1 ຊາມູເອນ 20:2 - ພຣະຄຳພີສັກສິ2 ໂຢນາທານຕອບວ່າ, “ເຈົ້າຈະບໍ່ຕາຍດອກ ພໍ່ຂອງຂ້ອຍໄດ້ບອກໃຫ້ຂ້ອຍຮູ້ທຸກສິ່ງທີ່ເພິ່ນຈະເຮັດ ບໍ່ວ່າຈະເປັນສິ່ງສຳຄັນຫລືບໍ່ກໍຕາມ ເປັນຫຍັງເພິ່ນຈຶ່ງຈະປິດບັງເລື່ອງນີ້ຕໍ່ຂ້ອຍ ຄົງບໍ່ເປັນຢ່າງນັ້ນດອກ.” Uka jalj uñjjattʼäta |
ພວກຂ້ອຍບໍ່ອາດທໍລະຍົດຕໍ່ພຣະເຈົ້າຢາເວ ຫລືເຊົາຕິດຕາມພຣະເຈົ້າຢາເວໃນວັນນີ້ ໂດຍສ້າງແທ່ນບູຊາຂຶ້ນເພື່ອເຜົາເຄື່ອງຖວາຍບູຊາ ຫລືເພື່ອຖວາຍບູຊາພືດຜົນເປັນເມັດ ຫລືຖວາຍເພື່ອຄວາມສາມັກຄີທຳ. ພວກຂ້ອຍບໍ່ຍອມສ້າງແທ່ນບູຊາໃດໆດອກ ນອກຈາກແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຊຶ່ງຕັ້ງຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ.”
ແຕ່ປະຊາຊົນເວົ້າຕໍ່ກະສັດໂຊນວ່າ, “ຈະໃຫ້ໂຢນາທານ ຜູ້ທີ່ນຳໄຊຊະນະອັນຍິ່ງໃຫຍ່ມາສູ່ຊາດອິດສະຣາເອນຖືກຂ້າຊັ້ນບໍ? ບໍ່ໄດ້ ພວກຂ້ານ້ອຍຂໍສັນຍາຕໍ່ພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ແມ່ນແຕ່ຜົມເສັ້ນໜຶ່ງທີ່ຫົວຂອງເພິ່ນຈະບໍ່ໃຫ້ສູນເສຍໄປ. ສິ່ງທີ່ເພິ່ນໄດ້ເຮັດໃນມື້ນີ້ ແມ່ນການຊ່ວຍເຫລືອຂອງພຣະເຈົ້າ.” ສະນັ້ນ ປະຊາຊົນຈຶ່ງຊ່ວຍໂຢນາທານບໍ່ໃຫ້ຖືກຂ້າ.
ແຕ່ດາວິດຕອບວ່າ, “ພໍ່ຂອງເຈົ້າຮູ້ດີວ່າເຈົ້ານິຍົມຊົມຊອບຂ້ອຍຫລາຍເທົ່າໃດ ເພິ່ນຄົງບໍ່ກ້າບອກແຜນການທີ່ເພິ່ນຈະເຮັດໃຫ້ເຈົ້າຮູ້ນຳດອກ ເພາະເຈົ້າອາດໂສກເສົ້າເສຍໃຈ. ຂ້ອຍຂໍສາບານໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ແລະຕໍ່ເຈົ້າວ່າ ຂ້ອຍເອງຢູ່ຫ່າງຈາກຄວາມຕາຍແຕ່ພຽງກ້າວດຽວເທົ່ານັ້ນ.”