19 ທຸກໆປີໃດ ແມ່ຂອງຊາມູເອນຕ້ອງຫຍິບເສື້ອລ່າມນ້ອຍໂຕໜຶ່ງມາໃຫ້ລາວ; ໃນເວລາທີ່ນາງແລະຜົວໄປຖວາຍເຄື່ອງບູຊາປະຈຳປີ.
ຈົ່ງສະຫລອງເທດສະການສາມຄັ້ງຕໍ່ປີ ເພື່ອຍົກຍໍໃຫ້ກຽດເຮົາ.
“ເສື້ອຄຸມຍາວບໍ່ມີແຂນທີ່ຢູ່ລຸ່ມເສື້ອຄຸມສັ້ນເອໂຟດນັ້ນ ຈົ່ງໃຫ້ເຮັດດ້ວຍຜ້າຂົນແກະສີຟ້າໝົດທັງໂຕ.
ຕໍ່ມາ ເອນການາແລະຄອບຄົວໄດ້ຂຶ້ນໄປທີ່ເມືອງຊີໂລອີກ ເພື່ອຖວາຍເຄື່ອງບູຊາປະຈຳປີ ແລະເຄື່ອງບູຊາພິເສດແກ່ພຣະເຈົ້າຢາເວຕາມທີ່ໄດ້ສາບານໄວ້.
ທຸກໆປີໃດ ເອນການາໄດ້ອອກຈາກເມືອງຣາມາ ໄປນະມັດສະການ ແລະຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ທີ່ເມືອງຊີໂລ. ພວກທີ່ເປັນປະໂຣຫິດຂອງພຣະເຈົ້າຢາເວໃນເມືອງນີ້ແມ່ນໂຮຟະນີແລະຟີເນຮາ ລູກຊາຍສອງຄົນຂອງເອລີ.