1 ຊາມູເອນ 2:6 - ພຣະຄຳພີສັກສິ6 ພຣະເຈົ້າຢາເວຂ້າ ແລະໃຫ້ຊີວິດອີກໃໝ່ ຄືສົ່ງຄົນສູ່ແດນມໍຣະນາແລະໃຫ້ເປັນຄືນມາ. Uka jalj uñjjattʼäta |
ເມື່ອກະສັດແຫ່ງອິດສະຣາເອນໄດ້ອ່ານຈົດໝາຍນັ້ນແລ້ວ, ເພິ່ນກໍຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມທຸກໃຈ ແລະຮ້ອງຂຶ້ນວ່າ, “ກະສັດແຫ່ງຊີເຣຍຫວັງຢາກໃຫ້ເຮົາປິ່ນປົວຊາຍຄົນນີ້ໃຫ້ດີໄດ້ຢ່າງໃດ? ເພິ່ນຄິດວ່າເຮົາເປັນພຣະເຈົ້າ ທີ່ມີອຳນາດບອກໃຫ້ຕາຍ ຫລືໃຫ້ເປັນໄດ້ຊັ້ນບໍ? ມັນເປັນການຈະແຈ້ງແລ້ວວ່າລາວຊອກຫາເລື່ອງເກາະຜິດກັບເຮົາ.”
ແຕ່ດາວິດຕອບວ່າ, “ພໍ່ຂອງເຈົ້າຮູ້ດີວ່າເຈົ້ານິຍົມຊົມຊອບຂ້ອຍຫລາຍເທົ່າໃດ ເພິ່ນຄົງບໍ່ກ້າບອກແຜນການທີ່ເພິ່ນຈະເຮັດໃຫ້ເຈົ້າຮູ້ນຳດອກ ເພາະເຈົ້າອາດໂສກເສົ້າເສຍໃຈ. ຂ້ອຍຂໍສາບານໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ແລະຕໍ່ເຈົ້າວ່າ ຂ້ອຍເອງຢູ່ຫ່າງຈາກຄວາມຕາຍແຕ່ພຽງກ້າວດຽວເທົ່ານັ້ນ.”