Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 2:26 - ພຣະຄຳພີສັກສິ

26 ເດັກຊາຍ​ຊາມູເອນ​ສືບຕໍ່​ເຕີບ​ໃຫຍ່​ຂຶ້ນ ທັງ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າຢາເວ​ແລະ​ມະນຸດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 2:26
11 Jak'a apnaqawi uñst'ayäwi  

ໂປຕີຟາ​ພໍໃຈ​ກັບ​ວຽກງານ​ທີ່​ໂຢເຊັບ​ໄດ້​ເຮັດ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຄົນ​ຮັບໃຊ້​ປະຈຳ​ຕົນ; ສະນັ້ນ ເພິ່ນ​ຈຶ່ງ​ມອບ​ທຸກໆ​ສິ່ງ​ທີ່​ເພິ່ນ​ມີ ໃຫ້​ໂຢເຊັບ​ເປັນ​ຜູ້​ເບິ່ງແຍງ​ແລະ​ຮັບຜິດຊອບ​ແທນ​ຕົນ.


ຢ່າ​ປະຖິ້ມ​ຈັກເທື່ອ​ຄວາມ​ຈົງຮັກ​ພັກດີ ແລະ​ຄວາມສັດຊື່ ຈົ່ງ​ເອົາ​ສິ່ງ​ເຫຼົ່ານັ້ນ​ຄ້ອງ​ຄໍ​ເຈົ້າ​ໄວ້ ຈົ່ງ​ຂຽນ​ຈົດຈຳ​ໄວ້​ຢູ່​ໃນ​ຫົວໃຈ​ຂອງເຈົ້າ.


ຖ້າ​ເຈົ້າ​ເຮັດ​ເຊັ່ນນີ້ ທັງ​ພຣະເຈົ້າ​ແລະ​ມະນຸດ​ກໍ​ຈະ​ພໍໃຈ​ນຳ.


ຝ່າຍ​ລູກ​ນ້ອຍ​ນັ້ນ​ກໍ​ໃຫຍ່​ຂຶ້ນ ແລະ​ຈິດ​ວິນຍານ​ກໍ​ມີ​ກຳລັງ​ທະວີ​ຂຶ້ນ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈົນເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ພວກ​ອິດສະຣາເອນ.


ຝ່າຍ​ພຣະ​ກຸມມານ​ນັ້ນ ກໍ​ໃຫຍ່​ຂຶ້ນ​ແລະ​ແຂງແຮງ​ດີ ເຕັມ​ໄປ​ດ້ວຍ​ສະຕິປັນຍາ ແລະ​ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ນຳ​ພຣະອົງ.


ພຣະເຢຊູເຈົ້າ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ ໃນ​ດ້ານ​ສະຕິປັນຍາ ແລະ​ໃນ​ດ້ານ​ຮ່າງກາຍ ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະເຈົ້າ​ແລະ​ຕໍ່​ມະນຸດ​ດ້ວຍ.


ທັງ​ສັນລະເສີນ​ພຣະເຈົ້າ ແລະ​ຄົນ​ທັງປວງ​ຕ່າງ​ກໍ​ພໍໃຈ​ນຳ​ບັນດາ​ຄົນ​ທີ່​ເຊື່ອ​ນັ້ນ ຝ່າຍ​ອົງ​ພຣະຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ມີ​ຄົນ​ທີ່​ເຊື່ອ ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.


ເມື່ອ​ຜູ້ໃດ​ບົວລະບັດ​ຮັບໃຊ້​ພຣະຄຣິດ​ໃນ​ທຳນອງນີ້ ກໍ​ເຮັດ​ໃຫ້​ພຣະເຈົ້າ​ຊົງ​ພໍພຣະໄທ ແລະ​ເຮັດ​ໃຫ້​ມະນຸດ​ເຫັນ​ດີ​ດ້ວຍ.


ແລ້ວ​ຍິງ​ຄົນ​ນີ້​ກໍໄດ້​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ນາງ​ໃສ່​ຊື່​ໃຫ້​ເດັກ​ນັ້ນ​ວ່າ ແຊມຊັນ. ລູກຊາຍ​ຄົນ​ນີ້​ໄດ້​ໃຫຍ່​ເຕີບໂຕ​ຂຶ້ນ​ມາ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ລາວ.


ພຣະເຈົ້າຢາເວ​ໄດ້​ອວຍພອນ​ນາງ​ຮັນນາ ແລະ​ນາງ​ໄດ້​ມີ​ລູກຊາຍ​ຕື່ມ​ອີກ​ສາມ​ຄົນ​ແລະ​ລູກສາວ​ສອງ​ຄົນ. ສ່ວນ​ເດັກຊາຍ​ຊາມູເອນ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ​ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.


ໃນ​ຂະນະທີ່​ຊາມູເອນ​ເຕີບໃຫຍ່​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ລາວ ທັງ​ເຮັດ​ໃຫ້​ທຸກສິ່ງ​ທີ່​ຊາມູເອນ​ເວົ້າ​ນັ້ນ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka