17 ບາບຂອງພວກລູກຊາຍຂອງເອລີນີ້ໜັກທີ່ສຸດຕໍ່ສາຍຕາຂອງພຣະເຈົ້າຢາເວ ເພາະພວກເຂົາໝິ່ນປະໝາດເຄື່ອງບູຊາທີ່ໄດ້ຖືກນຳມາຖວາຍແກ່ພຣະເຈົ້າຢາເວ.
ດ້ວຍກຳລັງຄວາມກ້າຫານທີ່ມາຈາກພຣະເຈົ້າຢາເວ ລາວຈຶ່ງເປັນນາຍພານຜູ້ຍິ່ງໃຫຍ່. ສະນັ້ນ ຄົນຈຶ່ງມັກອວຍພອນກັນແລະກັນວ່າ, “ຂໍພຣະເຈົ້າຢາເວບັນດານໃຫ້ເຈົ້າເປັນນາຍພານຜູ້ຍິ່ງໃຫຍ່ເໝືອນດັ່ງນິມໂຣດ.”
ຊຶ່ງປະຊາຊົນໃນເມືອງນີ້ຊົ່ວຊ້າ ແລະເຮັດຜິດບາບຕໍ່ສູ້ພຣະເຈົ້າຢາເວ.
ແຕ່ພວກອື່ນໆທຸກຄົນໄດ້ເຮັດຊົ່ວໃນສາຍຕາຂອງພຣະເຈົ້າ ແລະການຂ້າຟັນລັນແທງກັນກໍແຜ່ລາມໄປທົ່ວທຸກທີ່ທຸກບ່ອນ.
ເພິ່ນໄດ້ຖວາຍລູກຊາຍຂອງຕົນໃຫ້ເປັນເຄື່ອງຖວາຍບູຊາ. ເພິ່ນທຳພິທີຖາມສິ່ງສັກສິດ ແລະຝຶກເວດມົນກະຖາ ແລະປຶກສາ ພວກໝໍດູແລະໝໍຜີ. ເພິ່ນໄດ້ເຮັດບາບຢ່າງໃຫຍ່ຫລວງຕໍ່ສູ້ພຣະເຈົ້າຢາເວ ແລະເຮັດໃຫ້ພຣະອົງໂກດຮ້າຍ.
ຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງແຕ່ຜູ້ດຽວ ຄືເຮັດໃນສິ່ງທີ່ພຣະອົງຖືວ່າເປັນການຊົ່ວຮ້າຍ. ການທີ່ພຣະອົງຕັດສິນຂ້ານ້ອຍນັ້ນກໍຖືກຕ້ອງແລ້ວ. ພຣະອົງຊົງຍຸດຕິທຳເມື່ອລົງໂທດຂ້ານ້ອຍນັ້ນ.
ຖືກຕ້ອງ ຄວາມຫຼົ້ມຈົມເປັນຂອງນະຄອນເຢຣູຊາເລັມສາແລ້ວ ຢູດາຍກໍກຳລັງຫຼົ້ມຈົມດ້ວຍ ພວກເຂົາເວົ້າແລະເຮັດທຸກຢ່າງຕໍ່ສູ້ພຣະເຈົ້າຢາເວ; ພວກເຂົາດູຖູກໝິ່ນປະໝາດພຣະອົງຢ່າງເປີດເຜີຍ.
ມີອີກສິ່ງໜຶ່ງທີ່ພວກເຈົ້າຍັງເຮັດຢູ່. ພວກເຈົ້າຮ້ອງໄຫ້ແລະຄວນຄາງໃສ່ແທ່ນບູຊາຂອງພຣະເຈົ້າຢາເວ ຍ້ອນພຣະອົງບໍ່ຮັບເຄື່ອງຖວາຍບູຊາ ຊຶ່ງພວກເຈົ້ານຳມານັ້ນອີກຕໍ່ໄປ.
ວິບັດແກ່ໂລກນີ້ ເພາະເຫດລໍ້ລວງມະນຸດໃຫ້ຕົກໃນບາບ ເຫດການນີ້ຈະເກີດຂຶ້ນສະເໝີ, ແຕ່ວິບັດແກ່ຄົນນັ້ນ ຜູ້ທີ່ເປັນຕົ້ນເຫດເຮັດໃຫ້ຕົກໃນບາບ.”
ຖ້າຊາຍຄົນນັ້ນຕອບວ່າ, “ຂໍໃຫ້ເອົາໄຂມັນນີ້ໄປເຜົາເສຍກ່ອນ ຈຶ່ງເອົາຕາມທີ່ເຈົ້າຕ້ອງການ.” ຄົນຮັບໃຊ້ຂອງປະໂຣຫິດຈະເວົ້າວ່າ, “ບໍ່ໄດ້ ຕ້ອງເອົາໃຫ້ຂ້ອຍດຽວນີ້ໂລດ; ຖ້າເຈົ້າບໍ່ຍອມໃຫ້ໂດຍດີ ຂ້ອຍຈະຕ້ອງໃຊ້ກຳລັງ.”
ເຮົາໄດ້ບອກລາວແລ້ວວ່າ ເຮົາຈະລົງໂທດຄອບຄົວຂອງລາວຕະຫລອດໄປ ເພາະພວກລູກຊາຍຂອງລາວໄດ້ກ່າວຄຳຊົ່ວຊ້າຕໍ່ສູ້ເຮົາ. ສ່ວນເອລີເອງກໍຮູ້ຈັກວ່າພວກເຂົາເວົ້າດັ່ງນັ້ນ ແຕ່ລາວບໍ່ໄດ້ຫ້າມພວກເຂົາ.