Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 20:13 - ພຣະຄຳພີສັກສິ

13 ຖ້າ​ເພິ່ນ​ຍັງ​ມີ​ເຈດຕະນາ​ທຳຮ້າຍ​ເຈົ້າ ແລະ​ຖ້າ​ຂ້ອຍ​ບໍ່​ສົ່ງ​ຂ່າວ​ມາ​ບອກ​ໃຫ້​ເຈົ້າ​ໜີ​ໄປ​ຢ່າງ​ປອດໄພ ກໍ​ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຂ້ອຍ​ເຖິງ​ຕາຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ເຄີຍ​ສະຖິດ​ຢູ່​ນຳ​ພໍ່​ຂອງຂ້ອຍ​ເຖີດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 20:13
22 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຍັງ​ສົ່ງ​ຄົນ​ໄປ​ບອກ​ອາມາສາ​ຄືກັນ​ວ່າ, “ເຈົ້າ​ກໍ​ເປັນ​ຍາດຕິ​ພີ່ນ້ອງ​ຂອງເຮົາ. ນັບ​ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ບັນຊາການ​ກອງທັບ​ແທນ​ໂຢອາບ. ຖ້າ​ເຮົາ​ບໍ່​ປະຕິບັດ​ຕາມ​ຄຳ​ເວົ້າ ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ເຮົາ​ເຖິງ​ຕາຍ​ເຖີດ.”


ຕະຫລອດ​ທັງ​ວັນ ປະຊາຊົນ​ທັງ​ໝົດ​ໄດ້​ພະຍາຍາມ​ໃຫ້​ກະສັດ​ດາວິດ​ກິນ​ອາຫານ, ແຕ່​ເພິ່ນ​ກັບ​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ຂ້ານ້ອຍ​ເຖິງ​ຕາຍ​ເຖີດ ຖ້າ​ຂ້ານ້ອຍ​ກິນ​ສິ່ງໃດ​ສິ່ງໜຶ່ງ​ກ່ອນ​ຕາເວັນ​ຕົກ​ດິນ.”


ແຕ່​ເຮົາ​ຈະ​ບໍ່​ຖອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງເຮົາ​ໜີ​ຈາກ​ລາວ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ໂຊນ ຜູ້​ທີ່​ເຮົາ​ໄດ້​ປົດ​ອອກ​ຈາກ​ຕຳແໜ່ງ​ເພື່ອ​ໃຫ້​ເຈົ້າ​ໄດ້​ເປັນ​ກະສັດ.


ພຣະເຈົ້າຢາເວ​ໄດ້​ສະຖິດ​ຢູ່​ກັບ​ເຈົ້ານາຍ​ແຫ່ງ​ກະສັດ​ຂອງ​ຂ້ານ້ອຍ​ຢ່າງ​ໃດ ກໍ​ຂໍ​ໃຫ້​ພຣະອົງ​ສະຖິດ​ຢູ່​ກັບ​ໂຊໂລໂມນ​ຢ່າງ​ນັ້ນ ແລະ​ຂໍ​ໃຫ້​ບັນລັງ​ຂອງ​ເພິ່ນ​ຈົ່ງ​ຈະເລີນ​ຮຸ່ງເຮືອງ​ກວ່າ​ບັນລັງ​ຂອງ​ເຈົ້ານາຍ​ແຫ່ງ​ກະສັດ​ດາວິດ​ຂອງ​ຂ້ານ້ອຍ​ເທີ້ນ.”


ດັ່ງນັ້ນ ນາງ​ເຢເຊເບນ​ຈຶ່ງ​ໃຊ້​ຄົນ​ອອກ​ໄປ​ບອກ​ເອລີຢາ​ວ່າ, “ມື້ອື່ນ​ເວລາ​ດຽວກັນ​ນີ້ ຖ້າ​ຂ້ອຍ​ບໍ່ໄດ້​ຂ້າ​ເຈົ້າ ດັ່ງ​ທີ່​ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້ທຳນວາຍ​ພະບາອານ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ເຮັດ​ໃຫ້​ຂ້ອຍ​ຕາຍ​ສາ​ເຖີດ.”


ຈາກ​ນັ້ນ ກະສັດ​ເບັນຮາດາດ​ຈຶ່ງ​ໄດ້​ສົ່ງຂ່າວ​ມາ​ເຖິງ​ກະສັດ​ອາຮາບ​ວ່າ, “ເຮົາ​ຈະ​ນຳ​ທະຫານ​ມາ​ໃຫ້​ຫລາຍ​ພໍ ເພື່ອ​ຈັບ​ເອົາ​ກ້ອນຫີນ​ຄົນລະ​ກ້ອນ ແລະ​ທຳລາຍ​ເມືອງ​ຂອງທ່ານ. ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ລົງໂທດ​ເຮົາ​ໃຫ້​ເຖິງ​ຕາຍ.”


ກະສັດ​ດາວິດ​ກ່າວ​ຕໍ່ໄປ​ວ່າ, “ບັດນີ້​ລູກ​ເອີຍ ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ຂໍ​ໃຫ້​ເຈົ້າ​ຈະເລີນ​ຂື້ນ​ເຖີດ ເພື່ອ​ເຈົ້າ​ຈະ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ໃຫ້​ສຳເລັດ.


ຊ່າງ​ຄຳ, ຊ່າງ​ເງິນ, ຊ່າງ​ທອງສຳຣິດ ແລະ​ຊ່າງເຫລັກ. ບັດນີ້ ຈົ່ງ​ເລີ່ມ​ເຮັດວຽກ​ສາ ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ເຈົ້າ​ເທີ້ນ.”


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ຈົ່ງ​ເຮັດ​ທຸກສິ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ໄດ້​ຮັບ​ໄວ້ ໄດ້ຍິນ​ແລະ​ໄດ້​ເຫັນ​ໃນ​ເຮົາ​ແລ້ວ ແລະ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.


ໂຢຊວຍ​ເອີຍ ຕາບໃດ​ທີ່​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ຈະ​ບໍ່ມີ​ໃຜ​ຊະນະ​ເຈົ້າ​ໄດ້. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ຢູ່​ກັບ​ໂມເຊ ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ.


ແມ່​ຕາຍ​ຢູ່​ບ່ອນໃດ​ລູກ​ກໍ​ຈະ​ຕາຍ​ຢູ່​ບ່ອນນັ້ນ ແລະ​ທີ່ນັ້ນ ຈະ​ເປັນ​ບ່ອນ​ຝັງສົບ​ຂອງ​ລູກ. ຖ້າ​ມີ​ສິ່ງໃດ​ເຮັດ​ໃຫ້​ລູກ​ຈາກ​ແມ່​ໄປ ຊຶ່ງ​ນອກຈາກ​ຄວາມ​ຕາຍ​ເທົ່ານັ້ນ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ລູກ​ຢ່າງໜັກ​ເຖີດ.”


ເມື່ອ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ ຈົ່ງ​ກະທຳ​ຕາມ​ທີ່​ພຣະເຈົ້າ​ນຳພາ​ເຈົ້າ​ກະທຳ.


ເມື່ອ​ໂຊນ​ຂຶ້ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລ້ວ ເພິ່ນ​ໄດ້​ສູ້ຮົບ​ໃນ​ທຸກບ່ອນ​ກັບ​ສັດຕູ​ທຸກ​ຄົນ​ຂອງ​ເພິ່ນ​ເຊັ່ນ: ຊາວ​ໂມອາບ, ຊາວ​ອຳໂມນ, ຊາວ​ເອໂດມ, ພວກ​ກະສັດ​ແຫ່ງ​ໂຊບາ ແລະ​ພວກ​ຟີລິດສະຕິນ. ທຸກ​ບ່ອນ​ທີ່​ເພິ່ນ​ສູ້ຮົບ ເພິ່ນ​ກໍໄດ້​ຮັບ​ໄຊຊະນະ.


ພຣະເຈົ້າຢາເວ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ໂຕສິງ​ກັບ​ໂຕໝີ​ມາ​ແລ້ວ​ຢ່າງໃດ; ພຣະອົງ​ກໍ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຊາຍ​ຟີລິດສະຕິນ​ຄົນນີ້​ໄດ້​ເໝືອນກັນ​ຢ່າງນັ້ນ.” ກະສັດ​ໂຊນ​ຕອບ​ວ່າ, “ດີແລ້ວ ຈົ່ງ​ໄປ​ສາ ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ.”


ກະສັດ​ໂຊນ​ເກີດ​ຢ້ານກົວ​ດາວິດ​ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ, ແຕ່​ພຣະອົງ​ໄດ້​ປະຖິ້ມ​ເພິ່ນ​ແລ້ວ.


ສ່ວນ​ຂ້ອຍ​ຈະ​ໄປ​ຢືນ​ຄຽງຂ້າງ​ພໍ່​ຂ້ອຍ​ໃນ​ທົ່ງນາ​ບ່ອນ​ທີ່​ເຈົ້າ​ລີ້​ຢູ່ ແລະ​ຂ້ອຍ​ຈະ​ເວົ້າ​ກັບ​ເພິ່ນ​ເຖິງ​ເຈົ້າ. ຖ້າ​ຂ້ອຍ​ຮູ້​ເລື່ອງ​ໃດ​ແລ້ວ ຂ້ອຍ​ຈະ​ບອກ​ໃຫ້​ເຈົ້າ​ຮູ້.”


ແລະ​ໂຢນາທານ​ເວົ້າ​ກັບ​ດາວິດ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເປັນ​ພະຍານ​ໃຫ້​ແກ່​ພວກເຮົາ. ມື້ອື່ນ​ກັບ​ມື້ຮື​ໃນ​ເວລາ​ດຽວກັນ​ນີ້ ຂ້ອຍ​ຈະ​ຖາມ​ພໍ່​ຂ້ອຍ. ຖ້າ​ເພິ່ນ​ສະແດງ​ທ່າທາງ​ດີ​ຕໍ່​ເຈົ້າ ຂ້ອຍ​ຈະ​ສົ່ງ​ຂ່າວ​ມາ​ບອກ​ເຈົ້າ.


ຖ້າ​ຂ້ອຍ​ຍັງ​ມີ​ຊີວິດ​ຢູ່ ກໍ​ຂໍ​ໃຫ້​ເຈົ້າ​ຮັກສາ​ຄຳສັນຍາ​ອັນ​ສັກສິດ​ນີ້​ໄວ້ ແລະ​ສັດຊື່​ຕໍ່​ຂ້ອຍ, ແຕ່​ຖ້າ​ຂ້ອຍ​ຕາຍໄປ


ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ຂ້ອຍ ເຖິງ​ຕາຍ ຖ້າ​ຂ້ອຍ​ບໍ່ໄດ້​ຂ້າ​ຜູ້ຊາຍ​ທຸກຄົນ​ໃນ​ຄອບຄົວ​ຂອງ​ນາບານ ກ່ອນ​ມື້ອື່ນ​ເຊົ້າ.”


ເອລີ​ຈຶ່ງ​ຖາມ​ວ່າ, “ພຣະອົງ​ໄດ້​ບອກ​ເຈົ້າ​ຫຍັງ​ແດ່? ຢ່າ​ປິດບັງ​ພໍ່​ເລີຍ. ຖ້າ​ບໍ່​ບອກ​ພໍ່​ໃນ​ສິ່ງ​ທີ່​ພຣະອົງ​ກ່າວ​ແກ່​ເຈົ້າ ພຣະເຈົ້າ​ຈະ​ລົງໂທດ​ເຈົ້າ​ຢ່າງ​ຮ້າຍແຮງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka