Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 20:12 - ພຣະຄຳພີສັກສິ

12 ແລະ​ໂຢນາທານ​ເວົ້າ​ກັບ​ດາວິດ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເປັນ​ພະຍານ​ໃຫ້​ແກ່​ພວກເຮົາ. ມື້ອື່ນ​ກັບ​ມື້ຮື​ໃນ​ເວລາ​ດຽວກັນ​ນີ້ ຂ້ອຍ​ຈະ​ຖາມ​ພໍ່​ຂ້ອຍ. ຖ້າ​ເພິ່ນ​ສະແດງ​ທ່າທາງ​ດີ​ຕໍ່​ເຈົ້າ ຂ້ອຍ​ຈະ​ສົ່ງ​ຂ່າວ​ມາ​ບອກ​ເຈົ້າ.

Uka jalj uñjjattʼäta Copia luraña




1 ຊາມູເອນ 20:12
10 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ໄດ້​ໄວ້​ຊີວິດ​ເມຟີໂບເຊັດ ລູກຊາຍ​ຂອງ​ໂຢນາທານ​ແລະ​ຫລານຊາຍ​ຂອງ​ໂຊນ ກໍ​ຍ້ອນ​ຄຳສາບານ​ແຫ່ງ​ພຣະເຈົ້າຢາເວ​ລະຫວ່າງ​ດາວິດ​ກັບ​ໂຢນາທານ​ລູກຊາຍ​ຂອງໂຊນ.


ພຣະເຈົ້າ​ຮູ້​ທຸກໆສິ່ງ​ທີ່​ຂ້ອຍ​ໄດ້​ກະທຳ ພຣະອົງ​ເຫັນ​ທຸກໆ​ບາດຕີນ​ທີ່​ຂ້ອຍ​ກ້າວ​ໄປ​ນັ້ນ.


ເມື່ອ​ພຣະອົງ​ຊົງ​ກວດເບິ່ງ​ຈິດໃຈ​ຂອງ​ຂ້ານ້ອຍ. ພຣະອົງ​ມາ​ຫາ​ຂ້ານ້ອຍ​ໃນ​ຕອນ​ກາງຄືນ; ເມື່ອ​ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ກໍ​ບໍ່​ພົບ​ຄວາມ​ປາຖະໜາ​ຊົ່ວ​ໃດໆ ຢູ່​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.


ຄວາມຄິດ​ຄົນ​ນັ້ນ​ເປັນ​ຄື​ນໍ້າ​ໃນ​ສ້າງເລິກ ຜູ້​ທີ່​ຮູ້ແຈ້ງເຫັນຈິງ​ເທົ່ານັ້ນ​ຈຶ່ງ​ສາມາດ​ຢັ່ງເຖິງ.


“ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະອົງ​ຮູ້​ວ່າ​ເຫດ​ໃດ​ພວກຂ້ອຍ​ຈຶ່ງ​ໄດ້​ກະທຳ​ເຊັ່ນນີ້ ແລະ​ພວກຂ້ອຍ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ໄດ້​ຮູ້​ເຊັ່ນດຽວ​ກັນ. ຖ້າ​ພວກຂ້ອຍ​ໄດ້​ກະບົດ ແລະ​ບໍ່ໄດ້​ສືບຕໍ່​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ຢ່າ​ໃຫ້​ພວກຂ້ອຍ​ມີ​ຊີວິດ​ຢູ່​ຕໍ່ໄປ


ໂຢນາທານ​ຕອບ​ວ່າ, “ໃຫ້​ພວກເຮົາ​ອອກ​ໄປ​ທີ່​ທົ່ງນາ.” ດັ່ງນັ້ນ ທັງສອງ​ຈຶ່ງ​ອອກ​ໄປ​ທີ່​ທົ່ງນາ


ຖ້າ​ເພິ່ນ​ຍັງ​ມີ​ເຈດຕະນາ​ທຳຮ້າຍ​ເຈົ້າ ແລະ​ຖ້າ​ຂ້ອຍ​ບໍ່​ສົ່ງ​ຂ່າວ​ມາ​ບອກ​ໃຫ້​ເຈົ້າ​ໜີ​ໄປ​ຢ່າງ​ປອດໄພ ກໍ​ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຂ້ອຍ​ເຖິງ​ຕາຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ເຄີຍ​ສະຖິດ​ຢູ່​ນຳ​ພໍ່​ຂອງຂ້ອຍ​ເຖີດ.


ທັງສອງ​ໄດ້​ເຮັດ​ພັນທະສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ດາວິດ​ຍັງ​ອາໄສ​ຢູ່​ທີ່​ໂຮເຣັດ ສ່ວນ​ໂຢນາທານ​ນັ້ນ​ໄດ້​ຄືນ​ເມືອ​ເຮືອນ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka