11 ແລ້ວເອນການາກໍກັບຄືນເມືອເຮືອນຂອງຕົນທີ່ຣາມາ, ແຕ່ເດັກຊາຍຊາມູເອນໄດ້ອາໄສຢູ່ທີ່ເມືອງຊີໂລ ເພື່ອຮັບໃຊ້ພຣະເຈົ້າຢາເວນຳປະໂຣຫິດເອລີ.
ຍັງມີຊາຍຄົນໜຶ່ງຊື່ວ່າ ເອນການາ ຄົນໃນເຜົ່າເອຟຣາອິມ ຜູ້ທີ່ອາໄສຢູ່ໃນເມືອງຣາມາໃນເຂດເນີນພູເອຟຣາອິມ. ລາວເປັນລູກຊາຍຂອງເຢໂຣຮາມແລະຫລານຊາຍຂອງເອລີຮູ ແລະເປັນຄົນໃນຄອບຄົວໂຕຮູ ຊຶ່ງເປັນສ່ວນໜຶ່ງຂອງຕະກຸນຊູເຟ.
ເຊົ້າມື້ໃໝ່ມາ ເອນການາພ້ອມທັງຄອບຄົວໄດ້ລຸກແຕ່ເຊົ້າ. ຫລັງຈາກນະມັດສະການຕໍ່ໜ້າພຣະເຈົ້າຢາເວແລ້ວ ພວກເຂົາກໍໄດ້ກັບຄືນເມືອເຮືອນຂອງພວກເຂົາທີ່ຣາມາ. ເອນການາໄດ້ສົມສູ່ກັບນາງຮັນນາເມຍຂອງຕົນ ແລະພຣະເຈົ້າຢາເວກໍໄດ້ຊົງລະນຶກເຖິງນາງ.
ດັ່ງນັ້ນ ຂ້ານ້ອຍຈຶ່ງຂໍອຸທິດເດັກນີ້ໃຫ້ແກ່ພຣະເຈົ້າຢາເວ, ລາວຈະເປັນຂອງພຣະເຈົ້າຢາເວຕະຫລອດຊົ່ວຊີວິດຂອງລາວ.” ແລ້ວພວກເຂົາ ກໍນະມັດສະການຕໍ່ໜ້າພຣະເຈົ້າຢາເວຢູ່ທີ່ນັ້ນ.
ໃນຂະນະດຽວກັນນັ້ນ ເດັກຊາຍຊາມູເອນກໍສືບຕໍ່ບົວລະບັດຮັບໃຊ້ຕໍ່ໜ້າພຣະເຈົ້າຢາເວ ໂດຍນຸ່ງເສື້ອຄຸມຜ້າປ່ານເອໂຟດ.
ໃນສະໄໝນັ້ນ ເວລາທີ່ຊາມູເອນກຳລັງຮັບໃຊ້ພຣະເຈົ້າຢາເວພາຍໃຕ້ການນຳພາຂອງເອລີນັ້ນ ຖ້ອຍຄຳຈາກພຣະເຈົ້າຢາເວມີໜ້ອຍຫຼາຍ ແລະບໍ່ຄ່ອຍມີນິມິດຈາກພຣະອົງເລີຍ.
ຊາມູເອນນອນຫລັບໄປຈົນເຖິງມື້ເຊົ້າ ແລ້ວລາວກໍລຸກຂຶ້ນໄປໄຂປະຕູພຣະວິຫານຂອງພຣະເຈົ້າຢາເວ, ແຕ່ລາວບໍ່ກ້າບອກນິມິດນີ້ແກ່ເອລີ.
ແລ້ວເພິ່ນກໍໄດ້ກັບຄືນເມືອເຮືອນຂອງເພິ່ນທີ່ເມືອງຣາມາ ບ່ອນທີ່ເພິ່ນຮັບໃຊ້ເປັນຜູ້ຕັດສິນຄວາມຄືກັນ. ຢູ່ໃນເມືອງຣາມານີ້ ເພິ່ນສ້າງແທ່ນບູຊາແທ່ນໜຶ່ງຂຶ້ນເພື່ອຖວາຍແກ່ພຣະເຈົ້າຢາເວ.