Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 20:6 - ພຣະຄຳພີສັກສິ

6 ເມື່ອ​ພໍ່​ຂອງເຈົ້າ​ສັງເກດ​ເຫັນ​ວ່າ ຂ້ອຍ​ບໍ່ມີ​ໜ້າ​ຢູ່​ໃນ​ທີ່ນັ້ນ ໃຫ້​ເຈົ້າ​ບອກ​ເພິ່ນ​ວ່າ ຂ້ອຍ​ຂໍ​ອະນຸຍາດ​ນຳ​ເຈົ້າ​ຟ້າວ​ເມືອ​ເຮືອນ​ທີ່​ເບັດເລເຮັມ ເພາະ​ເປັນ​ປີ​ທີ່​ບັນດາ​ຄອບຄົວ​ທັງໝົດ​ຖວາຍ​ເຄື່ອງ​ບູຊາ​ປະຈຳ​ປີ.

Uka jalj uñjjattʼäta Copia luraña




1 ຊາມູເອນ 20:6
6 Jak'a apnaqawi uñst'ayäwi  

ພຣະຄຳພີ​ກ່າວ​ໄວ້​ວ່າ, “ພຣະຄຣິດ​ມາ​ຈາກ​ເຊື້ອວົງ​ຂອງ​ກະສັດ​ດາວິດ ແລະ​ຈະ​ເກີດ​ຢູ່​ໃນ​ເບັດເລເຮັມ ບ້ານເກີດ​ເມືອງນອນ​ຂອງ​ດາວິດ.”


ຈົ່ງ​ຊອກ​ຫາ​ບ່ອນ​ໜຶ່ງ​ໃນ​ບັນດາ​ເຜົ່າ​ຂອງ​ພວກເຈົ້າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ເອົາ​ແຫ່ງ​ໜຶ່ງ​ໄວ້​ທ່າມກາງ​ປະຊາຊົນ ເພື່ອ​ຕັ້ງ​ພຣະນາມຊື່​ຂອງ​ພຣະອົງ​ໃນ​ທີ່ນັ້ນ​ແລະ​ສະຖິດ​ທີ່​ນັ້ນ​ດ້ວຍ ພວກເຈົ້າ​ຕ້ອງ​ໄປ​ທີ່​ນັ້ນ ແລະ​ນະມັດສະການ​ພຣະອົງ.


ກະສັດ​ໂຊນ​ຖາມ​ລາວ​ວ່າ, “ຊາຍໜຸ່ມ​ເອີຍ ເຈົ້າ​ເປັນ​ລູກ​ຂອງ​ຜູ້ໃດ?” ດາວິດ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ລູກ​ຂອງ​ເຢຊີ ຜູ້ຮັບໃຊ້​ຂອງທ່ານ​ຈາກ​ເມືອງ​ເບັດເລເຮັມ.”


ໂຢນາທານ​ຕອບ​ວ່າ, “ລາວ​ຂໍ​ອະນຸຍາດ​ນຳ​ລູກ​ເມືອ​ເມືອງ​ເບັດເລເຮັມ.


ພວກ​ຍິງສາວ​ຈຶ່ງ​ຕອບ​ວ່າ, “ແມ່ນ​ແລ້ວ ເພິ່ນ​ຢູ່​ທີ່ນີ້; ເພິ່ນ​ຫາ​ກໍ​ຍ່າງ​ອອກ​ໄປ​ກ່ອນ​ພວກເຈົ້າ​ມາ​ນີ້​ເອງ. ຖ້າ​ພວກເຈົ້າ​ຟ້າວ​ຕາມ​ໄປ​ອາດຈະ​ທັນ. ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ ກໍ​ຈະ​ເຫັນ​ເພິ່ນ​ດອກ. ເພິ່ນ​ມາ​ໃນ​ເມືອງ​ມື້ນີ້ ກໍ​ເພາະ​ປະຊາຊົນ​ກຳລັງ​ໄປ​ຖວາຍ​ເຄື່ອງ​ບູຊາ​ທີ່​ແທ່ນບູຊາ​ເທິງ​ພູ. ພວກ​ທີ່​ຖືກ​ເຊີນ​ໄປ​ຈະ​ບໍ່​ຮັບປະທານ​ອາຫານ ຈົນກວ່າ​ເພິ່ນ​ໄປ​ຮອດ​ທີ່​ນັ້ນ​ສາ​ກ່ອນ ເພາະ​ເພິ່ນ​ຈະ​ຕ້ອງ​ອວຍພອນ​ເຄື່ອງ​ບູຊາ​ນັ້ນ​ກ່ອນ. ຖ້າ​ພວກເຈົ້າ​ໄປ​ດຽວນີ້​ກໍ​ຈະ​ພົບ​ເພິ່ນ ກ່ອນ​ເພິ່ນ​ຈະ​ຂຶ້ນ​ໄປ​ກິນ​ອາຫານ​ທີ່​ເທິງ​ພູ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka