1 ຊາມູເອນ 2:10 - ພຣະຄຳພີສັກສິ10 ສັດຕູຂອງພຣະເຈົ້າຢາເວຈະຖືກດັບສູນ ຈາກສະຫວັນ ພຣະອົງຈະແຜດສຽງຕໍ່ສູ້. ພຣະເຈົ້າຢາເວຈະຕັດສິນທຸກຄົນ ທັງໝົດທີ່ສຸດປາຍແຜ່ນດິນໂລກ; ພຣະອົງຈະປະທານກຳລັງແກ່ກະສັດຂອງພຣະອົງ ແລະໃຫ້ໄຊຊະນະແກ່ກະສັດ ທີ່ພຣະອົງຊົງເລືອກ.” Uka jalj uñjjattʼäta |
ຂ້າພະເຈົ້າຢູ່ທີ່ນີ້ແລ້ວ ສະນັ້ນ ຖ້າຂ້າພະເຈົ້າເຮັດຜິດປະການໃດປະການໜຶ່ງ ຈົ່ງໃຫ້ພວກເຈົ້າຮ້ອງຟ້ອງຂ້າພະເຈົ້າດຽວນີ້ ຢູ່ຊ້ອງໜ້າພຣະເຈົ້າຢາເວ ແລະກະສັດທີ່ພຣະອົງໄດ້ເລືອກເອົາ. ຂ້າພະເຈົ້າເຄີຍໄດ້ເອົາງົວແລະລໍຂອງຜູ້ໃດບໍ? ຂ້າພະເຈົ້າໄດ້ສໍ້ໂກງແລະກົດຂີ່ຂົ່ມເຫັງຜູ້ໃດແດ່? ຂ້າພະເຈົ້າໄດ້ຮັບສິນບົນຈາກຜູ້ໃດບໍ? ຖ້າຂ້າພະເຈົ້າໄດ້ເຮັດສິ່ງໃດສິ່ງໜຶ່ງດັ່ງທີ່ໄດ້ກ່າວມານີ້ ຂ້າພະເຈົ້າຍິນດີຈ່າຍຄືນສິ່ງທີ່ຂ້າພະເຈົ້າເອົາໄປນັ້ນ.”