Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 2:15 - ພຣະຄຳພີສັກສິ

15 ຍິ່ງ​ໄປ​ກວ່າ​ນີ້​ອີກ ກ່ອນ​ທີ່​ຈະ​ເອົາ​ໄຂມັນ​ໄປ​ເຜົາ ຄົນ​ຮັບໃຊ້​ຂອງ​ປະໂຣຫິດ​ຈະ​ຕ້ອງ​ມາ​ເວົ້າ​ຕໍ່​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ນັ້ນ​ວ່າ, “ຂໍ​ເອົາ​ຊີ້ນ​ຕ່ອນ​ໜຶ່ງ​ໄປ​ໃຫ້​ປະໂຣຫິດ​ປິ້ງ​ກິນ​ແດ່ ເພາະ​ເພິ່ນ​ບໍ່​ຮັບ​ເອົາ​ຊີ້ນ​ຕົ້ມ ເພິ່ນ​ຢາກ​ໄດ້​ແຕ່​ຊີ້ນ​ດິບ​ເທົ່ານັ້ນ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 2:15
8 Jak'a apnaqawi uñst'ayäwi  

ຢ່າ​ກິນ​ດິບ​ຫລື​ຢ່າ​ຕົ້ມ​ກິນ ແຕ່​ໃຫ້​ປີ້ງ​ກິນ​ທັງໝົດ​ຄື: ທັງ​ຫົວ, ທັງ​ຂາ ແລະ​ເຄື່ອງໃນ​ໄສ້​ພຸງ.


ບັນດາ​ປະໂຣຫິດ​ຈະ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ​ເທິງ​ແທ່ນບູຊາ ເປັນ​ອາຫານ​ບູຊາ​ເຜົາ​ດ້ວຍ​ໄຟ​ທີ່​ເປັນ​ກິ່ນ​ຫອມຫວນ ໄຂມັນ​ທັງໝົດ​ເປັນ​ຂອງ​ພຣະເຈົ້າຢາເວ.


ດ້ວຍວ່າ, ຄົນ​ທີ່​ເຮັດ​ດັ່ງນັ້ນ ພວກເຂົາ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ອົງ​ພຣະຄຣິດເຈົ້າ​ຂອງ​ພວກເຮົາ, ແຕ່​ພວກເຂົາ​ເຫັນ​ແກ່​ປາກ​ແກ່​ທ້ອງ​ຂອງ​ຕົນເອງ, ພວກເຂົາ​ໄດ້​ລໍ້ລວງ​ຄົນ​ຊື່​ໃຫ້​ຫລົງ ດ້ວຍ​ຄຳ​ເວົ້າ​ອັນ​ອ່ອນຫວານ ແລະ​ຄຳ​ຫລອກລວງ.


ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ​ຄື​ຄວາມ​ຈິບຫາຍ ເພາະ​ພຣະ​ຂອງ​ພວກເຂົາ​ແມ່ນ​ທ້ອງ​ຂອງ​ພວກເຂົາ​ເອງ ພວກເຂົາ​ອວດອ້າງ​ໃນ​ສິ່ງ​ທີ່​ໜ້າອັບອາຍ ແລະ​ພວກເຂົາ​ສົນໃຈ​ນຳ​ແຕ່​ສິ່ງ​ຂອງ​ຝ່າຍ​ໂລກນີ້.


ຄວາມ​ປະພຶດ​ຂອງ​ພວກເຂົາ​ກໍ​ເປັນ​ເລື່ອງ​ອັບອາຍ ເມື່ອ​ຮ່ວມ​ພາເຂົ້າ​ສາມັກຄີ​ກັບ​ພວກເຈົ້າ ບ່ອນ​ທີ່​ພວກເຂົາ​ກິນລ້ຽງ​ມ່ວນຊື່ນ​ຢ່າງ​ເຖິງ​ໃຈ​ນຳ​ກັນ ໂດຍ​ບໍ່ມີ​ຄວາມ​ລະອາຍ. ພວກເຂົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ລ້ຽງ​ແຕ່​ຕົນເອງ ເປັນ​ດັ່ງ​ກ້ອນ​ເມກ​ທີ່​ບໍ່ມີ​ຝົນ ຊຶ່ງ​ໄຫລ​ໄປ​ຕາມ​ລົມ ເປັນ​ດັ່ງ​ຕົ້ນໄມ້​ທີ່​ບໍ່​ເກີດ​ໝາກ ແມ່ນແຕ່​ໃນ​ລະດູ​ໃບໄມ້ລົ່ນ ເປັນ​ດັ່ງ​ຕົ້ນໄມ້​ທີ່​ຕາຍໄປ​ສອງ​ເທື່ອ ແລະ​ຖືກ​ຖອນ​ອອກ​ທັງ​ຮາກ.


ລາວ​ໃຊ້​ເຫຼັກ​ນັ້ນ​ສັກ​ລົງ​ໄປ​ໃນ​ໝໍ້ ແລະ​ຖ້າ​ເຫຼັກ​ນັ້ນ​ສຽບ​ຖືກ​ຫຍັງ​ຂຶ້ນ​ມາ ສິ່ງນັ້ນ ຈະ​ຕ້ອງ​ເປັນ​ຂອງ​ປະໂຣຫິດ. ພວກເຂົາ​ເຮັດ​ຢ່າງນີ້​ກັບ​ຊາວ​ອິດສະຣາເອນ​ທຸກຄົນ ທີ່​ມາ​ຖວາຍ​ເຄື່ອງ​ບູຊາ​ທີ່​ເມືອງ​ຊີໂລ.


ຖ້າ​ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ຂໍ​ໃຫ້​ເອົາ​ໄຂມັນ​ນີ້​ໄປ​ເຜົາ​ເສຍ​ກ່ອນ ຈຶ່ງ​ເອົາ​ຕາມ​ທີ່​ເຈົ້າ​ຕ້ອງການ.” ຄົນ​ຮັບໃຊ້​ຂອງ​ປະໂຣຫິດ​ຈະ​ເວົ້າ​ວ່າ, “ບໍ່ໄດ້ ຕ້ອງ​ເອົາ​ໃຫ້​ຂ້ອຍ​ດຽວ​ນີ້​ໂລດ; ຖ້າ​ເຈົ້າ​ບໍ່​ຍອມ​ໃຫ້​ໂດຍ​ດີ ຂ້ອຍ​ຈະ​ຕ້ອງ​ໃຊ້​ກຳລັງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka