5 ຜູ້ທີ່ເຄີຍຢູ່ດີກິນດີກໍອອກຮັບຈ້າງຫາຢູ່ຫາກິນ ແຕ່ຜູ້ທີ່ຫິວໂຫຍຊໍ້າບໍ່ຫິວໂຫຍຕໍ່ໄປອີກ. ພັນລະຍາທີ່ເປັນໝັນນັ້ນໄດ້ລູກເຖິງເຈັດຄົນ ແຕ່ແມ່ມີລູກຫລາຍຄົນຊໍ້າບໍ່ມີລູກຕໍ່ໄປອີກ.
ພຣະອົງໃຫ້ກຽດຍິງທີ່ບໍ່ມີລູກໂດຍໃຫ້ນາງມີເຮືອນຢູ່ ໃຫ້ນາງມີຄວາມສຸກໂດຍໃຫ້ນາງມີລູກ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ.
ແມ່ນແຕ່ຝູງສິງກໍອຶດຢາກຍ້ອນຂາດອາຫານ ແຕ່ຜູ້ທີ່ເຊື່ອຟັງພຣະເຈົ້າຢາເວຢ່າງຈິງໃຈບໍ່ຂາດສິ່ງດີຈັກເທື່ອ.
ດິນແດນຖືກປະຖິ້ມໃຫ້ຮົກຮ້າງຫວ່າງເປົ່າ. ປ່າໄມ້ຂອງນະຄອນເລບານອນຫ່ຽວແຫ້ງໄປ ຮ່ອມພູທີ່ອຸດົມສົມບູນດີໃນຊາໂຣນກໍເປັນດັ່ງຖິ່ນແຫ້ງແລ້ງກັນດານ ແລະໃນຖິ່ນບາຊານ ແລະເທິງພູກາເມນ ໃບໄມ້ກໍຫລົ່ນລົງຈາກຕົ້ນໝົດ.
ເຢຣູຊາເລັມເອີຍ ເຈົ້ານັ້ນເປັນດັ່ງຍິງເປັນໝັນ ແຕ່ບັດນີ້ ຈົ່ງຮ້ອງລຳທຳເພງຍິນດີກັນເຖີດ ບັດນີ້ ເຈົ້າຈະມີລູກຕື່ມຢ່າງຫລວງຫລາຍ ລື່ນກວ່າຍິງຜູ້ທີ່ຜົວບໍ່ເຄີຍໜີປະຈັກເທື່ອ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແມ່ທີ່ເສຍລູກເຈັດຄົນ ກໍສະຫລົບລົ້ມຫາຍໃຈປາ ສຳລັບນາງ ແສງກາງເວັນກໍປ່ຽນເປັນມືດສາແລ້ວ; ນາງຖືກອັບອາຍຂາຍໜ້າ ແລະຂົມຂື່ນຈິດໃຈ ເຮົາຈະປ່ອຍໃຫ້ສັດຕູຂ້າພວກເຈົ້າຜູ້ຍັງມີຊີວິດຢູ່.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ພຣະອົງໃຫ້ຄົນອຶດຢາກເຕັມໄປດ້ວຍຂອງດີ ແລະໃຫ້ຄົນຮັ່ງມີໜີໄປມືເປົ່າ.
ແຕ່ອັບຣາຮາມຕອບວ່າ, ‘ລູກເອີຍ ຈົ່ງລະນຶກເຖິງຄາວເມື່ອເຈົ້າຍັງມີຊີວິດຢູ່ ເຈົ້າໄດ້ຮັບແຕ່ຂອງດີສຳລັບຕົນ ສ່ວນລາຊາໂຣແລ້ວ ໄດ້ຮັບແຕ່ຂອງບໍ່ດີ ຢ່າງດຽວກັນນັ້ນແຫຼະ, ແຕ່ບັດນີ້ ລາຊາໂຣໄດ້ຮັບຄວາມສຸກສະບາຍຢູ່ທີ່ນີ້ ສ່ວນເຈົ້າແລ້ວກຳລັງໄດ້ຮັບຄວາມທົນທຸກທໍລະມານ.
ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, “ໂອ ຍິງໝັນຜູ້ບໍ່ເຄີຍເກີດລູກເອີຍ ຈົ່ງຊົມຊື່ນຍິນດີເທີ້ນ ເຈົ້າຜູ້ທີ່ບໍ່ເຄີຍເຈັບທ້ອງ ເກີດລູກຈັກເທື່ອເອີຍ ຈົ່ງໂຮ່ຮ້ອງຂຶ້ນດ້ວຍຄວາມ ຊົມຊື່ນຍິນດີສາ ດ້ວຍວ່າ, ຍິງທີ່ຖືກປະຮ້າງກໍມີລູກ ຫລາຍກວ່າຍິງທີ່ມີຜົວ.”
ລູກໃພ້ຂອງເຈົ້າຮັກເຈົ້າຫລາຍ ແລະນາງໄດ້ປະຕິບັດຕໍ່ເຈົ້າດີກວ່າລູກຊາຍເຈັດຄົນ. ມາບັດນີ້ ນາງຍັງມີຫລານຊາຍໃຫ້ເຈົ້າອີກ ຜູ້ທີ່ຈະນຳເອົາຊີວິດໃໝ່ມາໃຫ້ເຈົ້າ ແລະຈະໃຫ້ຄວາມຄຸ້ມຄອງແກ່ເຈົ້າໃນເວລາເຈົ້າເຖົ້າແກ່ຊະຣາ.”
ດັ່ງນັ້ນ ນາງຈຶ່ງຖືພາແລະເກີດລູກຊາຍຜູ້ໜຶ່ງ. ນາງຕັ້ງຊື່ໃຫ້ເດັກນັ້ນວ່າ ຊາມູເອນ ແລະອະທິບາຍວ່າ, “ເພາະຂ້ອຍຂໍເດັກຄົນນີ້ຈາກພຣະເຈົ້າຢາເວ.”
ເປນິນນາຄູ່ແຂ່ງຂອງນາງໄດ້ເຮັດໃຫ້ນາງເຈັບໃຈແລະອັບອາຍຢູ່ເລື້ອຍມາ ຍ້ອນພຣະເຈົ້າຢາເວບໍ່ໃຫ້ນາງຮັນນາມີລູກ.