Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 20:16 - ພຣະຄຳພີສັກສິ

16 ກໍ​ຂໍ​ໃຫ້​ຄຳສັນຍາ​ທີ່​ພວກເຮົາ​ມີ​ຕໍ່ກັນ​ນີ້​ຍັງ​ຄົງ​ຢູ່. ຖ້າ​ເຈົ້າ​ເຮັດ​ຜິດ​ຕໍ່​ຄຳສັນຍາ​ນີ້ ພຣະເຈົ້າຢາເວ​ຈະ​ລົງໂທດ​ເຈົ້າ​ເອງ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 20:16
13 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ເຖິງຢ່າງໃດ​ກໍຕາມ ກະສັດ​ດາວິດ​ໄດ້​ມອບ​ຄົນ​ດັ່ງ​ຕໍ່ໄປນີ້​ໃຫ້: ອາກໂມນີ​ແລະ​ເມຟີໂບເຊັດ​ລູກຊາຍ​ທັງສອງ​ຂອງ​ນາງ​ຣິຊະປາ ລູກສາວ​ຂອງ​ອາອີຢາ ທີ່​ໄດ້​ກັບ​ກະສັດ​ໂຊນ; ລູກຊາຍ​ຫ້າ​ຄົນ​ຂອງ​ເມຣາບ ລູກສາວ​ຂອງ​ກະສັດ​ໂຊນ ທີ່​ໄດ້​ກັບ​ອັດຣີເອນ ລູກຊາຍ​ຂອງ​ບາກຊິນໄລ​ຊາວ​ເມືອງ​ເມໂຮລາ.


ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ຂ້ອຍ​ຂໍ​ຮັບ​ຮອງ​ວ່າ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຢ້ານ​ທີ່​ຈະ​ຍອມ​ຈຳນົນ​ຕໍ່​ຊາວ​ບາບີໂລນ. ຈົ່ງ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ນີ້​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ ແລະ​ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຈົ້າ.


ເມື່ອ​ພວກເຈົ້າ​ສາບານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ລະເລີຍ​ຕໍ່​ສິ່ງ​ທີ່​ໄດ້​ສັນຍາ​ໄວ້; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຖືເອົາ​ຕາມ​ຄຳ​ສາບານ​ຂອງ​ພວກເຈົ້າ ແລະ​ການ​ບໍ່​ຢຶດຖື​ຕາມ​ນັ້ນ​ກໍ​ເປັນ​ບາບ.


ຖ້າ​ພວກຂ້ອຍ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ​ໂດຍ​ສ້າງ​ແທ່ນບູຊາ​ຂຶ້ນ​ເປັນ​ຂອງ​ສ່ວນຕົວ ເພື່ອ​ເຜົາ​ເຄື່ອງ​ຖວາຍບູຊາ ຫລື​ເພື່ອ​ຖວາຍບູຊາ​ພືດຜົນ​ເປັນເມັດ ຫລື​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ຖ້າ​ພວກຂ້ອຍ​ໄດ້​ເຮັດ​ເຊັ່ນນັ້ນ ຂໍ​ໃຫ້​ພຣະເຈົ້າຢາເວ​ເປັນ​ຜູ້​ລົງໂທດ​ພວກຂ້ອຍ.


ແລ້ວ​ໂຢນາທານ​ກໍໄດ້​ສາບານ​ເປັນ​ເພື່ອນ​ທີ່ດີ​ກັບ​ດາວິດ​ຕະຫລອດໄປ ເພາະ​ເພິ່ນ​ຮັກ​ດາວິດ​ເໝືອນ​ຊີວິດ​ຈິດໃຈ​ຂອງ​ຕົນເອງ.


ໂຢນາທານ​ເວົ້າ​ກັບ​ດາວິດ​ວ່າ, “ຈົ່ງ​ໄປ​ດ້ວຍ​ຄວາມ​ສະຫງົບສຸກ ຕາມທີ່​ເຮົາ​ທັງສອງ​ໄດ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ, ພຣະເຈົ້າຢາເວ​ຈະ​ໂຜດ​ໃຫ້​ເຈົ້າ​ກັບ​ຂ້ອຍ ແລະ​ເຊື້ອສາຍ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງຂ້ອຍ​ເປັນ​ມິດ​ຕໍ່ກັນ​ຕະຫລອດໄປ​ຢ່າງ​ແນ່ນອນ.” ແລ້ວ​ດາວິດ​ກໍ​ຈາກ​ໄປ ແລະ​ໂຢນາທານ​ໄດ້​ກັບເມືອ​ໃນເມືອງ.


ດ້ວຍເຫດ​ນັ້ນ​ບໍ ພວກເຈົ້າ​ຈຶ່ງ​ພວມ​ກະບົດ​ຕໍ່​ເຮົາ? ໃນ​ພວກເຈົ້າ​ບໍ່ມີ​ຜູ້ໃດ​ເລີຍ​ບອກ​ເຮົາ​ວ່າ ລູກຊາຍ​ຂອງເຮົາ​ເອງ​ໄດ້​ເຮັດ​ສັນຍາ​ມິດຕະພາບ​ກັບ​ດາວິດ. ບໍ່ມີ​ຜູ້ໃດ​ເລີຍ​ສົນໃຈ​ບອກ​ເຮົາ​ວ່າ ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ເອງ​ກຳລັງ​ຊອກ​ຫາ​ຊ່ອງທາງ​ທີ່​ຈະ​ຂ້າ​ເຮົາ ແລະ​ລູກຊາຍ​ຂອງເຮົາ​ເອງ​ເປັນ​ຜູ້​ໃຫ້​ກຳລັງໃຈ ແລະ​ສະໜັບ​ສະໜູນ​ລາວ.”


ທັງສອງ​ໄດ້​ເຮັດ​ພັນທະສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ດາວິດ​ຍັງ​ອາໄສ​ຢູ່​ທີ່​ໂຮເຣັດ ສ່ວນ​ໂຢນາທານ​ນັ້ນ​ໄດ້​ຄືນ​ເມືອ​ເຮືອນ​ຂອງຕົນ.


ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ຂ້ອຍ ເຖິງ​ຕາຍ ຖ້າ​ຂ້ອຍ​ບໍ່ໄດ້​ຂ້າ​ຜູ້ຊາຍ​ທຸກຄົນ​ໃນ​ຄອບຄົວ​ຂອງ​ນາບານ ກ່ອນ​ມື້ອື່ນ​ເຊົ້າ.”


ທ່ານເອີຍ ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ມີ​ຊີວິດຢູ່, ດ້ວຍວ່າ​ພຣະເຈົ້າຢາເວ​ໄດ້​ຫ້າມ​ທ່ານ​ບໍ່ໃຫ້​ແກ້ແຄ້ນ ແລະ​ຂ້າ​ສັດຕູ​ຂອງທ່ານ. ບັດນີ້ ຂໍ​ໃຫ້​ສັດຕູ​ທຸກຄົນ​ທີ່​ຢາກ​ທຳຮ້າຍ​ທ່ານ​ຖືກ​ລົງໂທດ​ຢ່າງ​ດຽວກັນ​ກັບ​ນາບານ.


ແຕ່​ພວກ​ຟີລິດສະຕິນ​ໄລ່​ທັນ ຈຶ່ງ​ໄດ້​ຂ້າ​ລູກຊາຍ​ທັງ​ສາມ​ຂອງ​ກະສັດ​ໂຊນ​ເຊັ່ນ: ໂຢນາທານ, ອາບີນາດາບ ແລະ​ມັນກີຊູອາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka