24 ລູກເອີຍ ເຊົາເຮັດການນັ້ນສາເຖີດ ສິ່ງນີ້ເປັນບາບຮ້າຍແຮງ ຊຶ່ງປະຊາຊົນຂອງພຣະເຈົ້າຢາເວກຳລັງເວົ້າເຖິງຢູ່ສະເໝີ.
ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະນຳພາຊາວອິດສະຣາເອນເຮັດບາບດັ່ງທີ່ພໍ່ຂອງເພິ່ນໄດ້ເຮັດມາ.
ເຫດການເປັນເຊັ່ນນີ້ ເພາະກະສັດເຢໂຣໂບອາມເຮັດໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໂກດຮ້າຍໂດຍເຮັດບາບ ແລະນຳພາຊາວອິດສະຣາເອນເຮັດບາບ.
ແຕ່ເຢຮູບໍ່ໄດ້ເຊື່ອຟັງກົດບັນຍັດຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນດ້ວຍສຸດຈິດສຸດໃຈຂອງເພິ່ນ. ເພິ່ນໄດ້ເອົາແບບຢ່າງຂອງເຢໂຣໂບອາມຜູ້ທີ່ໄດ້ນຳພາຊາດອິດສະຣາເອນເຮັດບາບ.
ແລ້ວເພິ່ນກໍຖາມອາໂຣນວ່າ, “ປະຊາຊົນພວກນີ້ໄດ້ເຮັດຫຍັງໃຫ້ເຈົ້າ ເຈົ້າຈຶ່ງພາພວກເຂົາເຮັດບາບຢ່າງຫລວງຫຼາຍເຊັ່ນນີ້?”
ແຕ່ມາບັດນີ້ ບັນດາປະໂຣຫິດເອີຍ ພວກເຈົ້າໄດ້ຫັນໜ້າໜີຈາກທາງອັນຊອບທຳ. ຄຳສັ່ງສອນຂອງພວກເຈົ້າໄດ້ພາໃຫ້ຫລາຍຄົນເຮັດຜິດ. ພວກເຈົ້າໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ກັບພວກເຈົ້າ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫລະ.
ວິບັດແກ່ໂລກນີ້ ເພາະເຫດລໍ້ລວງມະນຸດໃຫ້ຕົກໃນບາບ ເຫດການນີ້ຈະເກີດຂຶ້ນສະເໝີ, ແຕ່ວິບັດແກ່ຄົນນັ້ນ ຜູ້ທີ່ເປັນຕົ້ນເຫດເຮັດໃຫ້ຕົກໃນບາບ.”
ດ້ວຍເຫດນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງເລືອກເອົາເຈັດຄົນໃນທ່າມກາງພວກເຈົ້າທີ່ມີຊື່ສຽງດີ ທີ່ເຕັມດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະສະຕິປັນຍາ ພວກເຮົາຈະຕັ້ງໃຫ້ພວກເຂົາຮັບຜິດຊອບດູແລໃນການງານນີ້.
ທັງເວລາທີ່ໄດ້ຮັບກຽດ ແລະທັງເວລາຖືກລົດກຽດ, ທັງເວລາຖືກໝິ່ນປະໝາດ ແລະເວລາຮັບຄຳຊົມເຊີຍ. ພວກເຮົາຖືກກ່າວຫາວ່າເປັນຄົນຫລອກລວງ, ແຕ່ຍັງເປັນຄົນສັດຊື່ຢູ່;
ອີກປະການໜຶ່ງຜູ້ນັ້ນຕ້ອງເປັນຜູ້ທີ່ຄົນພາຍນອກນັບຖື ເພື່ອວ່າລາວຈະບໍ່ຖືກອັບອາຍຂາຍໜ້າ ແລະຕົກເຂົ້າໃນບ້ວງແຮ້ວຂອງມານຮ້າຍນັ້ນ.
ເພາະວ່າ ພວກເຂົາມັກກ່າວຄຳອວດອ້າງອັນເປົ່າໆ ແລະໃຊ້ຄວາມປາຖະໜາຊົ່ວທາງກາຍ ຫລອກລວງຄົນທັງຫລາຍ ທີ່ກຳລັງໜີພົ້ນຈາກ ຜູ້ທີ່ດຳເນີນຊີວິດໃນການຫລົງຜິດ.
ສ່ວນເດເມທິໂອນັ້ນ ທຸກຄົນກໍເປັນພະຍານວ່າ ເພິ່ນເປັນຄົນດີ ແລະຄວາມຈິງເອງກໍເປັນພະຍານ ຝ່າຍເຮົາກໍເປັນພະຍານເໝືອນກັນ ແລະເຈົ້າຮູ້ແລ້ວວ່າ ຄຳພະຍານຂອງເຮົາກໍຈິງ.
ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າດັ່ງນີ້ ຄືເຈົ້າຍອມທົນຟັງຍິງທີ່ຊື່ວ່າເຢເຊເບນ ຜູ້ທີ່ອ້າງຕົນວ່າເປັນຜູ້ປະກາດພຣະທຳຂອງພຣະເຈົ້າ, ນາງສອນແລະນຳພາຜູ້ຮັບໃຊ້ຂອງເຮົາ ໃຫ້ປະພຶດຜິດສິນທຳທາງເພດ ແລະໃຫ້ກິນອາຫານທີ່ຖືກຖວາຍແກ່ຮູບເຄົາຣົບນັ້ນ.
ບາບຂອງພວກລູກຊາຍຂອງເອລີນີ້ໜັກທີ່ສຸດຕໍ່ສາຍຕາຂອງພຣະເຈົ້າຢາເວ ເພາະພວກເຂົາໝິ່ນປະໝາດເຄື່ອງບູຊາທີ່ໄດ້ຖືກນຳມາຖວາຍແກ່ພຣະເຈົ້າຢາເວ.
ບັດນີ້ ເອລີກໍເຖົ້າແກ່ຫລາຍແລ້ວ ເພິ່ນໄດ້ຍິນເລື່ອງຕ່າງໆທີ່ລູກຊາຍຂອງຕົນໄດ້ເຮັດຕໍ່ຊາວອິດສະຣາເອນ ລວມທັງເລື່ອງທີ່ພວກເຂົາເປັນຊູ້ກັບພວກຜູ້ຍິງ ທີ່ມາບົວລະບັດຮັບໃຊ້ຢູ່ຕໍ່ໜ້າຫໍເຕັນບ່ອນຊຸມນຸມນັ້ນດ້ວຍ.
ເພິ່ນເວົ້າຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດສິ່ງເຫຼົ່ານີ້? ທຸກໆຄົນບອກຂ້ອຍເຖິງພຶດຕິກຳອັນຊົ່ວຊ້າຂອງພວກເຈົ້າ.