Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 2:2 - ພຣະຄຳພີສັກສິ

2 ບໍ່ມີ​ຜູ້ໃດ​ບໍຣິສຸດ​ດັ່ງ​ພຣະເຈົ້າຢາເວ ບໍ່ມີ​ພະ​ຄຸ້ມຄອງ​ອົງ​ໃດ​ເປັນ​ດັ່ງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ຊາມູເອນ 2:2
37 Jak'a apnaqawi uñst'ayäwi  

ພຣະເຈົ້າ​ຂອງ​ຂ້ານ້ອຍ​ຄຸ້ມຄອງ​ຮັກສາ ຈຶ່ງ​ພົບ​ຄວາມ​ປອດໄພ​ຢູ່​ໃນ​ພຣະອົງ​ໄດ້. ພຣະອົງ​ເປັນ​ດັ່ງ​ໂລ້​ປົກປ້ອງ​ຂ້ານ້ອຍ ທັງ​ປ້ອງກັນ​ໃຫ້​ປອດໄພ​ມາ​ຕະຫລອດ. ພຣະອົງ​ຄື​ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຊົງ​ປ້ອງກັນ​ຈາກ​ການ​ຮຸນແຮງ​ໄດ້.


ພຣະເຈົ້າຢາເວ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ຜູ້​ປ້ອງກັນ​ພວກເຮົາ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ເອີຍ ພຣະອົງ​ຍິ່ງໃຫຍ່​ແທ້! ບໍ່ມີ​ຜູ້ໃດ​ຄື​ພຣະອົງ; ພວກ​ຂ້ານ້ອຍ​ຮູ້​ຢູ່​ສະເໝີ​ວ່າ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.


ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໃນ​ສະຫວັນ​ເບື້ອງເທິງ ແລະ​ໃນ​ແຜ່ນດິນ​ໂລກ​ເບື້ອງລຸ່ມ ບໍ່ມີ​ພະ​ໃດ​ເໝືອນ​ພຣະອົງ ພຣະອົງ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ແລະ​ສະແດງ​ຄວາມຮັກ​ຂອງ​ພຣະອົງ​ຕໍ່​ພວກເຂົາ ເມື່ອ​ພວກເຂົາ​ດຳເນີນ​ຊີວິດ​ຢ່າງ​ເຊື່ອຟັງ​ພຣະອົງ​ດ້ວຍ​ໝົດຈິດ​ໝົດໃຈ.


ພຣະອົງ​ມາ​ປົດປ່ອຍ​ແລະ​ຕັ້ງ​ພັນທະສັນຍາ ອັນ​ຕະຫລອດໄປ​ໄວ້​ກັບ​ເຂົາເຈົ້າ. ພຣະນາມ​ຂອງ​ພຣະອົງ​ກໍ​ບໍຣິສຸດ ແລະ​ໜ້າຢຳເກງ.


ພຣະເຈົ້າຢາເວ​ເປັນ​ຫີນດານ​ຂອງ​ຂ້ານ້ອຍ ເປັນ​ປ້ອມ​ອັນ​ແໜ້ນໜາ​ຂອງ​ຂ້ານ້ອຍ​ດ້ວຍ. ພຣະເຈົ້າ​ເປັນ​ຫີນ​ສີລາ​ທັງ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍ​ພົບ​ຄວາມ​ປອດໄພ​ໃນ​ພຣະອົງ ດັ່ງ​ໂລ້​ຕ້ານທານ​ນັ້ນ​ພຣະອົງ​ປົກປ້ອງ​ຂ້ານ້ອຍ ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້.


ພຣະເຈົ້າຢາເວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ເທົ່ານັ້ນ​ທີ່​ປ້ອງກັນ​ພວກເຮົາ​ໄດ້.


ຂ້າແດ່​ພຣະເຈົ້າ ຄວາມ​ຊອບທຳ​ຂອງ​ພຣະອົງ​ກໍ​ສູງສົ່ງ​ຫລາຍ ສູງສຸດ​ຈົນ​ຈຸ​ຟ້າ​ສະຫວັນ ພຣະອົງ​ໄດ້​ກະທຳ​ສິ່ງ​ທີ່​ຍິ່ງໃຫຍ່​ຫລາຍ​ປະການ ຊຶ່ງ​ບໍ່ມີ​ຜູ້ໃດ​ເລີຍ​ເປັນ​ເໝືອນ​ພຣະອົງ.


ໂຜດ​ເປັນ​ບ່ອນ​ລີ້​ອັນ​ປອດໄພ​ສຳລັບ​ຂ້ານ້ອຍ ແລະ​ໂຜດ​ເປັນ​ປ້ອມ ອັນ​ໝັ້ນຄົງ ເພື່ອ​ຄຸ້ມຄອງ​ຂ້ານ້ອຍ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ ແລະ​ທີ່​ປ້ອງກັນ​ຂອງ​ຂ້ານ້ອຍ.


ນອກຈາກ​ພຣະອົງ​ແລ້ວ ຂ້ານ້ອຍ​ມີ​ໃຜ​ແດ່​ໃນ​ສະຫວັນ? ເມື່ອ​ມີ​ພຣະອົງ​ຂ້ານ້ອຍ​ຕ້ອງການ​ຢາກ​ໄດ້​ຫຍັງ​ອີກ​ແດ່​ໃນ​ໂລກນີ້?


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ບໍ່ມີ​ພະ​ໃດ​ທີ່​ເປັນ​ດັ່ງ​ພຣະອົງ ບໍ່ມີ​ຜູ້ໃດ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ເຮັດ​ນັ້ນ​ໄດ້.


ໃນ​ສະຫວັນ​ບໍ່ມີ​ຜູ້ໃດ​ເໝືອນ​ພຣະເຈົ້າຢາເວ ບໍ່ມີ​ຊາວ​ສະຫວັນ​ຄົນໃດ​ຈະ​ເທົ່າທຽມ​ພຣະເຈົ້າຢາເວ​ໄດ້.


ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ບໍ່ມີ​ຜູ້ໃດ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ດັ່ງ​ພຣະອົງ​ໄດ້. ພຣະເຈົ້າຢາເວ​ເອີຍ ພຣະອົງ​ຊົງ​ສັດຊື່ ໃນ​ສັບພະທຸກສິ່ງ.


ທຸກຄົນ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ຍິ່ງໃຫຍ່​ແລະ​ສູງສົ່ງ ຊຶ່ງ​ເປັນ​ທີ່​ຄວນ​ຢ້ານຢຳ​ແລະ​ບໍຣິສຸດ​ດ້ວຍ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ອົງ​ບໍຣິສຸດ​ຕໍ່ໜ້າ​ພຣະ​ບັນລັງ​ເຖີດ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ທີ່​ເນີນພູ​ສັກສິດ​ຂອງ​ພຣະອົງ. ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເປັນ​ອົງ​ບໍຣິສຸດ.


ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?


ພຣະເຈົ້າ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ? ທ່ານ​ພັນລະນາ​ໄດ້​ບໍ​ວ່າ​ພຣະອົງ​ເປັນ​ອັນໃດ​ແທ້?


ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.


ພວກເຈົ້າ​ຢ່າ​ສູ່ຢ້ານ ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຮູ້​ແຕ່​ດຶກດຳບັນ​ຈົນເຖິງ​ປັດຈຸບັນ​ນີ້ ເຮົາ​ໄດ້​ບອກ​ລ່ວງໜ້າ​ເຖິງ​ທຸກສິ່ງ​ທີ່​ຈະ​ເກີດ​ມາ ພວກເຈົ້າ​ກໍ​ເປັນ​ພະຍານ​ຫຼັກຖານ​ໃຫ້​ເຮົາ​ໄດ້. ນອກຈາກ​ເຮົາ​ແລ້ວ ມີ​ພຣະເຈົ້າ​ອົງ​ໃດ​ແດ່? ຊຶ່ງ​ມີ​ຣິດອຳນາດ​ທີ່​ເຮົາ​ໄດ້ຍິນ​ມາ?”


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ເສຣາຟິມ​ເຫຼົ່ານີ້​ເອີ້ນ​ໃສ່​ກັນແລະກັນ​ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ບໍຣິສຸດ ພຣະ​ສະຫງ່າຣາສີ​ກໍ​ແຜ່​ກະຈາຍ​ໄປ​ທົ່ວໂລກ.”


ຂ້າແດ່​ພຣະເຈົ້າຢາເວ ບໍ່ມີ​ພຣະເຈົ້າ​ອື່ນໃດ​ແລ້ວ​ຄື​ພຣະອົງ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ພຣະນາມ​ຂອງ​ພຣະອົງ​ກໍ​ຊົງ​ມີ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່.


ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຕ້ອງ​ບໍຣິສຸດ ເພາະ​ເຮົາ​ບໍຣິສຸດ. ຢ່າ​ເຮັດ​ໃຫ້​ພວກເຈົ້າ​ເປັນມົນທິນ​ຍ້ອນ​ສັດ​ທີ່​ເລືອຄານ​ເທິງ​ໜ້າດິນ.


ເຮົາ​ແມ່ນ​ພຣະເຈົ້າຢາເວ​ພຣະເຈົ້າ​ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ວ່າ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຕ້ອງ​ບໍຣິສຸດ ເພາະ​ເຮົາ​ບໍຣິສຸດ.


ໃຫ້​ບອກ​ຊຸມຊົນ​ອິດສະຣາເອນ​ວ່າ, “ຈົ່ງ​ບໍຣິສຸດ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເປັນ​ບໍຣິສຸດ.


ທຸກສິ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ກໍ​ມີ​ໄວ້​ເພື່ອ​ສັ່ງສອນ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຄວາມຫວັງ​ດ້ວຍ​ຄວາມ​ອົດທົນ ແລະ​ມີ​ຄວາມ​ຊູໃຈ ດ້ວຍ​ພຣະຄຳພີ​ທີ່​ໄດ້​ກ່າວ​ໄວ້​ນັ້ນ.


ບຸກຄົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ ບໍ່ໄດ້​ຊົງ​ຖື​ໂທດ ກໍ​ເປັນ​ສຸກ.”


‘ໂອ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ໄດ້​ສຳແດງ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ພຽງແຕ່ ເບື້ອງ​ຕົ້ນ​ຂອງ​ເຫດການ​ອັນ​ຍິ່ງໃຫຍ່​ແລະ​ອັດສະຈັນ​ຂອງ​ພຣະອົງ. ບໍ່ມີ​ພະ​ໃດໆ​ໃນ​ສະຫວັນ​ຫລື​ເທິງ​ແຜ່ນດິນ​ໂລກ ທີ່​ເຮັດ​ສິ່ງ​ອັດສະຈັນ​ເໝືອນ​ດັ່ງ​ພຣະອົງ​ໄດ້​ເຮັດ​ນັ້ນ


ພຣະອົງ​ກ່າວ​ວ່າ, ‘ເຮົາ​ຈະ​ບໍ່​ຊ່ວຍ​ພວກເຂົາ​ຕໍ່ໄປ​ອີກ’ ‘ແລ້ວ​ເຮົາ​ກໍ​ຈະ​ເບິ່ງ​ວ່າ​ສິ່ງໃດ​ເກີດຂຶ້ນ​ກັບ​ເຂົາເຈົ້າ ຄື​ຄົນ​ທີ່​ດື້ດ້ານ​ສອນຍາກ​ແລະ​ຫົວແຂງ ທັງ​ບໍ່​ສັດຊື່​ແລະ​ບໍ່​ໝັ້ນຄົງ​ດ້ວຍ.


ເຮົາ​ແລະ​ເຮົາ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ​ແທ້​ໃດ ນອກຈາກ​ເຮົາ​ນີ້​ໄປ​ບໍ່ມີ​ພະອື່ນ​ໃດ​ອີກ​ແລ້ວ; ມີ​ຜູ້ໃດ​ແດ່​ກ້າ​ຕໍ່ຕ້ານ​ແຜນການ​ຂອງເຮົາ ເຮົາ​ຂ້າ​ແລະ​ໃຫ້​ຊີວິດ ເຮັດ​ໃຫ້​ບາດເຈັບ​ແລະ​ປິ່ນປົວ​ດ້ວຍ.


ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.


ການ​ສຳແດງ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ພິສູດ​ໃຫ້​ພວກເຈົ້າ​ຮູ້​ວ່າ ພຣະເຈົ້າຢາເວ​ທີ່​ເປັນ​ພຣະເຈົ້າ​ແລະ​ບໍ່ມີ​ພະ​ອື່ນ​ອີກ.


ສະນັ້ນ ໃນວັນນີ້ ຈົ່ງ​ຈົດຈຳ​ໄວ້​ແລະ​ຢ່າ​ລືມໄລ​ຈັກເທື່ອ​ວ່າ, ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ. ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.


ເພາະ​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ບໍຣິສຸດ ເພາະ​ຝ່າຍ​ເຮົາ​ບໍຣິສຸດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka