Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 20:23 - ພຣະຄຳພີສັກສິ

23 ສ່ວນ​ຄຳສັນຍາ​ທີ່​ພວກເຮົາ​ມີ​ຕໍ່ກັນ​ນັ້ນ ພຣະເຈົ້າຢາເວ​ຈະ​ໂຜດ​ໃຫ້​ພວກເຮົາ​ຮັກສາ​ຕໍ່ກັນ​ໄວ້​ໄດ້​ສືບໄປ​ຢ່າງ​ແນ່ນອນ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 20:23
7 Jak'a apnaqawi uñst'ayäwi  

ແລ້ວ​ຊາຣາຍ​ກໍ​ເວົ້າ​ຕໍ່​ອັບຣາມ​ວ່າ, “ເປັນ​ຄວາມຜິດ​ຂອງ​ເຈົ້າ ທີ່​ຮາກາ​ໝິ່ນປະໝາດ​ຂ້ອຍ. ຂ້ອຍ​ເອົາ​ນາງ​ໃຫ້​ເປັນ​ເມຍ​ຂອງ​ເຈົ້າ, ແຕ່​ເມື່ອ​ນາງ​ມີ​ທ້ອງ​ແລ້ວ ກໍ​ໝິ່ນປະໝາດ​ຂ້ອຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ຕັດສິນ​ເອົາ​ເອງ​ເຖີດ​ວ່າ ໃນ​ລະຫວ່າງ​ຂ້ອຍ​ກັບ​ເຈົ້າ​ແມ່ນ​ໃຜ​ຖືກ ເຈົ້າ​ຫລື​ຂ້ອຍ?”


ລາບານ​ອວຍພອນ​ອີກ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ເຝົ້າ​ຄອຍ​ເບິ່ງ​ພວກເຮົາ ເວລາ​ຫ່າງ​ຈາກ​ກັນ​ໄປ.” ດັ່ງນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ອີກ​ວ່າ, “ມີຊະປາ.”


ລາບານ​ເວົ້າ​ຕໍ່ໄປ​ວ່າ, “ຖ້າ​ເຈົ້າ​ຂົ່ມເຫັງ​ລູກສາວ​ຂອງຂ້ອຍ ຫລື​ແຕ່ງງານ​ກັບ​ຍິງ​ອື່ນ​ອີກ; ເຖິງ​ແມ່ນ​ຂ້ອຍ​ບໍ່​ຮູ້​ກໍຕາມ ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າ​ຄອຍ​ເຝົ້າ​ເບິ່ງ​ພວກເຮົາ​ສະເໝີ.” ລາບານ​ເວົ້າ​ຕໍ່​ຢາໂຄບ​ວ່າ,


ພຣະເຈົ້າ​ຂອງ​ອັບຣາຮາມ ແລະ​ພຣະເຈົ້າ​ຂອງ​ນາໂຮ ຈະ​ເປັນ​ຜູ້ຕັດສິນ​ລະຫວ່າງ​ພວກເຮົາ​ທັງສອງ.” ແລ້ວ​ຢາໂຄບ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ ອົງ​ທີ່​ອີຊາກ​ພໍ່​ຂອງຕົນ​ນະມັດສະການ.


ສະນັ້ນ ດາວິດ​ຈຶ່ງ​ໄປ​ລີ້​ຢູ່​ທີ່​ທົ່ງນາ. ໃນ​ວັນ​ສະຫລອງ​ເດືອນ​ອອກ​ໃໝ່ ກະສັດ​ໂຊນ​ກໍ​ມາ​ເພື່ອ​ຈະ​ກິນ​ອາຫານ


ໂຢນາທານ​ເວົ້າ​ກັບ​ດາວິດ​ວ່າ, “ຈົ່ງ​ໄປ​ດ້ວຍ​ຄວາມ​ສະຫງົບສຸກ ຕາມທີ່​ເຮົາ​ທັງສອງ​ໄດ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ, ພຣະເຈົ້າຢາເວ​ຈະ​ໂຜດ​ໃຫ້​ເຈົ້າ​ກັບ​ຂ້ອຍ ແລະ​ເຊື້ອສາຍ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງຂ້ອຍ​ເປັນ​ມິດ​ຕໍ່ກັນ​ຕະຫລອດໄປ​ຢ່າງ​ແນ່ນອນ.” ແລ້ວ​ດາວິດ​ກໍ​ຈາກ​ໄປ ແລະ​ໂຢນາທານ​ໄດ້​ກັບເມືອ​ໃນເມືອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka