Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 2:30 - ພຣະຄຳພີສັກສິ

30 ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ປະກາດ​ວ່າ, ‘ເຮົາ​ໄດ້​ສັນຍາ​ໄວ້​ແລ້ວ​ວ່າ ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ແລະ​ໃນ​ຕະກຸນ​ຂອງ​ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ,’ ແຕ່​ມາບັດນີ້ ພຣະເຈົ້າຢາເວ​ຈຶ່ງ​ປະກາດ​ວ່າ ‘ຂໍ​ໃຫ້​ຄວາມນີ້​ຫ່າງໄກ​ຈາກ​ເຮົາ​ເຖີດ ເຮົາ​ຈະ​ໃຫ້ກຽດ​ຜູ້​ທີ່​ໃຫ້ກຽດ​ເຮົາ ແລະ​ເຮົາ​ຈະ​ໝິ່ນປະໝາດ​ຜູ້​ທີ່​ໝິ່ນປະໝາດ​ເຮົາ.

Uka jalj uñjjattʼäta Copia luraña




1 ຊາມູເອນ 2:30
39 Jak'a apnaqawi uñst'ayäwi  

ເຫດສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ໂຊໂລໂມນ​ວ່າ, “ຍ້ອນ​ເຈົ້າ​ຝ່າຝືນ​ພັນທະສັນຍາ ທີ່​ມີ​ໄວ້​ກັບ​ເຮົາ​ຢ່າງ​ເຈດຕະນາ ແລະ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ເຮົາ​ສັນຍາ​ວ່າ​ເຮົາ​ຈະ​ເອົາ​ອານາຈັກ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ ແລະ​ຈະ​ຍົກ​ໃຫ້​ຄົນ​ໜຶ່ງ​ໃນ​ບັນດາ​ຂ້າຣາຊການ​ຂອງເຈົ້າ.


ແລ້ວ​ກະສັດ​ໂຊໂລໂມນ​ກໍ​ໄລ່​ອາບີອາທາ ອອກ​ຈາກ​ຕຳແໜ່ງ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ. ເຫດການ​ກໍ​ເປັນຈິງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທີ່​ເມືອງ​ຊີໂລ ກ່ຽວກັບ​ປະໂຣຫິດ​ເອລີ​ແລະ​ພວກ​ລູກຫລານ​ຂອງ​ເພິ່ນ.


ຂ້ານ້ອຍ​ຈະ​ເວົ້າ​ຢ່າງໃດ​ກັບ​ພຣະອົງ​ຕື່ມ​ອີກ ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ດີ ແລະ​ໃນ​ຂະນະ​ດຽວກັນ​ພຣະອົງ​ກໍ​ໃຫ້ກຽດ​ຂ້ານ້ອຍ​ຜູ້​ເປັນ​ຄົນ​ຮັບໃຊ້​ຂອງ​ພຣະອົງ.


ແລະ​ລາວ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ອາສາ. ລາວ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ແລະ​ພວກທ່ານ​ທີ່​ເປັນ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ຂ້ານ້ອຍ​ເຖີດ ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ນຳ​ພວກທ່ານ ຕາບໃດ​ທີ່​ພວກທ່ານ​ຢູ່​ກັບ​ພຣະອົງ. ຖ້າ​ພວກທ່ານ​ຊອກ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ພວກທ່ານ​ໄດ້​ພົບ​ພຣະອົງ; ແຕ່​ຖ້າ​ພວກທ່ານ​ຫັນໜີ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ພວກທ່ານ.


ເພື່ອ​ສະກັດ​ກັ້ນ​ເພິ່ນ​ໄວ້. ພວກເຂົາ​ເວົ້າ​ວ່າ, “ອຸດຊີຢາ ທ່ານ​ບໍ່​ມີ​ສິດ​ທີ່​ຈະ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະເຈົ້າຢາເວ. ມີ​ແຕ່​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ຈາກ​ອາໂຣນ ຜູ້​ທີ່​ໄດ້​ອຸທິດຕົວ​ແລ້ວ​ເທົ່ານັ້ນ ຖວາຍ​ເຄື່ອງຫອມ​ນີ້​ໄດ້. ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ສັກສິດ​ດຽວນີ້. ທ່ານ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ ແລະ​ພຣະອົງ​ຈະ​ບໍ່​ອວຍພອນ​ທ່ານ​ຕໍ່ໄປ.”


ເພາະ​ເຮັດ​ຖືກຕ້ອງ​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ບຳເໜັດ ເພາະ​ບໍ່ມີ​ຄວາມຜິດ​ພຣະອົງ​ຈຶ່ງ​ອວຍພອນ​ໃຫ້.


ພຣະອົງ​ບໍຣິສຸດ​ຕໍ່​ຜູ້​ທີ່​ມີ​ໃຈ​ບໍຣິສຸດ ແຕ່​ພຣະອົງ​ເປັນ​ສັດຕູ​ຕໍ່​ຜູ້​ທີ່​ຊົ່ວຮ້າຍ.


ການຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ການຖວາຍ​ທີ່​ໃຫ້ກຽດ​ແກ່​ເຮົາ ແລະ​ທຸກຄົນ​ທີ່​ເຊື່ອຟັງ​ພຣະເຈົ້າ​ກໍ​ຈະ​ໄດ້​ພົ້ນ.”


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພວກເຂົາ​ເປັນ​ເໝືອນ​ຄວາມຝັນ​ທີ່​ຫາຍໄປ ໃນ​ຕອນເຊົ້າ ເມື່ອ​ພຣະອົງ​ຕື່ນ​ຂຶ້ນ ພວກເຂົາ​ກໍ​ສູນຫາຍ​ໄປ​ແລ້ວ.


ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຊ່ວຍ​ຜູ້​ທີ່​ຮັກ​ເຮົາ​ໃຫ້​ພົ້ນໄພ ແລະ​ປົກປ້ອງ​ຮັກສາ​ຜູ້​ທີ່​ຍອມ​ຮັບຮູ້​ນາມຊື່​ຂອງເຮົາ.”


ເຮົາ​ຈະ​ຂານ​ຕອບ​ເມື່ອ​ພວກເຂົາ​ເອີ້ນ​ຫາ​ເຮົາ ເຮົາ​ຈະ​ຢູ່​ນຳ​ເມື່ອ​ພວກເຂົາ​ເດືອດຮ້ອນ. ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນໄພ ທັງ​ຈະ​ໃຫ້​ຍົດສັກ​ແກ່​ເຂົາເຈົ້າ​ດ້ວຍ.


ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ຕ້ອງ​ນຸ່ງ​ສົ້ງ​ຂາສັ້ນ​ຢູ່​ປະຈຳ ເມື່ອ​ພວກເຂົາ​ເຂົ້າ​ມາ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ມາ​ໃກ້​ແທ່ນບູຊາ​ເວລາ​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ທີ່​ບ່ອນ​ສັກສິດ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ​ຍ້ອນ​ວ່າ​ບໍ່​ປົກປິດ​ຕົນຕົວ. ອັນ​ນີ້​ແມ່ນ​ກົດເກນ​ອັນ​ຖາວອນ ຊຶ່ງ​ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ ຈະ​ຕ້ອງ​ປະຕິບັດ​ຕະຫລອດໄປ.”


ຄົນມີ​ປັນຍາ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ, ແຕ່​ຄົນໂງ່ຈ້າ​ຈະ​ໄດ້​ຮັບ​ຄຳ​ຫຍໍ້ຫຍັນ.


ຈົ່ງ​ຮັກແພງ​ປັນຍາ ແລະ​ປັນຍາ​ຈະ​ເຮັດ​ໃຫ້​ເຈົ້າ​ຍິ່ງໃຫຍ່ ຈົ່ງ​ກອດ​ເອົາ​ປັນຍາ​ໄວ້ ເພາະ​ປັນຍາ​ຈະ​ນຳ​ເອົາ​ກຽດສັກສີ​ມາ​ສູ່​ເຈົ້າ.


ເຮົາ​ຮັກ​ພວກ​ທີ່​ຮັກ​ເຮົາ ຜູ້​ທີ່​ຊອກຫາ​ເຮົາ​ກໍ​ພົບ​ເຮົາ​ໄດ້.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ນີ້ແມ່ນ​ພຣະເຈົ້າຢາເວ​ກ່າວ​ຄື: ເຮົາ​ຈະ​ລົງໂທດ​ເຊມາອີຢາ​ຊາວ​ເນເຮລາມ​ກັບ​ເຊື້ອສາຍ​ຂອງລາວ ລາວ​ຈະ​ບໍ່​ມີ​ເຊື້ອສາຍ​ຈັກ​ຄົນດຽວ​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ. ລາວ​ຈະ​ບໍ່ມີ​ຊີວິດ​ຢູ່​ໄດ້​ເຫັນ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ຈະ​ເຮັດ​ສຳລັບ​ປະຊາຊົນ​ຂອງເຮົາ, ເພາະ​ລາວ​ໄດ້​ສອນ​ພວກເຂົາ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ພຣະອົງ​ຈະ​ໃຫ້​ເຈົ້າ​ອ່ອນ​ກຳລັງ ແລະ​ບໍ່ມີ​ຜູ້ໃດ​ຈະ​ໃຫ້​ຄວາມນັບຖື​ແກ່​ເຈົ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ, ເຮົາ​ເປັນ​ສັດຕູ​ຂອງ​ພວກເຈົ້າ. ເຮົາ​ຈະ​ເອົາ​ຝູງແກະ​ຂອງເຮົາ​ໜີໄປ​ຈາກ​ພວກເຈົ້າ ແລະ​ຈະ​ບໍ່​ຍອມ​ໃຫ້​ພວກເຈົ້າ​ເປັນ​ຜູ້ລ້ຽງ​ພວກເຂົາ​ອີກ​ຈັກເທື່ອ; ເຮົາ​ຈະ​ບໍ່​ໃຫ້​ພວກເຈົ້າ​ລ້ຽງ​ພວກເຈົ້າ​ເອງ​ອີກ​ຕໍ່ໄປ. ເຮົາ​ຈະ​ຊ່ວຍກູ້​ເອົາ​ແກະ​ຂອງເຮົາ​ໜີໄປ​ຈາກ​ພວກເຈົ້າ ແລະ​ບໍ່​ໃຫ້​ພວກເຈົ້າ​ກິນ​ພວກເຂົາ​ອີກ.


ເມື່ອ​ກຳນົດ​ເຈັດ​ປີ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ກະສັດ​ຈຶ່ງ​ກ່າວ​ວ່າ, “ເຮົາ​ໄດ້​ເງີຍໜ້າ​ຂຶ້ນ​ສູ່​ທ້ອງຟ້າ ແລ້ວ​ຈິດໃຈ​ຂອງເຮົາ​ກໍ​ກາຍເປັນ​ປົກກະຕິ ເຮົາ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ອົງ​ສູງສຸດ ທັງ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ​ແກ່​ພຣະອົງ​ຜູ້​ຊົງ​ເປັນ​ຢູ່​ຕະຫລອດໄປ. ພຣະເຈົ້າ​ຈະ​ປົກຄອງ​ຕະຫລອດໄປ ອານາຈັກ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ເປັນນິດ.


ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’


ເຮົາ​ຈະ​ລົງໂທດ​ລູກ​ຂອງ​ພວກເຈົ້າ ແລະ​ເອົາ​ໜ້າ​ພວກເຈົ້າ​ຖູ​ໃສ່​ຂີ້​ສັດ​ທີ່​ພວກເຈົ້າ​ນຳ​ມາ​ຖວາຍບູຊາ​ນັ້ນ ແລ້ວ​ພວກເຈົ້າ​ກໍ​ຈະ​ຖືກ​ໂຍນ​ອອກ​ໄປ​ພ້ອມ​ກັບ​ຂີ້​ສັດ​ນັ້ນ.


ແຕ່​ຈະ​ມີ​ກິນ​ໜຶ່ງ​ເດືອນ​ເຕັມ ຈົນ​ມັນ​ລົ້ນ​ອອກ​ມາ​ທາງ​ຮູ​ດັງ ຈົນ​ພວກເຈົ້າ​ເບື່ອໜ່າຍ​ມັນ. ເລື່ອງ​ນີ້​ຈະ​ເກີດຂຶ້ນ​ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຍອມ​ຮັບ​ເອົາ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ສະຖິດ​ຢູ່​ທີ່​ນີ້​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ຍັງ​ໄດ້​ຈົ່ມ​ຕໍ່ວ່າ​ຕໍ່ຂານ​ໃສ່​ພຣະອົງ​ວ່າ ພວກເຈົ້າ​ບໍ່ຄວນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ກໍດີກວ່າ.”’


ຢ່າ​ເຮັດ​ໃຫ້​ດິນແດນ​ທີ່​ເຈົ້າ​ອາໄສ​ຢູ່​ນັ້ນ​ເປັນ​ມົນທິນ ເພາະວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ສະຖິດ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ.”


ຖ້າ​ຜູ້ໃດ​ບົວລະບັດ​ຮັບໃຊ້​ເຮົາ ໃຫ້​ຜູ້ນັ້ນ​ຕິດຕາມ​ເຮົາ​ມາ ເຮົາ​ຢູ່​ທີ່​ໃດ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ ກໍຈະ​ຢູ່​ທີ່​ນັ້ນ​ເໝືອນກັນ ຝ່າຍ​ພຣະບິດາເຈົ້າ​ຂອງເຮົາ ຈະ​ໃຫ້​ກຽດຕິຍົດ​ແກ່​ທຸກຄົນ ທີ່​ບົວລະບັດ​ຮັບໃຊ້​ເຮົາ.”


ເພື່ອ​ຄົນ​ທັງປວງ​ຈະ​ຖວາຍ​ກຽດ​ແດ່​ພຣະບຸດ ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ບໍ່​ຖວາຍ​ກຽດ​ແດ່​ພຣະບຸດ ຜູ້ນັ້ນ​ກໍ​ບໍ່​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.


ແລ້ວ​ເຈົ້າ​ທັງຫລາຍ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ? ເຈົ້າ​ທັງຫລາຍ​ມັກ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ, ແຕ່​ບໍ່​ຊອກຫາ​ກຽດຕິຍົດ​ຈາກ​ຜູ້​ທີ່​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ,


ພຣະເຢຊູເຈົ້າ​ໄດ້ຕອບ​ວ່າ, “ເຮົາ​ບໍ່ມີ​ຜີມານຮ້າຍ​ສິງ​ດອກ ເພາະ​ເຮົາ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງເຮົາ, ແຕ່​ພວກເຈົ້າ​ເວົ້າ​ໝິ່ນປະໝາດ​ເຮົາ.


ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ຄວນ​ຕັດສິນ​ຄົນ​ໃດ​ຄົນ​ໜຶ່ງ ກ່ອນ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ປາກົດ ພຣະອົງ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມມືດ​ນັ້ນ​ໃຫ້​ແຈ່ມແຈ້ງ ແລະ​ພຣະອົງ​ຈະ​ເປີດເຜີຍ​ຄວາມ​ນຶກຄິດ​ອັນ​ເລິກລັບ​ໃນ​ໃຈ​ມະນຸດ, ເມື່ອນັ້ນ​ແຫຼະ ແຕ່ລະຄົນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ ຕາມ​ທີ່​ຕົນ​ສົມຄວນ​ໄດ້​ຮັບ.


ເຖິງ​ແມ່ນ​ວ່າ ຄຳ​ກໍ​ຍັງ​ຖືກ​ລອງ​ເບິ່ງ​ດ້ວຍ​ໄຟ ແຕ່​ຄວາມເຊື່ອ​ທີ່​ຖືກ​ລອງ​ກໍ​ປະເສີດ​ກວ່າ​ຄຳ ທີ່​ຍ່ອມ​ຮູ້​ສູນຫາຍ​ໄປ. ດັ່ງນັ້ນ ການ​ທົດລອງ​ຕ່າງໆ​ເກີດຂຶ້ນ ເພື່ອ​ໃຫ້​ຄວາມເຊື່ອ​ທີ່​ລອງ​ແລ້ວ​ນັ້ນ ປາກົດ​ວ່າ ຄວນ​ໄດ້​ຮັບ​ຄຳ​ສັນລະເສີນ ສະຫງ່າຣາສີ ແລະ​ກຽດຕິຍົດ ໃນ​ເວລາ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຈະ​ສະເດັດ​ມາ​ປາກົດ.


ແລ້ວ​ຕົ້ນໄມ້​ທັງຫລາຍ​ກໍ​ເວົ້າ​ກັບ​ຕົ້ນ​ໝາກເດື່ອ​ວ່າ, ‘ຈົ່ງ​ມາ​ເປັນ​ກະສັດ​ຂອງ​ພວກຂ້ອຍ​ເທາະ’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka