Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 2:36 - ພຣະຄຳພີສັກສິ

36 ບໍ່​ວ່າ​ຜູ້ໃດ​ກໍຕາມ​ໃນ​ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຍັງ​ມີ​ຊີວິດ​ຢູ່ ລາວ​ຈະ​ຕ້ອງ​ໄປ​ຂໍ​ເງິນ​ກັບ​ອາຫານ​ນຳ​ປະໂຣຫິດ​ຜູ້ນັ້ນ ແລະ​ຮ້ອງ​ຂໍ​ຮັບໃຊ້​ບັນດາ​ປະໂຣຫິດ​ເພື່ອ​ຈະ​ໄດ້​ມີຢູ່​ມີກິນ.”’

Uka jalj uñjjattʼäta Copia luraña




1 ຊາມູເອນ 2:36
9 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ໂຊໂລໂມນ​ກໍ​ໄລ່​ອາບີອາທາ ອອກ​ຈາກ​ຕຳແໜ່ງ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ. ເຫດການ​ກໍ​ເປັນຈິງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທີ່​ເມືອງ​ຊີໂລ ກ່ຽວກັບ​ປະໂຣຫິດ​ເອລີ​ແລະ​ພວກ​ລູກຫລານ​ຂອງ​ເພິ່ນ.


ພວກ​ປະໂຣຫິດ​ເຫຼົ່ານັ້ນ​ບໍ່​ມີ​ສິດ​ຮັບໃຊ້​ຢູ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ແຕ່​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ດັ່ງ​ປະໂຣຫິດ​ຄົນອື່ນໆ.


ຄົນຊົ່ວ​ຈະ​ຕ້ອງ​ກົ້ມຂາບ​ຄົນ​ຊອບທຳ ແລະ​ຂໍ​ຄວາມ​ເຫັນໃຈ​ຢ່າງ​ນົບນ້ອມ.


ພວກເຈົ້າ​ເວົ້າ​ວ່າ, ‘ຊ່າງ​ອິດເມື່ອຍ​ຕໍ່​ການຖວາຍ​ນີ້​ແທ້ນໍ’ ແລະ​ພວກເຈົ້າ​ກໍ​ງຶກດັງ​ຂຶ້ນ​ປະໝາດ​ເຮົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. “ແລະ​ເມື່ອ​ຖວາຍບູຊາ ພວກເຈົ້າ​ນຳ​ສັດ​ທີ່​ລັກ​ມາ ຫລື​ສັດ​ທີ່​ຂາ​ພິການ ຫລື​ສັດ​ທີ່​ເຈັບໂຊ​ມາ​ຖວາຍ. ພວກເຈົ້າ​ຄິດວ່າ​ເຮົາ​ຈະ​ຮັບ​ເອົາ​ສິ່ງນັ້ນ​ຫລື?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ມີກາ​ຈຶ່ງ​ເວົ້າ​ວ່າ, “ຢູ່​ກັບ​ຂ້ອຍ​ສາ ມາ​ເປັນ​ທີ່ປຶກສາ​ແລະ​ເປັນ​ປະໂຣຫິດ​ຂອງຂ້ອຍ. ທຸກ​ປີ​ໃດ​ຂ້ອຍ​ຈະ​ຈ່າຍ​ເງິນ​ໃຫ້​ເຈົ້າ​ສິບ​ຫລຽນ ພ້ອມ​ທັງ​ເຄື່ອງນຸ່ງ​ແລະ​ອາຫານ​ການກິນ.”


ເຮົາ​ຈະ​ເລືອກ​ເອົາ​ປະໂຣຫິດ​ຜູ້ໜຶ່ງ​ທີ່​ສັດຊື່​ຕໍ່​ເຮົາ ແລະ​ເຮົາ​ຈະ​ໃຫ້​ລາວ​ເຮັດ​ທຸກໆ​ສິ່ງ​ທີ່​ເຮົາ​ຕ້ອງການ; ເຮົາ​ຈະ​ໃຫ້​ລາວ​ມີ​ເຊື້ອສາຍ​ເປັນ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ ຢູ່​ຕໍ່ໜ້າ​ກະສັດ​ທີ່​ເຮົາ​ເລືອກເອົາ.


ໃນ​ສະໄໝ​ນັ້ນ ເວລາ​ທີ່​ຊາມູເອນ​ກຳລັງ​ຮັບໃຊ້​ພຣະເຈົ້າຢາເວ​ພາຍໃຕ້​ການນຳພາ​ຂອງ​ເອລີ​ນັ້ນ ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ມີໜ້ອຍ​ຫຼາຍ ແລະ​ບໍ່​ຄ່ອຍ​ມີ​ນິມິດ​ຈາກ​ພຣະອົງ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka