Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 2:18 - ພຣະຄຳພີສັກສິ

18 ໃນຂະນະ​ດຽວກັນ​ນັ້ນ ເດັກຊາຍ​ຊາມູເອນ​ກໍ​ສືບຕໍ່​ບົວລະບັດ​ຮັບໃຊ້​ຕໍ່ໜ້າ​ພຣະເຈົ້າຢາເວ ໂດຍ​ນຸ່ງ​ເສື້ອຄຸມ​ຜ້າປ່ານ​ເອໂຟດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 2:18
9 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ນຸ່ງ​ແຕ່​ເສື້ອປ່ານ​ໂດຍ​ມີ​ຜ້າ​ມັດ​ແອວ ຟ້ອນ​ຖວາຍ​ກຽດ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢ່າງ​ສຸດຈິດ​ສຸດໃຈ.


ກະສັດ​ດາວິດ​ໄດ້​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ເຊັ່ນດຽວ​ກັບ​ເກນານີຢາ​ຫົວໜ້າ​ວົງດົນຕຼີ​ກັບ​ພວກ​ນັກດົນຕຼີ ທີ່​ຫາມ​ຫີບ​ພັນທະສັນຍາ. ກະສັດ​ດາວິດ​ຍັງ​ໄດ້​ນຸ່ງ​ເສື້ອຄຸມ​ສັ້ນ​ເອໂຟດ​ດ້ວຍ.


ຈົ່ງ​ບອກ​ພວກເຂົາ​ໃຫ້​ເຮັດ​ແຜ່ນ​ປົກເອິກ, ເສື້ອຄຸມ​ສັ້ນ​ເອໂຟດ, ເສື້ອຄຸມ​ຍາວ​ບໍ່ມີ​ແຂນ, ເສື້ອຄຸມ​ຍາວ​ມີ​ແຂນ, ໝວກ​ສຸບ ແລະ​ຜ້າ​ຮັດ​ແອວ. ພວກເຂົາ​ຕ້ອງ​ເຮັດ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ເຫຼົ່ານີ້​ໃຫ້​ອາໂຣນ​ອ້າຍ​ຂອງ​ເຈົ້າ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ເມື່ອ​ອາບ​ແລ້ວໆ ເພິ່ນ​ໄດ້​ເອົາ​ເສື້ອຊ້ອນ​ໃນ​ແລະ​ເສື້ອຄຸມ ໃສ່​ໃຫ້​ອາໂຣນ​ແລະ​ເອົາ​ຜ້າ​ຮັດ​ແອວ​ລາວ. ເພິ່ນ​ໄດ້​ສຸບ​ເສື້ອຄຸມ​ສັ້ນ​ເອໂຟດ ໃສ່​ໃຫ້ ແລ້ວ​ກໍ​ເອົາ​ສາຍແອວ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ​ຮັດ​ໃຫ້​ຕື່ມ.


ສ່ວນ​ປະໂຣຫິດ​ຜູ້​ທີ່​ຖື​ເອໂຟດ​ແມ່ນ​ອາຮີຢາ ລູກຊາຍ​ຂອງ​ອາຮີຕຸບ ແລະ​ຫລານຊາຍ​ຂອງ​ອີຄາບົດ; ອີຄາບົດ​ເປັນ​ລູກຊາຍ​ຂອງ​ຟີເນຮາ​ຜູ້​ເປັນ​ຫລານຊາຍ​ຂອງ​ເອລີ ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ. ບໍ່ມີ​ຜູ້ໃດ​ໃນ​ພວກ​ທະຫານ​ຮູ້​ວ່າ ໂຢນາທານ​ໄດ້​ອອກ​ໄປ​ຈາກ​ຄ້າຍ.


ແລ້ວ​ເອນການາ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງ​ຕົນ​ທີ່​ຣາມາ, ແຕ່​ເດັກຊາຍ​ຊາມູເອນ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ຊີໂລ ເພື່ອ​ຮັບໃຊ້​ພຣະເຈົ້າຢາເວ​ນຳ​ປະໂຣຫິດ​ເອລີ.


ຈາກ​ເຜົ່າ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ເຮົາ​ໄດ້​ເລືອກເອົາ​ຄອບຄົວ​ຂອງ​ລາວ​ໃຫ້​ເປັນ​ປະໂຣຫິດ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ທີ່​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ແລະ​ເພື່ອ​ຖື​ເອໂຟດ ມາ​ປຶກສາ​ຫາລື​ກັບ​ເຮົາ. ເຮົາ​ໃຫ້​ພວກເຂົາ​ມີ​ສິດ​ຮັບ​ເອົາ​ສ່ວນແບ່ງ​ຂອງ​ເຄື່ອງ​ບູຊາ ທີ່​ເຜົາ​ຢູ່​ເທິງ​ແທ່ນບູຊາ.


ສະນັ້ນ ກະສັດ​ໂຊນ​ຈຶ່ງ​ສັ່ງ​ໂດເອັກ​ວ່າ, “ເຈົ້າ​ຂ້າ​ພວກເຂົາ​ເສຍ.” ໂດເອັກ​ໄດ້​ຂ້າ​ພວກເຂົາ​ຖິ້ມ​ທັງໝົດ. ໃນ​ມື້ນັ້ນ ລາວ​ໄດ້​ຂ້າ​ປະໂຣຫິດ​ທີ່​ມີ​ຄຸນສົມບັດ​ຖື​ເອໂຟດ​ແປດສິບຫ້າ​ຄົນ.


ໃນ​ສະໄໝ​ນັ້ນ ເວລາ​ທີ່​ຊາມູເອນ​ກຳລັງ​ຮັບໃຊ້​ພຣະເຈົ້າຢາເວ​ພາຍໃຕ້​ການນຳພາ​ຂອງ​ເອລີ​ນັ້ນ ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ມີໜ້ອຍ​ຫຼາຍ ແລະ​ບໍ່​ຄ່ອຍ​ມີ​ນິມິດ​ຈາກ​ພຣະອົງ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka