1 ຊາມູເອນ 2:9 - ພຣະຄຳພີສັກສິ9 ພຣະອົງຄຸ້ມຄອງຊີວິດຄົນທີ່ສັດຊື່ຕໍ່ພຣະອົງ ສ່ວນຄົນຊົ່ວຮ້າຍຈະຖືກດັບສູນໃນທີ່ມືດ; ມະນຸດບໍ່ຫ່ອນໄຊຊະນະໄດ້ດ້ວຍກຳລັງ ຄືໂດຍກຳລັງຂອງຕົນເອງທີ່ມີຢູ່ນັ້ນ. Uka jalj uñjjattʼäta |
ຂ້າພະເຈົ້າຍັງເຫັນຫລາຍໆສິ່ງອີກຢູ່ໃຕ້ດວງຕາເວັນ. ນັກແລ່ນໄວບໍ່ແມ່ນຈະໄດ້ຊະນະໃນການແຂ່ງຂັນສະເໝີໄປ ແລະຄົນກ້າຫານຫລາຍບໍ່ແມ່ນຈະຕີຊະນະໃນສະໜາມຮົບສະເໝີໄປ. ຄົນມີປັນຍາບໍ່ແມ່ນຈະທຳມາຫາກິນລ້ຽງຊີບຢ່າງສະດວກສະບາຍສະເໝີໄປ; ຄົນສະຫລາດບໍ່ແມ່ນຈະຮັ່ງມີເປັນດີສະເໝີໄປ ແລະຄົນທີ່ມີຄວາມສາມາດບໍ່ແມ່ນຈະໄດ້ຂຶ້ນສູ່ຕຳແໜ່ງສູງສະເໝີໄປ. ແຕ່ກຳນົດເວລາແລະໂອກາດເກີດຂຶ້ນກັບທຸກໆຄົນ.
ປະຊາຊົນຂອງພຣະເຈົ້າໄດ້ຖາມກັນວ່າ, “ເປັນຫຍັງຈຶ່ງເມົານັ່ງເສີຍຢູ່? ຮິບມາເຖີດ ໃຫ້ພວກເຮົາແລ່ນໄປສູ່ເມືອງທີ່ມີປ້ອມປ້ອງກັນ ແລະຕາຍຢູ່ໃນທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ລົງໂທດພວກເຮົາໃຫ້ເຖິງຕາຍສາແລ້ວ; ພຣະອົງໄດ້ໃຫ້ພວກເຮົາດື່ມຢາເບື່ອ ຍ້ອນພວກເຮົາໄດ້ເຮັດບາບຕໍ່ສູ້ພຣະອົງ.
ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາອົດສາພະຍາຍາມຢ່າງສຸດຄວາມສາມາດ ເພື່ອຂຽນຈົດໝາຍມາເຖິງພວກເຈົ້າ ກ່ຽວກັບເລື່ອງຄວາມພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ເມື່ອເຮົາເຫັນມີຄວາມຈຳເປັນທີ່ຈະຕ້ອງຂຽນມາເຕືອນສະຕິພວກເຈົ້າ ໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.