1 ຊາມູເອນ 2:25 - ພຣະຄຳພີສັກສິ25 ຖ້າຜູ້ໃດຜູ້ໜຶ່ງເຮັດຜິດຕໍ່ຜູ້ອື່ນ ພຣະເຈົ້າປ້ອງກັນລາວໄວ້ໄດ້, ແຕ່ຜູ້ໃດຈະປ້ອງກັນຜູ້ໜຶ່ງທີ່ເຮັດຜິດຕໍ່ພຣະເຈົ້າຢາເວໄດ້?” ແຕ່ພວກເຂົາບໍ່ຟັງຄວາມພໍ່ຂອງພວກເຂົາ ເພາະພຣະເຈົ້າຢາເວໄດ້ຕັດສິນໃຈໄວ້ແລ້ວວ່າພຣະອົງຈະຂ້າພວກເຂົາ. Uka jalj uñjjattʼäta |
ອາມາຊີຢາເວົ້າຕັດບົດວ່າ, “ເຮົາແຕ່ງຕັ້ງເຈົ້າໃຫ້ເປັນທີ່ປຶກສາຂອງກະສັດເມື່ອໃດ? ຈົ່ງຢຸດເວົ້າແມ ຫລືຈະໃຫ້ເຮົາຂ້າເຈົ້າເສຍ.” ແຕ່ຜູ້ທຳນວາຍເວົ້າສວນຂຶ້ນ ແລະບອກເພິ່ນວ່າ, “ບັດນີ້ ຂ້ານ້ອຍຮູ້ວ່າພຣະເຈົ້າໄດ້ຕັດສິນໃຈທຳລາຍທ່ານແລ້ວ ເພາະທ່ານໄດ້ເຮັດສິ່ງທັງໝົດນີ້ ແລະຍັງບໍ່ຍອມຟັງຄຳຕັກເຕືອນຂອງຂ້ານ້ອຍ.”
ຢ່າໄດ້ເຂົ້າຂ້າງອອກຂາ ຈົ່ງຕັດສິນແຕ່ລະຄົນດ້ວຍຫລັກເກນຢ່າງດຽວກັນ ບໍ່ວ່າຄົນນັ້ນຈະເປັນໃຜກໍຕາມ. ຢ່າຢ້ານຜູ້ໃດຜູ້ໜຶ່ງເລີຍ ເພາະການຕັດສິນທີ່ພວກເຈົ້າເຮັດລົງໄປນັ້ນແມ່ນມາຈາກພຣະເຈົ້າ. ຖ້າພວກເຈົ້າມີຄະດີໃດໆ ທີ່ຍາກເກີນກວ່າຈະຕັດສິນໄດ້ ໃຫ້ນຳຄະດີນັ້ນມາແຈ້ງຕໍ່ຂ້າພະເຈົ້າ ແລະຂ້າພະເຈົ້າຈະຕັດສິນເອງ.’