14 ຖ້າຂ້ອຍຍັງມີຊີວິດຢູ່ ກໍຂໍໃຫ້ເຈົ້າຮັກສາຄຳສັນຍາອັນສັກສິດນີ້ໄວ້ ແລະສັດຊື່ຕໍ່ຂ້ອຍ, ແຕ່ຖ້າຂ້ອຍຕາຍໄປ
ແຕ່ຢ່າລືມຂ້ານ້ອຍເດີ ເມື່ອທຸກສິ່ງຮຽບຮ້ອຍໄປດ້ວຍດີແລ້ວ. ຂໍທ່ານກະລຸນາບອກເລື່ອງຂອງຂ້ານ້ອຍໃຫ້ກະສັດຮັບຮູ້ນຳແດ່ ແລະຊ່ວຍຂ້ານ້ອຍໃຫ້ອອກຈາກຄຸກນີ້ດ້ວຍ.
ມີມື້ໜຶ່ງ ກະສັດດາວິດໄດ້ຖາມວ່າ, “ມີຜູ້ໃດແດ່ໃນຄອບຄົວຂອງໂຊນ ທີ່ຍັງມີຊີວິດຢູ່? ຖ້າມີ ເຮົາຈະໃຫ້ຄວາມເມດຕາຊ່ວຍເຫລືອລາວເພື່ອເຫັນແກ່ໂຢນາທານ.”
ກະສັດຖາມລາວອີກວ່າ, “ມີຜູ້ໃດແດ່ໃນຄອບຄົວຂອງໂຊນທີ່ຍັງມີຊີວິດຢູ່ ເພື່ອວ່າເຮົາຈະໄດ້ສະແດງຄວາມຈົງຮັກພັກດີ ແລະໃຫ້ຄວາມເມດຕາເພື່ອຊ່ວຍເຫລືອ ຕາມທີ່ເຮົາໄດ້ສັນຍາໄວ້ກັບພຣະເຈົ້າ.” ຊີບາຕອບວ່າ, “ຍັງມີຢູ່ຜູ້ໜຶ່ງ. ລາວແມ່ນລູກຊາຍຂອງໂຢນາທານ ແຕ່ລາວຂາພິການ.”
ຖ້າເພິ່ນຍັງມີເຈດຕະນາທຳຮ້າຍເຈົ້າ ແລະຖ້າຂ້ອຍບໍ່ສົ່ງຂ່າວມາບອກໃຫ້ເຈົ້າໜີໄປຢ່າງປອດໄພ ກໍຂໍໃຫ້ພຣະເຈົ້າຢາເວລົງໂທດຂ້ອຍເຖິງຕາຍ. ຂໍໃຫ້ພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ ດັ່ງທີ່ພຣະອົງເຄີຍສະຖິດຢູ່ນຳພໍ່ຂອງຂ້ອຍເຖີດ.
ຈົ່ງສະແດງຄວາມສັດຊື່ຢ່າງດຽວກັນນີ້ຕໍ່ຄອບຄົວຂອງຂ້ອຍຕະຫລອດໄປດ້ວຍ. ເມື່ອໃດພຣະເຈົ້າຢາເວໄດ້ທຳລາຍເຫຼົ່າສັດຕູທັງໝົດຂອງເຈົ້າຈາກແຜ່ນດິນໂລກແລ້ວ
ສ່ວນຄຳສັນຍາທີ່ພວກເຮົາມີຕໍ່ກັນນັ້ນ ພຣະເຈົ້າຢາເວຈະໂຜດໃຫ້ພວກເຮົາຮັກສາຕໍ່ກັນໄວ້ໄດ້ສືບໄປຢ່າງແນ່ນອນ.”
ແຕ່ເຈົ້າຈົ່ງສາບານກັບຂ້ອຍໂດຍພຣະເຈົ້າຢາເວວ່າ ເຈົ້າຈະໄວ້ຊີວິດເຊື້ອສາຍຂອງຂ້ອຍ ແລະຊື່ຄອບຄົວຂອງຂ້ອຍຈະບໍ່ຖືກລືມໄລໄປຢ່າງໝົດສິ້ນ.”