​ຄືນ​ເມືອ​ຢູ່​ນຳ​ແມ່​ຂອງ​ພວກເຈົ້າ​ສາ. ຂໍ​ໃຫ້​ພຣະເຈົ້າຢາເວ​ເມດຕາ​ຕໍ່​ພວກເຈົ້າ​ທັງສອງ​ດັ່ງ​ທີ່​ພວກເຈົ້າ​ໄດ້ເຮັດ​ຕໍ່​ຜູ້​ທີ່​ຕາຍ​ໄປ​ແລ້ວ ແລະ​ຕໍ່​ຂ້ອຍ​ດ້ວຍ.


ເມື່ອ​ກະສັດ​ໂຊນ​ແລະ​ດາວິດ​ໄດ້​ສົນທະນາກັນ​ຈົບ​ລົງ​ແລ້ວ ໂຢນາທານ​ລູກຊາຍ​ຂອງ​ໂຊນ​ກໍ​ເກີດ​ນິຍົມ​ຊົມຊອບ​ໃນ​ຕົວ​ຂອງ​ດາວິດ ແລະ​ຮັກ​ລາວ​ຫລາຍ​ເທົ່າ​ກັບ​ຮັກ​ຕົນເອງ.


ແລ້ວ​ໂຢນາທານ​ກໍໄດ້​ສາບານ​ເປັນ​ເພື່ອນ​ທີ່ດີ​ກັບ​ດາວິດ​ຕະຫລອດໄປ ເພາະ​ເພິ່ນ​ຮັກ​ດາວິດ​ເໝືອນ​ຊີວິດ​ຈິດໃຈ​ຂອງ​ຕົນເອງ.


ກໍ​ຂໍ​ໃຫ້​ຄຳສັນຍາ​ທີ່​ພວກເຮົາ​ມີ​ຕໍ່ກັນ​ນີ້​ຍັງ​ຄົງ​ຢູ່. ຖ້າ​ເຈົ້າ​ເຮັດ​ຜິດ​ຕໍ່​ຄຳສັນຍາ​ນີ້ ພຣະເຈົ້າຢາເວ​ຈະ​ລົງໂທດ​ເຈົ້າ​ເອງ.”


ໂຢນາທານ​ຕອບ​ວ່າ, “ຢ່າ​ຄິດ​ຢ່າງ​ນັ້ນ​ເລີຍ ຖ້າ​ຂ້ອຍ​ຮູ້ແນ່​ວ່າ​ພໍ່​ຂອງຂ້ອຍ​ຕັ້ງໃຈ​ທີ່​ຈະ​ທຳຮ້າຍ​ເຈົ້າ ຂ້ອຍ​ຈະ​ບໍ່​ບອກ​ເຈົ້າ​ຊັ້ນບໍ?”


ທັງສອງ​ໄດ້​ເຮັດ​ພັນທະສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ດາວິດ​ຍັງ​ອາໄສ​ຢູ່​ທີ່​ໂຮເຣັດ ສ່ວນ​ໂຢນາທານ​ນັ້ນ​ໄດ້​ຄືນ​ເມືອ​ເຮືອນ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka