1 ຊາມູເອນ 2:8 - ພຣະຄຳພີສັກສິ8 ພຣະອົງຍົກຄົນຍາກຈົນຂຶ້ນຈາກຂີ້ຝຸ່ນດິນ ແລະຊ່ວຍຊູຄົນຂັດສົນ ຈາກຄວາມລຳບາກ. ພຣະອົງໃຫ້ເຂົາເປັນເພື່ອນກັບບັນດາເຈົ້າຊາຍ ແລະໃຫ້ນັ່ງລົງໃນບ່ອນທີ່ມີກຽດ. ຮາກຖານແຜ່ນດິນໂລກເປັນຂອງພຣະເຈົ້າຢາເວໃດ ເທິງນັ້ນເອງທີ່ພຣະອົງໄດ້ສ້າງໂລກມະນຸດ. Uka jalj uñjjattʼäta |
ນີ້ແຫຼະຄືຄຳຕັດສິນຂອງຝູງເທວະດາຜູ້ອາລັກຂານັ້ນ. ສະນັ້ນ ຈົ່ງໃຫ້ຄົນທັງປວງທຸກທີ່ທຸກບ່ອນຮູ້ວ່າ ພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກຂອງມະນຸດ ແລະໃຫ້ຮູ້ວ່າພຣະອົງສາມາດມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງຕາມທີ່ພຣະອົງເລືອກເອົາກໍໄດ້ ເຖິງແມ່ນວ່າເປັນຜູ້ຕໍ່າຕ້ອຍທີ່ສຸດກໍຕາມ.”’