Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 2:21 - ພຣະຄຳພີສັກສິ

21 ພຣະເຈົ້າຢາເວ​ໄດ້​ອວຍພອນ​ນາງ​ຮັນນາ ແລະ​ນາງ​ໄດ້​ມີ​ລູກຊາຍ​ຕື່ມ​ອີກ​ສາມ​ຄົນ​ແລະ​ລູກສາວ​ສອງ​ຄົນ. ສ່ວນ​ເດັກຊາຍ​ຊາມູເອນ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ​ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




1 ຊາມູເອນ 2:21
11 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້ມາ​ຢ້ຽມຢາມ​ນາງ​ຊາຣາ ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ກ່າວໄວ້, ແລະ​ພຣະເຈົ້າຢາເວ​ໄດ້​ກະທຳ​ແກ່​ນາງ​ຊາຣາ​ຕາມ​ທີ່​ຊົງ​ສັນຍາ​ໄວ້;


ເດັກນ້ອຍ​ຄື​ຂອງຂວັນ​ທີ່​ພຣະເຈົ້າຢາເວ​ໂຜດ​ປະທານ ພວກເຂົາ​ຄື​ພອນ​ອັນ​ແທ້ຈິງ.


ຖ້າ​ເຈົ້າ​ເຮັດ​ເຊັ່ນນີ້ ທັງ​ພຣະເຈົ້າ​ແລະ​ມະນຸດ​ກໍ​ຈະ​ພໍໃຈ​ນຳ.


“ຈົ່ງ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ ດ້ວຍວ່າ, ພຣະອົງ​ໄດ້​ຊົງ​ຢ້ຽມຢາມ ແລະ ໄດ້​ຊົງ​ໄຖ່​ເອົາ​ພົນລະເມືອງ​ ຂອງ​ພຣະອົງ


ຝ່າຍ​ລູກ​ນ້ອຍ​ນັ້ນ​ກໍ​ໃຫຍ່​ຂຶ້ນ ແລະ​ຈິດ​ວິນຍານ​ກໍ​ມີ​ກຳລັງ​ທະວີ​ຂຶ້ນ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈົນເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ພວກ​ອິດສະຣາເອນ.


ຝ່າຍ​ພຣະ​ກຸມມານ​ນັ້ນ ກໍ​ໃຫຍ່​ຂຶ້ນ​ແລະ​ແຂງແຮງ​ດີ ເຕັມ​ໄປ​ດ້ວຍ​ສະຕິປັນຍາ ແລະ​ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ນຳ​ພຣະອົງ.


ພຣະເຢຊູເຈົ້າ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ ໃນ​ດ້ານ​ສະຕິປັນຍາ ແລະ​ໃນ​ດ້ານ​ຮ່າງກາຍ ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະເຈົ້າ​ແລະ​ຕໍ່​ມະນຸດ​ດ້ວຍ.


ແລ້ວ​ຍິງ​ຄົນ​ນີ້​ກໍໄດ້​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ນາງ​ໃສ່​ຊື່​ໃຫ້​ເດັກ​ນັ້ນ​ວ່າ ແຊມຊັນ. ລູກຊາຍ​ຄົນ​ນີ້​ໄດ້​ໃຫຍ່​ເຕີບໂຕ​ຂຶ້ນ​ມາ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ລາວ.


ເດັກຊາຍ​ຊາມູເອນ​ສືບຕໍ່​ເຕີບ​ໃຫຍ່​ຂຶ້ນ ທັງ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າຢາເວ​ແລະ​ມະນຸດ.


ໃນ​ຂະນະທີ່​ຊາມູເອນ​ເຕີບໃຫຍ່​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ລາວ ທັງ​ເຮັດ​ໃຫ້​ທຸກສິ່ງ​ທີ່​ຊາມູເອນ​ເວົ້າ​ນັ້ນ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka