Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 2:3 - ພຣະຄຳພີສັກສິ

3 ເຈົ້າ​ຈົ່ງ​ເຊົາ​ເວົ້າ​ຄຳ​ໂອ້ອວດ​ນັ້ນ​ສາ ຈົ່ງ​ໃຫ້​ຄຳເວົ້າ​ຈອງຫອງ​ຂອງ​ເຈົ້າ​ມິດງຽບ. ເພາະ​ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຜູ້​ຮູ້​ເຫັນ ພຣະອົງ​ຕັດສິນ​ທຸກ​ການ​ກະທຳ ຂອງ​ມະນຸດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 2:3
26 Jak'a apnaqawi uñst'ayäwi  

ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ຂໍໂຜດ​ຟັງ​ແລະ​ຍົກໂທດ ແລະ​ຊ່ວຍເຫລືອ​ພວກເຂົາ​ດ້ວຍ​ເທີ້ນ. ພຣະອົງ​ເທົ່ານັ້ນ​ທີ່​ຮູ້ຈັກ​ຄວາມຄິດ​ໃນ​ຈິດໃຈ​ມະນຸດ. ຂໍໂຜດ​ເຮັດ​ກັບ​ແຕ່ລະຄົນ​ຕາມ​ທີ່​ເຂົາ​ສົມຄວນ​ຈະ​ໄດ້​ຮັບ​ດ້ວຍ​ເທີ້ນ.


ຂ້ອຍ​ໃຫ້​ພຣະເຈົ້າ​ຊັ່ງ​ເບິ່ງ​ໂດຍ​ຕາຊິງ​ອັນ​ທ່ຽງທຳ ພຣະອົງ​ກໍ​ຈະ​ໄດ້​ຮູ້ຈັກ​ວ່າ​ຂ້ອຍ​ສັດຊື່​ສໍ່າໃດ​ແທ້.


ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ຍິ່ງໃຫຍ່​ແລະ​ຊົງ​ຣິດອຳນາດ​ຫລາຍ ບໍ່ມີ​ຜູ້ໃດ​ທີ່​ຊັ່ງຊາ​ສະຕິປັນຍາ​ຂອງ​ພຣະອົງ​ໄດ້.


ສັດຕູ​ຜູ້​ໝາຍປອງ​ຂ້າ​ກໍ​ອ້ອມຂ້າງ​ຂ້ານ້ອຍ​ຢູ່ ພວກເຂົາ​ບໍ່ມີ​ຄວາມ​ເມດຕາ​ແລະ​ເວົ້າ​ໂອ້ອວດ​ຈອງຫອງ.


ພວກຄົນ​ທີ່​ຂີ້ຕົວະ ຈົ່ງ​ມິດງຽບ ຄື​ພວກ​ທີ່​ອວດອົ່ງ​ແລະ​ຈອງຫອງ​ທັງຫຼາຍ ພວກ​ທີ່​ເວົ້າ​ດູໝິ່ນ​ນິນທາ​ຄົນ​ຊອບທຳ​ນັ້ນ.


ພຣະອົງ​ກໍ​ຕ້ອງ​ຄົ້ນພົບ​ເລື່ອງ​ນີ້​ຢ່າງ​ແນ່ນອນ ເພາະ​ຄວາມຄິດ​ອັນ​ເລິກລັບ ພຣະອົງ​ກໍ​ຊົງ​ຮູ້.


ແລະ​ບອກ​ພວກເຂົາ​ໃຫ້​ຢຸດ​ອວດອ້າງ.”


ຜູ້ຂ້າຄົນ​ນັ້ນ​ຈະ​ຈອງຫອງ​ໄປ​ເຫິງ​ປານໃດ? ຄູຍໂມ້​ເຖິງ​ອາດຊະຍາກຳ​ຂອງ​ພວກເຂົາ​ໄປ​ອີກ​ນານ​ເທົ່າໃດ?


ມະນຸດ​ຄິດ​ວ່າ​ຕົນ​ເຮັດ​ທຸກສິ່ງ​ຖືກຕ້ອງ, ແຕ່​ພຣະເຈົ້າຢາເວ​ຢັ່ງຮູ້​ພາຍໃນ​ຈິດໃຈ.


ເຈົ້າ​ອາດ​ເວົ້າ​ວ່າ​ບໍ່ແມ່ນ​ທຸລະ​ຂອງເຈົ້າ, ແຕ່​ພຣະເຈົ້າ​ຮູ້​ແລະ​ຕັດສິນ​ຄວາມ​ຕັ້ງໃຈ​ຂອງເຈົ້າ. ພຣະອົງ​ເຝົ້າເບິ່ງ​ເຈົ້າ​ຢູ່ ພຣະອົງ​ຮູ້ຈັກ​ທຸກຢ່າງ​ດີ ແລະ​ພຣະອົງ​ຈະ​ຕອບແທນ​ຕາມ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.


ການ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແມ່ນ​ການ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ເຮົາ​ຊັງ​ຄວາມ​ຫຍາບຊ້າ​ແລະ​ການ​ອວດດີ ທາງ​ຊົ່ວຮ້າຍ​ອັບປີ​ແລະ​ຄຳເວົ້າ​ຕົວະ.


ທາງ​ຂອງ​ຄົນ​ຊອບທຳ​ກໍ​ຮາບພຽງ​ດີ ພຣະອົງ​ຊົງ​ສັດຊື່​ກໍຊົງ​ກະທຳ​ໃຫ້​ທາງ​ແຫ່ງ​ຄວາມ​ຊອບທຳ​ຮາບກ້ຽງ.


ເຈົ້າ​ຄິດ​ວ່າ​ເຈົ້າ​ເວົ້າ​ໝິ່ນປະໝາດ​ຜູ້ໃດ? ແລະ​ໄດ້​ປ້ອຍດ່າ​ຜູ້ໃດ? ເຈົ້າ​ໄດ້​ຂື້ນສຽງ​ຕໍ່ສູ້​ຜູ້ໃດ? ແລະ​ແຫງນ​ຕາ​ທີ່​ໂອ້ອວດ​ຂອງເຈົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.


ເຮົາ​ຄື​ພຣະເຈົ້າຢາເວ​ຄົ້ນເບິ່ງ​ແນວຄິດ​ຂອງ​ຄົນ ແລະ​ທົດສອບ​ເບິ່ງ​ໃຈ​ມະນຸດ​ທັງຫລາຍ​ດ້ວຍ. ເຮົາ​ເຮັດ​ຕໍ່​ແຕ່ລະຄົນ​ຕາມ​ວິທີ​ທີ່​ພວກເຂົາ​ໃຊ້​ຊີວິດ ຄື​ຕາມ​ສິ່ງ​ທີ່​ພວກເຂົາ​ປະພຶດ​ແລະ​ກະທຳ.”


ເຮົາ​ໄດ້ຍິນ​ຄຳເວົ້າ​ໂອ້ອວດ​ອັນ​ປ່າເຖື່ອນ​ທີ່​ເຈົ້າ​ໄດ້​ກ່າວ​ຕໍ່ສູ້​ເຮົາ.


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


ນໍ້າໜັກ​ຄື​ພຣະເຈົ້າ​ຊັ່ງ​ທ່ານ​ດ້ວຍ​ຊິງ ແລະ​ເຫັນ​ວ່າ​ເບົາ​ໂພດ;


ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ໄດ້​ເວົ້າ​ໃສ່​ຮ້າຍ​ເຮົາ ແຕ່​ພວກເຈົ້າ​ຊໍ້າ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ເວົ້າ​ໃສ່​ຮ້າຍ​ຫຍັງ​ແດ່​ແກ່​ພຣະອົງ?’


ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ຣິດເດດ ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ ແທງ​ຊອດ​ເຖິງ​ຈິດໃຈ​ແລະ​ວິນຍານ ຕະຫລອດ​ທັງ​ຄໍ່​ກະດູກ​ແລະ​ໄຂ​ໃນ​ກະດູກ​ເຊື່ອມ​ຕິດຕໍ່​ກັນ ຈຶ່ງ​ສັງເກດ​ຮູ້​ຄວາມ​ຄິດ​ແລະ​ຄວາມ​ມຸ່ງໝາຍ​ໃນ​ໃຈ​ໄດ້.


“ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະອົງ​ຮູ້​ວ່າ​ເຫດ​ໃດ​ພວກຂ້ອຍ​ຈຶ່ງ​ໄດ້​ກະທຳ​ເຊັ່ນນີ້ ແລະ​ພວກຂ້ອຍ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ໄດ້​ຮູ້​ເຊັ່ນດຽວ​ກັນ. ຖ້າ​ພວກຂ້ອຍ​ໄດ້​ກະບົດ ແລະ​ບໍ່ໄດ້​ສືບຕໍ່​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ຢ່າ​ໃຫ້​ພວກຂ້ອຍ​ມີ​ຊີວິດ​ຢູ່​ຕໍ່ໄປ


ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.


ແລ້ວ​ເຊບູນ​ກໍ​ເວົ້າ​ຕໍ່​ລາວ​ວ່າ, “ຄຳ​ເວົ້າ​ຂີ້ຄູຍ​ຂອງ​ເຈົ້າ​ນັ້ນ​ໄປ​ໃສ​ໝົດ? ເຈົ້າ​ເອງ​ເປັນ​ຄົນ​ຖາມ​ວ່າ, ‘ເປັນຫຍັງ​ພວກເຮົາ​ຈຶ່ງ​ຮັບໃຊ້​ອາບີເມເຫຼັກ.’ ຄົນ​ເຫຼົ່ານັ້ນ​ແມ່ນ​ພວກ​ທີ່​ເຈົ້າ​ເວົ້າ​ເຍາະເຍີ້ຍ​ສຽດສີ​ນັ້ນ​ແຫຼະ. ບັດນີ້ ເຈົ້າ​ອອກ​ໄປ​ສູ້ຮົບ​ພວກເຂົາ​ແມ.”


ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, “ຢ່າ​ໄດ້​ສົນໃຈ​ນຳ​ຄວາມສູງ ແລະ​ຄວາມງາມ​ຂອງ​ລາວ​ເລີຍ. ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ເບິ່ງ​ຂອງ​ພຣະເຈົ້າຢາເວ​ບໍ່​ຄື​ການ​ເບິ່ງ​ຂອງ​ມະນຸດ. ມະນຸດ​ເບິ່ງ​ພາຍນອກ​ແຕ່​ພຣະເຈົ້າຢາເວ​ເບິ່ງ​ພາຍໃນ​ຈິດໃຈ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka