Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 20:10 - ພຣະຄຳພີສັກສິ

10 ແລ້ວ​ດາວິດ​ກໍ​ຖາມ​ວ່າ, “ຖ້າ​ພໍ່​ຂອງເຈົ້າ​ຕອບ​ຢ່າງ​ໃຈຮ້າຍ ຜູ້ໃດ​ຈະ​ບອກ​ໃຫ້​ຂ້ອຍ​ຮູ້?”

Uka jalj uñjjattʼäta Copia luraña




1 ຊາມູເອນ 20:10
10 Jak'a apnaqawi uñst'ayäwi  

“ຜູ້ປົກຄອງ​ປະເທດ​ໄດ້​ເວົ້າ​ຢ່າງ​ຮຸນແຮງ​ຕໍ່​ພວກເຮົາ ທັງ​ຫາ​ເລື່ອງ​ໃສ່​ພວກເຮົາ​ວ່າ ພວກເຮົາ​ເປັນ​ນັກສືບ​ເຂົ້າ​ໄປ​ສອດແນມ​ປະເທດ​ຂອງ​ເພິ່ນ. ພວກເຮົາ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ,


ເມື່ອ​ໂຢເຊັບ​ເຫັນ​ພວກ​ອ້າຍ ເພິ່ນ​ກໍ​ຈື່​ພວກເຂົາ​ໄດ້, ແຕ່​ເພິ່ນ​ເຮັດ​ຄື​ບໍ່​ຮູ້ຈັກ​ພວກເຂົາ. ເພິ່ນ​ເວົ້າ​ຢ່າງ​ມີ​ອຳນາດ​ຕໍ່​ພວກເຂົາ​ວ່າ, “ພວກເຈົ້າ​ມາ​ແຕ່​ໃສ?” ພວກເຂົາ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ມາ​ແຕ່​ການາອານ​ເພື່ອ​ຂໍ​ຊື້​ອາຫານ.”


ກະສັດ​ບໍ່​ຍອມ​ຮັບ​ເອົາ​ຄຳແນະນຳ​ຂອງ​ພວກ​ຜູ້​ອາວຸໂສ ແລະ​ໄດ້​ຕອບ​ປະຊາຊົນ​ຢ່າງ​ຮຸນແຮງ


ຄົນ​ທຸກຈົນ​ອ້ອນວອນ​ຂໍ​ຄວາມ​ເມດຕາ, ແຕ່​ຄົນຮັ່ງມີ​ຕອບຄືນ​ມາ​ຢ່າງ​ຫຍາບຊ້າ.


ໂຢນາທານ​ຕອບ​ວ່າ, “ໃຫ້​ພວກເຮົາ​ອອກ​ໄປ​ທີ່​ທົ່ງນາ.” ດັ່ງນັ້ນ ທັງສອງ​ຈຶ່ງ​ອອກ​ໄປ​ທີ່​ທົ່ງນາ


ໂຢນາທານ​ຕອບ​ວ່າ, “ຢ່າ​ຄິດ​ຢ່າງ​ນັ້ນ​ເລີຍ ຖ້າ​ຂ້ອຍ​ຮູ້ແນ່​ວ່າ​ພໍ່​ຂອງຂ້ອຍ​ຕັ້ງໃຈ​ທີ່​ຈະ​ທຳຮ້າຍ​ເຈົ້າ ຂ້ອຍ​ຈະ​ບໍ່​ບອກ​ເຈົ້າ​ຊັ້ນບໍ?”


ແຕ່​ນາບານ​ກໍ​ຕອບ​ຄົນຮັບໃຊ້​ຂອງ​ດາວິດ​ວ່າ, “ດາວິດ​ແມ່ນ​ຜູ້ໃດ? ລູກ​ຊາຍ​ຂອງ​ເຢຊີ​ແມ່ນ​ຜູ້​ໃດ? ມີ​ທາດຮັບໃຊ້​ເປັນ​ຈຳນວນ​ຫຼວງຫຼາຍ​ທີ່​ປົບໜີ​ຈາກ​ນາຍ​ຂອງຕົນ.


ຕໍ່ມາ ຄົນ​ຮັບໃຊ້​ນາບານ​ຜູ້ໜຶ່ງ​ໄດ້​ມາ​ບອກ​ອາບີກາຍ​ເມຍ​ຂອງ​ນາບານ​ວ່າ, “ຍານາງ​ໄດ້ຍິນ​ບໍ​ວ່າ ດາວິດ​ໄດ້​ສົ່ງ​ຄົນ​ຂອງ​ເພິ່ນ​ມາ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ນຳ​ເອົາ​ຄວາມ​ຢື້ຢາມ​ຖາມຂ່າວ​ມາ​ເຖິງ​ນາຍ​ຂອງ​ພວກເຮົາ, ແຕ່​ເພິ່ນ​ຊໍ້າ​ພັດ​ໝິ່ນປະໝາດ​ພວກເຂົາ.


ສະນັ້ນ ຈົ່ງ​ພິຈາລະນາ​ໃຫ້​ດີ​ເບິ່ງດູ ແລະ​ຕັດສິນໃຈ​ວ່າ​ຍານາງ​ຄວນ​ຈະ​ເຮັດ​ຢ່າງ​ໃດ ເລື່ອງ​ນີ້​ອາດ​ນຳ​ເອົາ​ຄວາມ​ຫຼົ້ມຈົມ​ມາ​ສູ່​ນາຍ​ຂອງ​ພວກເຮົາ ຕະຫລອດ​ທັງ​ທຸກຄົນ​ທີ່​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ກໍໄດ້. ເພິ່ນ​ເປັນ​ຄົນ​ດື້ດ້ານ​ທີ່ສຸດ​ຈຶ່ງ​ບໍ່​ຍອມ​ຟັງ​ຜູ້ໃດ​ໝົດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka