Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 2:14 - ພຣະຄຳພີສັກສິ

14 ລາວ​ໃຊ້​ເຫຼັກ​ນັ້ນ​ສັກ​ລົງ​ໄປ​ໃນ​ໝໍ້ ແລະ​ຖ້າ​ເຫຼັກ​ນັ້ນ​ສຽບ​ຖືກ​ຫຍັງ​ຂຶ້ນ​ມາ ສິ່ງນັ້ນ ຈະ​ຕ້ອງ​ເປັນ​ຂອງ​ປະໂຣຫິດ. ພວກເຂົາ​ເຮັດ​ຢ່າງນີ້​ກັບ​ຊາວ​ອິດສະຣາເອນ​ທຸກຄົນ ທີ່​ມາ​ຖວາຍ​ເຄື່ອງ​ບູຊາ​ທີ່​ເມືອງ​ຊີໂລ.

Uka jalj uñjjattʼäta Copia luraña




1 ຊາມູເອນ 2:14
9 Jak'a apnaqawi uñst'ayäwi  

ພວກເຂົາ​ເປັນ​ຄື​ໝາ​ທີ່​ກິນ​ແລ້ວ​ບໍ່​ຮູ້ຈັກ​ອີ່ມ. ພວກ​ຜູ້ນຳ​ເຫຼົ່ານີ້​ບໍ່ມີ​ຄວາມ​ເຂົ້າໃຈ. ພວກເຂົາ​ແຕ່ລະຄົນ​ເຮັດ​ໄປ​ຕາມ​ໃຈ​ບັນຊາ ແລະ​ຊອກຫາ​ຜົນປະໂຫຍດ​ສ່ວນຕົວ.


ຊີ້ນ​ໜ້າເອິກ​ແລະ​ຊີ້ນ​ຂາ​ຂວາ​ດ້ານຫລັງ​ຂອງ​ສັດ ທີ່​ປະຊາຊົນ​ອິດສະຣາເອນ​ນຳ​ມາ​ຖວາຍ​ເປັນ​ຂອງ​ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ.


ພວກເຈົ້າ​ກືນກິນ​ປະຊາຊົນ​ຂອງເຮົາ. ພວກເຈົ້າ​ລອກ​ໜັງ​ຂອງ​ພວກເຂົາ​ອອກ​ຫັກ​ກະດູກ​ຂອງ​ພວກເຂົາ ແລະ​ຕັດ​ເປັນ​ຕ່ອນໆ​ເໝືອນ​ຊີ້ນ​ຢູ່​ໃນ​ໝໍ້.


“ເຮົາ​ຢາກ​ໃຫ້​ມີ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ອັດ​ປະຕູ​ພຣະວິຫານ​ໄວ້ ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກເຈົ້າ​ເຂົ້າ​ໄປ​ໄຕ້​ໄຟ​ຢ່າງ​ບໍ່ມີ​ປະໂຫຍດ ທີ່​ເທິງ​ແທ່ນບູຊາ​ຂອງເຮົາ. ເຮົາ​ບໍ່​ພໍໃຈ​ນຳ​ພວກເຈົ້າ,” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ແລະ​ເຮົາ​ຈະ​ບໍ່​ຮັບ​ເຄື່ອງບູຊາ​ຂອງ​ພວກເຈົ້າ​ທີ່​ນຳ​ມາ​ຖວາຍ​ແກ່​ເຮົາ.


ຫລື​ບໍ່​ຫົວຊາ​ນຳ​ກົດລະບຽບ​ຂອງ​ພວກ​ປະໂຣຫິດ​ທີ່​ຄວນ​ປະຕິບັດ​ຕໍ່​ປະຊາຊົນ. ແຕ່​ພວກເຂົາ​ຊໍ້າ​ເຮັດ​ດັ່ງນີ້: ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ເຄື່ອງ​ບູຊາ ຄົນ​ຮັບໃຊ້​ຂອງ​ປະໂຣຫິດ​ຈະ​ຖື​ເຫຼັກ​ສາມງ່າມ​ມາ ໃນ​ຂະນະທີ່​ຍັງ​ຕົ້ມ​ຊີ້ນ​ຢູ່​ໃນ​ໝໍ້,


ຍິ່ງ​ໄປ​ກວ່າ​ນີ້​ອີກ ກ່ອນ​ທີ່​ຈະ​ເອົາ​ໄຂມັນ​ໄປ​ເຜົາ ຄົນ​ຮັບໃຊ້​ຂອງ​ປະໂຣຫິດ​ຈະ​ຕ້ອງ​ມາ​ເວົ້າ​ຕໍ່​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ນັ້ນ​ວ່າ, “ຂໍ​ເອົາ​ຊີ້ນ​ຕ່ອນ​ໜຶ່ງ​ໄປ​ໃຫ້​ປະໂຣຫິດ​ປິ້ງ​ກິນ​ແດ່ ເພາະ​ເພິ່ນ​ບໍ່​ຮັບ​ເອົາ​ຊີ້ນ​ຕົ້ມ ເພິ່ນ​ຢາກ​ໄດ້​ແຕ່​ຊີ້ນ​ດິບ​ເທົ່ານັ້ນ.”


ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ເບິ່ງ​ເຄື່ອງບູຊາ​ແລະ​ເຄື່ອງຖວາຍ ທີ່​ເຮົາ​ຮຽກຮ້ອງ​ເອົາ​ນຳ​ປະຊາຊົນ​ນັ້ນ​ດ້ວຍ​ໃຈ​ໂລບມາກ. ເອລີ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້ກຽດ​ພວກ​ລູກຊາຍ​ຂອງ​ເຈົ້າ​ຫລາຍກວ່າ​ເຮົາ? ໂດຍ​ປ່ອຍ​ໃຫ້​ພວກເຂົາ​ຕຸ້ຍພີ​ຂຶ້ນ ຍ້ອນ​ສ່ວນ​ດີທີ່ສຸດ​ຂອງ​ເຄື່ອງບູຊາ​ທັງໝົດ ຊຶ່ງ​ປະຊາຊົນ​ນຳ​ມາ​ຖວາຍ​ນັ້ນ?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka