Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 2:12 - ພຣະຄຳພີສັກສິ

12 ພວກ​ລູກຊາຍ​ຂອງ​ເອລີ​ເປັນ​ຄົນ​ຂີ້ໂກງ; ພວກເຂົາ​ບໍ່​ເອົາໃຈໃສ່​ນັບຖື​ພຣະເຈົ້າຢາເວ

Uka jalj uñjjattʼäta Copia luraña




1 ຊາມູເອນ 2:12
23 Jak'a apnaqawi uñst'ayäwi  

ເອົາ​ນັກເລງ​ສອງ​ຄົນ​ມາ​ຢືນ​ຢູ່​ຕໍ່ໜ້າ​ຟ້ອງ​ວ່າ ລາວ​ໄດ້​ປ້ອຍດ່າ​ພຣະເຈົ້າ​ແລະ​ກະສັດ. ແລ້ວ​ເອົາ​ລາວ​ອອກ​ໄປ​ນອກ​ເມືອງ ແລະ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ.”


ນັກເລງ​ສອງ​ຄົນ​ໄດ້​ມາ​ຟ້ອງ​ທ່າມກາງ​ປະຊາຊົນ​ວ່າ, “ນາໂບດ​ໄດ້​ປ້ອຍດ່າ​ພຣະເຈົ້າ​ແລະ​ກະສັດ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ລາວ​ອອກ​ໄປ​ນອກເມືອງ ແລະ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ.


ປະໂຣຫິດ​ບໍ່ໄດ້​ຖາມ​ວ່າ, ‘ພຣະເຈົ້າຢາເວ​ຢູ່​ໃສ?’ ພວກ​ທີ່​ຮັກສາ​ກົດບັນຍັດ​ຂອງເຮົາ​ກໍ​ບໍ່ໄດ້​ຮູ້ຈັກ​ເຮົາ​ຊໍ້າ. ພວກ​ຜູ້ປົກຄອງ​ກໍໄດ້​ກະບົດ​ຕໍ່ສູ້​ເຮົາ ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ນາມ​ພະບາອານ ພວກເຂົາ​ພາກັນ​ນ້ອມ​ນະມັດສະການ ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ.


ເພິ່ນ​ຕັດສິນ​ຄະດີ​ຄົນ​ທຸກຈົນ​ຢ່າງ​ທ່ຽງທຳ​ດີ ແລະ​ກໍ​ຢູ່ເຢັນ​ເປັນສຸກ​ຕະຫລອດ​ມາ​ເລື້ອຍໆ. ຜູ້​ທີ່​ເປັນ​ເຊັ່ນນີ້​ໝາຍຄວາມວ່າ​ຮູ້ຈັກ​ເຮົາ​ຢ່າງ​ແທ້ຈິງ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກເຂົາ​ຕຽມພ້ອມ​ທີ່​ຈະ​ເວົ້າ​ຕົວະ​ຢູ່​ສະເໝີ ຄວາມ​ບໍ່​ສັດຊື່​ແທນ​ຄວາມຈິງ​ປົກຄອງ​ດິນແດນ​ນີ້.” ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເຮັດ​ຊົ່ວ​ແລ້ວ​ເຮັດ​ຊົ່ວ​ອີກ ທັງ​ບໍ່ໄດ້​ຮັບຮູ້​ເຮົາ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”


ບັນດາ​ປະໂຣຫິດ​ຝ່າຝືນ​ກົດບັນຍັດ​ຂອງເຮົາ ແລະ​ບໍ່​ໃຫ້​ຄວາມນັບຖື​ແກ່​ສິ່ງ​ບໍຣິສຸດ. ພວກເຂົາ​ບໍ່​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ບໍຣິສຸດ ແລະ​ສິ່ງ​ບໍ່​ບໍຣິສຸດ. ພວກເຂົາ​ບໍ່​ສັ່ງສອນ​ໃຫ້​ຮູ້​ເຖິງ​ຄວາມ​ແຕກຕ່າງ ລະຫວ່າງ​ສິ່ງ​ທີ່​ບໍ່​ເປັນ​ມົນທິນ​ແລະ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ພວກເຂົາ​ກໍ​ບໍ່​ເອົາໃຈໃສ່​ຕໍ່​ວັນ​ຊະບາໂຕ​ດ້ວຍ. ຜົນ​ກໍ​ຄື​ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ນັບຖື​ເຮົາ.


ພວກເຂົາ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະບິດາເຈົ້າ​ຂອງເຮົາ​ແລະ​ບໍ່​ຮູ້ຈັກ​ເຮົາ​ດ້ວຍ.


ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.


ພວກເຈົ້າ​ຍັງ​ບໍ່ເຄີຍ​ຮູ້ຈັກ​ພຣະອົງ ແຕ່​ເຮົາ​ຮູ້ຈັກ​ພຣະອົງ ຖ້າ​ເຮົາ​ເວົ້າ​ວ່າ ເຮົາ​ບໍ່​ຮູ້ຈັກ​ພຣະອົງ ເຮົາ​ກໍ​ເປັນ​ຄົນ​ຂີ້ຕົວະ​ເໝືອນກັນ​ກັບ​ພວກເຈົ້າ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ ແລະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ເພາະ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ແຕ່​ພວກເຂົາ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະອົງ ສົມກັບ​ການ​ຊົງ​ເປັນ​ພຣະເຈົ້າ ທັງ​ບໍ່ໄດ້​ໂມທະນາ​ພຣະຄຸນ​ຂອງ​ພຣະອົງ ກົງກັນຂ້າມ ຄວາມ​ຄິດ​ຂອງ​ພວກເຂົາ​ຊໍ້າ​ກາຍເປັນ​ສິ່ງ​ໄຮ້​ປະໂຫຍດ ແລະ​ໃຈ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.


ພຣະຄຣິດ​ກັບ​ເບລີອາ​ຈະ​ລົງລອຍ​ກັນ​ໄດ້​ຢ່າງ​ໃດ? ຄົນ​ທີ່​ເຊື່ອ​ຈະ​ມີ​ສ່ວນ​ອັນ​ໃດ​ກັບ​ຄົນ​ທີ່​ບໍ່​ເຊື່ອ?


ວ່າ​ມີ​ຄົນ​ຊົ່ວຮ້າຍ​ທີ່​ອອກ​ໄປ​ຈາກ​ທ່າມກາງ​ພວກເຈົ້າ ໄດ້​ຊັກຊວນ​ປະຊາຊົນ​ໃນ​ເມືອງ​ນັ້ນ​ໄປ​ໃນ​ທາງ​ຜິດ ຄື​ໃຫ້​ຂາບໄຫວ້​ບັນດາ​ພະ​ຊຶ່ງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາ​ກ່ອນ.


ຖ້າ​ພວກເຈົ້າ​ໄດ້ຍິນ​ຂ່າວ​ເລົ່າລື​ເຊັ່ນນັ້ນ ຈົ່ງ​ສືບສວນ​ເບິ່ງ​ຢ່າງ​ຖ້ວນຖີ່ ແລະ​ຖ້າ​ສິ່ງ​ຊົ່ວຮ້າຍ​ນັ້ນ​ເກີດຂຶ້ນ​ແທ້


ໃນ​ຂະນະທີ່​ພວກເຂົາ​ກຳລັງ​ລົມກັນ​ຢ່າງ​ມ່ວນຊື່ນ​ຢູ່​ນັ້ນ ໄດ້​ມີ​ພວກ​ນັກເລງ​ມາ​ລ້ອມ​ເຮືອນ​ໄວ້​ແລະ​ໃຊ້​ກຳປັ້ນ​ຕີ​ປະຕູ​ເຮືອນ. ພວກເຂົາ​ຮ້ອງ​ບອກ​ຊາຍ​ແກ່​ຜູ້ນັ້ນ​ວ່າ, “ຈົ່ງ​ນຳ​ເອົາ​ຊາຍ​ທີ່​ມາ​ຄ້າງ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ອອກ​ມາ ເພາະ​ພວກຂ້ອຍ​ຢາກ​ຮ່ວມເພດ​ກັບ​ລາວ.”


ຕໍ່ມາ ຄົນ​ທັງໝົດ​ໃນ​ເຊັ່ນ​ນັ້ນ​ກໍໄດ້​ຕາຍໄປ ແລະ​ຄົນ​ໃນ​ເຊັ່ນ​ຕໍ່ມາ​ກໍໄດ້​ລືມໄລ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ຊາດ​ອິດສະຣາເອນ.


ແຕ່​ນັກເລງ​ບາງຄົນ​ໄດ້​ເວົ້າ​ວ່າ, “ຄົນ​ນີ້​ຈະ​ຊ່ວຍ​ພວກເຮົາ​ໄດ້​ຢ່າງ​ໃດ?” ພວກເຂົາ​ໝິ່ນປະໝາດ​ໂຊນ ແລະ​ບໍ່ໄດ້​ນຳ​ເອົາ​ຂອງຂວັນ​ຫຍັງ​ມາ​ໃຫ້​ລາວ​ເລີຍ, ແຕ່​ລາວ​ກໍມິດ​ເສີຍ.


ສະນັ້ນ ຈົ່ງ​ພິຈາລະນາ​ໃຫ້​ດີ​ເບິ່ງດູ ແລະ​ຕັດສິນໃຈ​ວ່າ​ຍານາງ​ຄວນ​ຈະ​ເຮັດ​ຢ່າງ​ໃດ ເລື່ອງ​ນີ້​ອາດ​ນຳ​ເອົາ​ຄວາມ​ຫຼົ້ມຈົມ​ມາ​ສູ່​ນາຍ​ຂອງ​ພວກເຮົາ ຕະຫລອດ​ທັງ​ທຸກຄົນ​ທີ່​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນ​ກໍໄດ້. ເພິ່ນ​ເປັນ​ຄົນ​ດື້ດ້ານ​ທີ່ສຸດ​ຈຶ່ງ​ບໍ່​ຍອມ​ຟັງ​ຜູ້ໃດ​ໝົດ.”


ເຮົາ​ໄດ້​ບອກ​ລາວ​ແລ້ວ​ວ່າ ເຮົາ​ຈະ​ລົງໂທດ​ຄອບຄົວ​ຂອງ​ລາວ​ຕະຫລອດໄປ ເພາະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ກ່າວ​ຄຳ​ຊົ່ວຊ້າ​ຕໍ່ສູ້​ເຮົາ. ສ່ວນ​ເອລີ​ເອງ​ກໍ​ຮູ້ຈັກ​ວ່າ​ພວກເຂົາ​ເວົ້າ​ດັ່ງນັ້ນ ແຕ່​ລາວ​ບໍ່ໄດ້​ຫ້າມ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka